ກະຊວງຖະແຫຼງຂ່າວ ຝາກເຖິງບັນດາຮ້ານຄ້າແຄມທາງ ໃຫ້ໃຊ້ພາສາລາວໃຫ້ຖືກ ເຮັດປ້າຍໃຫ້ຈົບງາມ ເພື່ອຄວາມເປັນລະບຽບຮຽບຮ້ອຍ


ການຄວບຄຸມ ແລະ ອະນຸຍາດອອກປ້າຍໂຄສະນາ ຢູ່ພາຍໃນເມືອງໄຊທານີ ຍັງພົບຫຼາຍບັນຫາ ເນື່ອງຈາກມີຜູ້ປະກອບການທຸລະກິດຈຳນວນຫຼາຍ ຍັງບໍ່ເອົາໃຈໃສ່ ແລະ ໃຫ້ຄວາມຮ່ວມມືໃນການແຈ້ງດຳເນີນການຂໍຂຶ້ນປ້າຍໂຄສະນານຳພາກສ່ວນຮັບຜິດຊອບວຽກງານດ້ານປ້າຍຂອງຫ້ອງການ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ເມືອງ ເຮັດໃຫ້ມີປ້າຍໂຄສະນາຕິດຕັ້ງບໍ່ເປັນລະບຽບ, ຕິດຕັ້ງຊະຊາຍ, ປ້າຍບໍ່ມີເຈົ້າຂອງ, ມີການລັກຕິດຕັ້ງປ້າຍໂຄສະນາ, ປ້າຍບໍ່ໄດ້ມາດຕະຖານຕາມກຳນົດ ແລະ ບໍ່ຖືກຕ້ອງຕາມຫຼັກການໃຊ້ພາສາລາວ ເຊິ່ງຈະພົບເຫັນຕາມເສັ້ນທາງ ໂດຍສະເພາະ ຖະໜົນໄກສອນ ພົມວິຫານ, ເສັ້ນທາງເລກ 10 ແລະ ເສັ້ນທາງເລກ 13 ໃຕ້.

ອີງຕາມການເກັບກຳຂໍ້ມູນຂອງຫ້ອງການ ຖວທ ເມືອງ ໄຊທານີ ເຫັນວ່າມີພຽງ 58 ປ້າຍໂຄສະນາ ທົ່ວເມືອງ ທີ່ໄດ້ດຳເນີນການແຈ້ງຂຶ້ນທະບຽນປ້າຍຖືກຕ້ອງຕາມລະບຽບ.

ໃນວັນທີ 13 ກໍລະກົດ 2023 ນີ້, ທ່ານ ຄູນມີ ລາດຊະພົນ ຫົວໜ້າຫ້ອງການຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດຕໍ່ນັກຂ່າວສຳນັກຂ່າວສານປະເທດລາວ ກ່ຽວກັບການຄວບຄຸມປ້າຍ ແລະ ອະນຸຍາດການອອກປ້າຍໂຄສະນາ ພາຍໃນເມືອງໄຊທານີ ວ່າ: ຕໍ່ບັນຫາດັ່ງກ່າວ, ໄລຍະຜ່ານມາ ເຈົ້າເມືອງໄຊທານີ ກໍໄດ້ອອກຂໍ້ຕົກລົງ ເລກທີ 454/ຈມ,ຊທນ ລົງວັນທີ 27 ມິຖຸນາ 2023 ວ່າດ້ວຍການແຕ່ງຕັ້ງຄະນະກໍາມະການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ, ຢູ່ເຂດສະຫງວນທາງ, ການແກ້ໄຂປ້າຍ ແລະ ການຂາຍເຄື່ອງຊະຊາຍຕາມເສັ້ນທາງພາຍໃນ ເມືອງໄຊທານີ ໂດຍອີງຕາມ ກົດໝາຍວ່າດ້ວຍທາງຫຼວງ ສະບັບເລກທີ 24/ສພຊ, ລົງວັນທີ 12 ທັນວາ 2021 ແລະ ກົດໝາຍວ່າດ້ານຜັງເມືອງ ສະບັບເລກທີ 03/99/ສພຊ, ລົງວັນທີ 03 ເມສາ 1999, ກົດໝາຍວ່າດ້ວຍປ້າຍ ສະບັບເລກທີ 50/ນຊ, ລົງວັນທີ 21 ມິຖຸນາ 2018, ອີງຕາມຄຳສັ່ງແນະນໍາ ສະບັບເລກທີ 010/ຈນວ, ລົງວັນທີ 13 ກັນຍາ 2013 ວ່າດ້ວຍການຄຸ້ມຄອງຄວາມເປັນລະບຽບຮຽບ ຮ້ອຍໃນການຈາລະຈອນຕາມເສັ້ນທາງ, ການຄຸ້ມຄອງການປຸກສ້າງສ້ອມແປງ ແລະ ການຕິດຕັ້ງປ້າຍໂຄສະນາຕ່າງໆ ໃນນະຄອນຫຼວງວຽງຈັນ ແລະ ນິຕິກຳອື່ນໆທີ່ກ່ຽວຂ້ອງ. ເພື່ອເຄື່ອນໄຫວຕິດຕາມ ກວດກາ ແລະ ແກ້ໄຂ.

