ກະຊວງການເງິນ ກຽມອອກພັນທະບັດເງິນບາດ ກວ່າ 3,6 ພັນລ້ານບາດ ແນໃສ່ຊຳລະໜີ້ທີ່ເກີດຈາກພັນທະບັດຊຸດເກົ່າ


ກະຊວງການເງິນ ສປປ ລາວ ກຽມອອກພັດທະບັດສະກຸນເງິນບາດ ມູນຄ່າລວມກວ່າ 3,6 ພັນລ້ານບາດ ໃນອັດຕາດອກເບ້ຍ 6,1 – 6,6% ເພື່ອລະດົມທຶນບາດ ແນໃສ່ການສົ່ງຄືນພັນທະບັດຊຸດກ່ອນ ທີ່ມີກຳນົດສົ່ງຄືນໃນທ້າຍປີນີ້.

ໂດຍການອອກພັນທະບັດໃນເທື່ອນີ້ ຈະມີໄລຍະການຈອງຊື້ພັນທະບັດສະກຸນເງິນ 2 ຊຸດຄື ມີກຳນົດຈອງໃນວັນທີ 31 ກໍລະກົດ ແລະ 2-3 ສິງຫາ 2023 ລວມມູນຄ່າ 3.610,30 ລ້ານບາດ. ໃນຊຸດທຳອິດມີໄລຍະເວລາ 3 ປີ ໂດຍມີອັດຕາດອກເບ້ຍ 6,1%/ປີ ຄົບກຳນົດໃນປີ 2026, ຊຸດທີສອງ ອັດຕາດອກເບ້ຍ 6,6%/ປີ ຄົບກຳນົດໃນປີ 2027 ກຳນົດຊຳລະດອກເບ້ຍທຸກໆ 3 ເດືອນ.

ກະຊວງການເງິນແຫ່ງ ສປປ ລາວ ແຈ້ງການສະເໜີຂາຍພັນທະບັດທີ່ບໍ່ມີເງື່ອນໄຂ ແລະ ບໍ່ມີຫຼັກຊັບຄໍ້າປະກັນ ໃຫ້ແກ່ນັກລົງທຶນສະຖາບັນຈາກໄທ ທີ່ມີມູນຄ່າສຸດທິສູງເຖິງ 1.000 ບາດຕໍ່ຫົວໜ່ວຍ ຊື້ຂັ້ນຕໍ່າ 100 ຫົວໜ່ວຍ.

ໂດຍພັນທະບັດມູນຄ່າ 3.610,30 ລ້ານບາດ ຈະຖືກນຳມາຊຳລະໜີ້ທີ່ເກີດຈາກພັນທະບັດຊຸດເກົ່າທີ່ຈະຄົບກຳນົດຖອນໃນເດືອນພະຈິກ ປີ 2023 ໄດ້ແກ່ພັນທະບັດ ກະຊວງການເງິນ ສະບັບເລກທີ 1/2559 ຊຸດທີ 3 ມູນຄ່າ 1.063,80 ລ້ານບາດ ຄົບກຳນົດໄຖ່ຖອນປີ 2023 ແລະ ພັນທະບັດ ກະຊວງການເງິນ ເລກທີ 1/2561 ຊຸດທີ 2 ມູນຄ່າ 2.546,50 ລ້ານບາດ ຄົບກຳນົດໄຖ່ຖອນປີ 2023.

ທ່ານ ສຸລິວັດ ສຸວັນນະຈູມຄຳ ກົມຄຸ້ມຄອງໜີ້ສິນສາທາລະນະ ກະຊວງການເງິນ ແຫ່ງ ສປປ ລາວ ໄດ້ສະແດງຄວາມຫວັງກ່ຽວກັບໂອກາດທີ່ ພັນທະບັດທີ່ຈະໄດ້ຮັບການຕອບຮັບຢ່າງກະຕືລືລົ້ນຈາກນັກລົງທຶນໃນປະເທດໄທ, ຍ້ອນທ່າແຮງການຂະຫຍາຍຕົວຂອງ ສປປ ລາວ ແລະ ເຄດິດໃນການຈ່າຍຄືນທັງຕົ້ນທຶນ ແລະ ດອກເບ້ຍຂອງລັດຖະບານລາວ ໃນການອອກພັນທະບັດສະກຸນເງິນບາດ.

ໂດຍທ່ານ ສຸລິວັດ ກ່າວວ່າ “ແທ້ຈິງແລ້ວ, ພັນທະບັດຂອງກະຊວງການເງິນຂອງ ສປປ ລາວ ນັບຕັ້ງແຕ່ປີ 2013 ໄດ້ຮັບການຍອມຮັບຈາກນັກລົງທຶນໃນປະເທດໄທເປັນຢ່າງດີ ແລະພວກເຮົາເຊື່ອວ່າ ພັນທະບັດດັ່ງກ່າວຈະຊ່ວຍຮັກສາຄວາມເຊື່ອໝັ້ນໃນຄວາມໜ້າເຊື່ອຖືຂອງພວກເຮົາໄວ້ໄດ້”

ປັດຈຸບັນ ສປປ ລາວ ກຳລັງຖືກຈັບຕາຢ່າງໃກ້ຊິດຈາກນັກລົງທຶນຕ່າງປະເທດ ເນື່ອງຈາກນະໂຍບາຍຂອງພາກລັດ ທີ່ຕ້ອງການດຶງດູດນັກລົງທຶນຈາກຕ່າງປະເທດເຂົ້າມາພັດທະນາພາກອຸດສາຫະກຳການຜະລິດໃນປະເທດ ແລະ ປະເທດລາວກຳລັງກາຍເປັນປະຕູທີ່ເຊື່ອມຕໍ່ລະຫວ່າງຈີນ ແລະ ບັນດາປະເທດໃນກພາກພື້ນອາຊີຕາເວັນອອກສຽງໃຕ້ ​ເປັນ​ສູນ​ການ​ຂົນ​ສົ່ງ​ ແລະ ​ການ​ເຊື່ອມ​ຕໍ່​ທີ່​ສຳຄັນ​ໃນ​ພາກ​ພື້ນ​ໄດ້​ຮັບ​ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ຂະໜາດ​ໃຫຍ່​ທີ່​ດຶງ​ດູດ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ​ຫຼາຍ​ຂຶ້ນ.

ຂອບໃຈຂໍ້ມູນຈາກ: nationthailand

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/