Tom Holland ເຜີຍເຄີຍຕິດເຫຼົ້າ ພ້ອມກັບເປີດໃຈເຖິງສາເຫດທີ່ຢຸດດື່ມ


Tom Holland ນັກສະແດງທີ່ເຮົາຍັງເຫັນວ່າເປັນໜຸ່ມນ້ອຍຢູ່ສະເໝີ ອາດຈະເປັນເພາະບົດບາດ Peter Parker ໃນໄວມັດທະຍົມສົດໃສ ແຕ່ຕົວຈິງນັ້ນໜຸ່ມ Tom Holland ມີອາຍຸ 27 ​ປີແລ້ວ ແຕ່ກໍຍັງໜ້າເດັກແບບເກົ່າບໍ່ມີປ່ຽນແປງ.

ຫຼ້າສຸດທາງໜຸ່ມ Tom Holland ໄດ້ອອກມາເຜີຍຜ່ານລາຍການ On Purpose with Jay Shetty ກັບເລື່ອງທີ່ແຟນໆບໍ່ເຄີຍຮູ້ມາກ່ອນ ໂດຍທາງ Tom Holland ໄດ້ບອກວ່າເຄີຍຕິດເຫຼົ້າຢ່າງຮຸນແຮງ ແຕ່ກໍບໍ່ພະຍາຍາມທີ່ຈະຢຸດດື່ມເຫຼົ້າອີກດ້ວຍ.

ເມື່ອກ້າວເຂົ້າສູ່ເດືອນມັງກອນ 2022 ທາງໜຸ່ມ Tom Holland ໄດ້ເຂົ້າຮ່ວມກິດຈະກໍາ “dry January” ຂອງອົງກອນການກຸສົນ ແລະ ກຸ່ມລົນນະລົງຂອງອັງກິດໄດ້ຈັດຂຶ້ນເປັນເວລາ 1 ເດືອນ ບໍ່ແມ່ນເລື່ອງງ່າຍທີ່ Tom Holland ຈະຜ່ານມັນມາໄດ້ ພ້ອມຍັງເຜີຍວ່າລາວຍັງຄິດຮອດການດື່ມເຫຼົ້າຢູ່ ຈົນຮູ້ໄດ້ວ່າເຂົາອາດຈະເປັນຄົນມີບັນຫາໃນການດື່ມເຫຼົ້າ ແລະ ຕັດສິນໃຈຢຸດດື່ມເຫຼົ້າໃນເດືອນກຸມພາ ເພື່ອພິສູດວ່າຕົນເອງບໍ່ໄດ້ມີບັນຫາ ໂດຍເລີກເຫຼົ້າຈົນໄປຮອດວັນທີ 1 ມິຖຸນາ 2022 ຫຼື ເປັນວັນເກີດຂອງ Tom Holland ນັ້ນເອງ.

ໂດຍ Tom Holland ຍັງໄດ້ບອກວ່າ “ພໍຮອດວັນທີ 1 ມິຖຸນາອີ່ຫຼີ ກັບຮູ້ສຶກວ່າຕົນເອງມີຄວາມສຸກທີ່ສຸດໃນຊີວິດ ຂ້ອຍນອນຫຼັບໄດ້ສະໜິດຂຶ້ນ ຮັບມືກັບບັນຫາສາລະພັດໄດ້ດີຂຶ້ນ ຢ່າງກໍລະນີຖ້າເກີດມີເລື່ອງຜິດພາດໃນກອງຖ່າຍ ເຊິ່ງປົກກະຕິຂ້ອຍມັກຈະຄິດຫຼາຍ ແຕ່ຕອນນີ້ຂ້ອຍສາມາດຮັບມືກັບມັນໄດ້ສະບາຍໆ ສະພາບຈິດກໍດີຂຶ້ນກວ່າເກົ່າ ຂ້ອຍຮູ້ສຶກມີສຸຂະພາບທີ່ດີຂຶ້ນ”

ເຖິງແມ່ນວ່າເທື່ອນີ້ຈະບໍ່ແມ່ນຄັ້ງທຳອິດທີ່ Tom Holland ພະຍາຍາມເລີກເຫຼົ້າ ແຕ່ໃນເທື່ອນີ້ເຂົາເຮັດມັນໄດ້ສຳເລັດ ກໍເພາະໄດ້ຄຳນຶງຮູ້ເຖິງເຫດຜົນທີ່ເຮັດໃຫ້ຢາກດື່ມແລ້ວ ນອກຈາກນັ້ນເຂົາກໍຍັງຕ້ອງພົບປະສັງສັນກັບໝູ່ໂດຍທີ່ບໍ່ຕ້ອງດື່ມເຫຼົ້າກໍໄດ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/