ພ້ອມນີ້, ທ່ານຫົວໜ້າຫ້ອງການ ຖວທ ເມືອງໄຊທານີ ຍັງໃຫ້ຮູ້ຕື່ມກ່ຽວກັບບັນຫາຫາງສຽງທາງສື່ສັງຄົມອອນລາຍ ທີ່ຄະນະກໍາມະການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ, ຢູ່ເຂດສະຫງວນທາງ, ການແກ້ໄຂປ້າຍ ແລະ ການຂາຍເຄື່ອງຊະຊາຍຕາມເສັ້ນທາງພາຍໃນ ເມືອງໄຊທານີ ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ລົງກວດກາປ້າຍທີ່ບໍ່ຖືກຕ້ອງຕາມຖະໜົນໄກສອນ ພົມວິຫານ, ເສັ້ນທາງເລກ 10 ແລະ ເສັ້ນທາງເລກ 13 ໃຕ້ ເຫັນວ່າມີການໃຊ້ຫຼັກພາສາລາວບໍ່ຖືກຕ້ອງຕາມທີ່ກຳນົດ ແລະ ຕິດຕັ້ງປ້າຍຊະຊາຍຢູ່ໃນເຂດສະຫງວນທາງ. ສະນັ້ນ, ທາງໜ່ວຍງານທີ່ກ່ຽວຂ້ອງໄດ້ໃຫ້ປັບປ່ຽນຄຳເວົ້າຄືນໃໝ່ທີ່ຖືກຕ້ອງ, ພ້ອມແນະນຳໃຫ້ຊາວຄ້າຂາຍ ເຂົ້າໄປຂາຍຢູ່ສະຖານທີ່ ທີ່ມີການຈັດສັນໄວ້ແລ້ວ ເພື່ອຄວາມປອດໄພ ແລະ ເປັນລະບຽບຮຽບຮ້ອຍ.

ສະນັ້ນ, ຝາກເຖິງບັນດາຮ້ານຄ້າ ແລະ ຜູ້ປະກອບການດຳເນີນທຸກລະກິດທີ່ຈະມີການໂຄສະນາດ້ານປ້າຍ ຫລື ການເຮັດປ້າຍ ແມ່ນຢາກໃຫ້ເຂົ້າມາຜ່ານນຳພາກສ່ວນທີ່ຮັບຜິດຊອບວຽກດັ່ງກ່າວໂດຍກົງວ່າຖືກຕ້ອງຕາມລະບຽບກຳນົດໄວ້ຫຼືບໍ່. ທັງນີ້, ກໍເພື່ອຮັບປະກັນບໍ່ໃຫ້ມີຄວາມຜິດພາດດ້ານການໃຊ້ພາສາລາວ, ຮັບປະກັນໄດ້ມາດຕະຖານການຕິດຕັ້ງ, ຄວາມເປັນລະບຽບຮຽບຮ້ອຍຕາມເສັ້ນທາງ ແລະ ສະຖານທີ່ຕ່າງໆພາຍໃນເມືອງ, ທັງເປັນສ້າງຂະບວນການຕ້ອນຮັບການເປັນເຈົ້າພາບຈັດກອງປະຊຸມທ່ອງທ່ຽວອາຊຽນ ຂອງ ສປປ ລາວ ໃນປີ 2024, ທັງເຮັດໃຫ້ ເມືອງໄຊທານີ ມີຄວາມເປັນລະບຽບຮຽບຮ້ອຍ, ມີຄວາມສະອາດຈົບງາມ, ເປັນເມືອງທີ່ໜ້າຢູ່, ຮັບປະກັນຄວາມປອດໄພໃນການສັນຈອນ, ບໍ່ມີສິ່ງກີດຂວາງ, ບໍ່ຂາຍຊະຊາຍຕາມແຄມທາງ ຫຼື ນຳໃຊ້ເຂດສະຫງວນຂອງທາງ ເປັນບ່ອນຄ້າຂາຍ.

ຂໍ້ມູນຈາກ: ປະເທດລາວ Phathedlao

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/