ສປປ ລາວ ຕິດອັນດັບ 108 ຂອງໂລກ ໃນການວັດປະສິດທິພາບດ້ານໂລຈິສຕິກ


ທະນາຄານໂລກໄດ້ເປີດເຜີຍດັດຊະນີວັດລະດັບປະສິດທິພາບດ້ານໂລຈິສຕິກ (LPI) ປະຈຳປີ 2023 ໃນໝວດໂຄງສ້າງພື້ນຖານພົບວ່າ ສິງກະໂປ ຄວ້າອັນດັບທີ 1 ຂອງໂລກ (4,6 ຄະແນນ) ຕາມດ້ວຍສະວິດເຊີແລນ (4,4 ຄະແນນ) ແລະ ອັນດັບທີ 3 ມີ 2 ປະເທດ ໄດ້ແກ່ປະເທດເຢຍລະມັນ ແລະ ແຄນາດາ (4,3 ຄະແນນ).

ການຈັດອັນດັບດັ່ງກ່າວ ເປັນການປະເມີນຄວາມສາມາດດ້ານໂລຈິສຕິກຂອງ 139 ປະເທດທົ່ວໂລກ ໃນໝວດຕ່າງໆ ທັງໂຄງສ້າງພື້ນຖານ, ການຂົນສົ່ງລະຫວ່າງປະເທດ, ຄວາມສາມາດຜູ້ໃຫ້ບໍລິການໂລຈິສຕິກ, ລະບົບການຕິດຕາມແລະກວດສອບ ແລະ ຄວາມກົງຕໍ່ເວລາຂອງການບໍລິການ.

ຖ້າຫາກສັງເກດຄະແນນໃນພາບລວມ ບໍ່ໄດ້ແຍກເປັນແຕ່ລະໝວດ ປະເທດໄທຈະໄດ້ຮັບການຈັດອັນດັບໃຫ້ເປັນປະເທດທີ່ມີປະສິດທິພາບ ດ້ານໂລຈິສຕິກຢູ່ທີ່ອັນດັບ 34 ຂອງໂລກ ແລະ ເປັນອັນດັບທີ 3 ຂອງອາຊຽນ ໂດຍເປັນຮອງສິງກະໂປ ແລະ ມາເລເຊຍ. ສ່່ວນປະເທດລາວ ການຈັດອັນດັບລະດັບໂລກແມ່ນຢູ່ໃນອັນດັບ 108 ແຕ່ຖ້າຫາກຈັດໃນໝວດອາຊຽນ ແມ່ນຈະຢູ່ໃນລະດັບທີ 6 ມີຄະແນນ 2,3.

ຫຼາຍຄົນຄົງຮັບຮູ້ດີຢູ່ແລ້ວວ່າປະເທດລາວເຮົາຍັງເປັນປະເທດທີ່ກຳລັງພັດທະນາ ອາດຈະຍັງບໍ່ທັນສະໄໝຫຼາຍເທົ່າທີ່ຄວນ ເມື່ອປຽບທຽບກັບບັນດາປະເທດໃນໂລກ ລວມທັງພູມີພາກອາຊີ. ແຕ່ຜ່ານມາ ສປປ ລາວ ກໍມີການພັດທະນາດ້ານການຂົນສົ່ງ ແລະ ພັດທະນາເສດຖະກິດຢູ່ຢ່່າງສະເໝີ ແຕ່ກໍອາດຈະໄປໄດ້ຊ້າ ເນື່ອງຈາກມີຫຼາຍປັດໄຈ ແລະ ຫຼາຍບັນຫາສາເຫດ.

ຂໍ້ມູນຈາກ:

AEC Connect

Future Supply Chains

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/