YG Entertainment ຊີ້ແຈງ ຫຼັງມີຂ່າວລືວ່າ LISA ບໍ່ຕໍ່ສັນຍາ ພາໃຫ້ຮຸ້ນຕົກລົງເຫວ


4 ສາວວົງ BLACKPINK ກຳລັງຈະໝົດສັນຍາກັບທາງຄ້າຍຕົ້ນສັງກັດຢ່າງ YG Entertainment ໃນເດືອນສິງຫາທີ່ຈະມາຮອດ ຫຼັງເດບິວ ແລະ ເຊັນສັນຍາກັນມາເປັນເວລາ 7 ປີ.

ແຕ່ເລື່ອງນີ້ກັບມາມີກະແສອີກຄັ້ງ ຫຼັງຈາກ Munhwa Ilbo ສື່ຂອງເກົາຫຼີໃຕ້ໄດ້ລາຍງານວ່າ ອ້າງຈາກຂໍ້ມູນຈາກເອເຈັນຊີຈີນທີ່ໃຫ້ຂໍ້ມູນເລື່ອງການຕິດຕໍ່ງານກັບ LISA BLACKPINK ໃນເດືອນພະຈິກ ແຕ່ບໍ່ໄດ້ຄິວ ໂດຍທາງຄ້າຍຕອບກັບມາວ່າການຈັດຕາຕະລາງງານຂອງ LISA ໃນຫຼັງເດືອນສິງຫາ ເປັນໄປຢ່າງລຳບາກ ເພາະມີຄວາມເປັນໄປໄດ້ວ່າ LISA ອາດຈະບໍ່ຕໍ່ສັນຍາກັບທາງຄ້າຍ.

ຂໍ້ມູນທາງເອເຈນຊີຍັງລະບຸລົງໄປອີກວ່າ LISA ເປັນຄົນດຽວທີ່ຈະບໍ່ຕໍ່ສັນຍາກັບທາງ YG Entertainment ສ່ວນ 3 ສາວ Jisoo, Jenine ແລະ Rose ຍັງຄົງຕໍ່ສັນຍາກັບທາງຄ້າຍ ເຖິງແມ່ນວ່າຍັງບໍ່ການຢືນຢັນໃດໆ ແຕ່ຂ່າວນີ້ກັບມີຜົນກະທົບໄປຮອດຕົ້ນສັງກັດຢ່າງ YG Entertainment ຈົນເຮັດໃຫ້ລາຄາຮຸ້ນໃນວັນທີ 12 ກໍລະກົດ 2023 ຕົກລົງເຫຼືອ 72.900 ວອນ ລະຫວ່າງການຊື້ຂາຍໃນຕະຫຼາດຮຸ້ນ ແຕ່ຮຸ້ນຂອງ YG ຂຶ້ນມາເລັກນ້ອຍ ແຕ່ຖືວ່າເປັນການຕົກລົງຕ່ຳທີ່ສຸດໃນຮອບ 2 ເດືອນນັບຕັ້ງແຕ່ເຄີຍຕົກລົງທີ່ 66.700 ວອນໃນເດືອນ ພຶດສະພາ 2023 ທີ່ຜ່ານມາ.

ແນ່ນອນວ່າເກີດເລື່ອງແບບນີ້ຂຶ້ນ YG Entertainment ໄດ້ອອກມາຕອບສັ້ນໆແບບໄດ້ໃຈຄວາມວ່າ “ການທີ່ຕາຕະລາງບໍ່ແນ່ນອນເປັນເພາະຕາຕະລາງທົວຄອນເສີດລວມໄປຮອດກິດຈະກໍາຕາມກໍານົດເວລາຂອງທັງ 4 ສາວແຕ່ລະຄົນ ບໍ່ມີສ່ວນກ່ຽວຂ້ອງໃດໆກັບການຕໍ່ສັນຍາ” ທັງນີ້ຍັງໄດ້ກ່າວເສີມວ່າ “ການຕໍ່ສັນຍາຍັງຢູ່ໃນຂັ້ນຕອນໂອ້ລົມກັນຢູ່”.

ໂດຍ LISA ເຄີຍເຮັດໃຫ້ຮຸ້ນ YG Entertainment ເພີ່ມຂຶ້ນສູງສຸດໃນຮອບ 8 ປີທີ່ 63.300 ວອນມາແລ້ວ ຈາກກະແສ LALISA ຟີເວີທີ່ເປັນໂຊໂລຊິງເກິລເມື່ອເດືອນ ກັນຍາ 2022 ດ້ວຍຄວາມນິຍົມຂອງສາວ LISA ໃນລະດັບໂລກທີ່ໄດ້ຮັບການຍອມຮັບວ່າມີອິດທິພົນໃນດ້ານແບຣນດິງແບບມະຫາສານ.

ຢ່າງໃດກໍຕາມ ໃນປັດຈຸບັນ BLACKPINK ກໍາລັງທົວຄອນເສີດ “BORN PINK” ໃນສ່ວນຂອງສັນຍາຄົງຕ້ອງຕິດຕາມກັນຕໍ່ວ່າທັງ 4 ຍັງຄົງ in your area ບໍ່. ໃນສ່ວນຂອງເລື່ອງຮຸ້ນກໍຄົງຕ້ອງຕາມກັນຕໍ່ໄປແນ່ນອນວ່າເລື່ອງນີ້ສົ່ງຜົນກະທົບຢ່າງຫຼວງຫຼາຍຕໍ່ YG Entertainment.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/