ການຊອກວຽກເຮັດງານທຳໃຫ້ລູກຫຼານປະຊາຊົນ, ເສັ້ນທາງເປັນຂຸມບາງຮ່ອມໃນຕົວເມືອງ, ການສົ່ງເສີມຜົນຜະລິດພາຍໃນ ແລະ ການພັດທະນາຊົນນະບົດ ຍັງບໍ່ທັນບັນລຸຕາມແຜນທີ່ວາງໄວ້ເທົ່າທີ່ຄວນ


ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໄດ້ສະເໜີວາລະບົດລາຍງານສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານປະຈຳປີ 2021 ຂອງສະພາແຫ່ງຊາດ ຜ່ານທິດທາງ ປະຈຳປີ 2022 ທີ່ສະເໜີໂດຍ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໂດຍໄດ້ລາຍງານສະຫຼຸບວຽກງານຜົນສຳເລັດຫຼາຍດ້ານ ຕະຫຼອດໄລຍະເກືອບ 1 ປີ ສະພາແຫ່ງຊາດ ແມ່ນໄດ້ເອົາໃຈໃສ່ ການປະຕິບັດໜ້າທີ່ວຽກງານ ພາລະບົດບາດຂອງຕົນ ທີ່ໄດ້ກຳນົດເອົາໄວ້.

ຜ່ານການຕິດຕາມກວດກາສັງລວມໄດ້ດັ່ງນີ້:

ຕໍ່ການປະຕິບັດໜ້າທີ່ຂອງສະພາແຫ່ງຊາດ ແລະ ການປະຕິບັດຂອງສະມາຊິກສະພາແຫ່ງຊາດ ກ່ອນອື່ນເຫັນດີເປັນເອກະພາບຕໍ່ຮ່າງລາຍງານ ກ່ຽວກັບການເຄື່ອນໄຫວວຽກງານ ຂອງສະພາແຫ່ງຊາດ ປະຈຳປີ 2021 ແລະ ການເຄື່ອນໄຫວວຽກງານ ບັນດາຄາດໝາຍສູ້ຊົນຕ່າງໆ ໃນປີ 2022 ທີ່ສະເໜີໂດຍ ທ່ານນາງ ສູນທອນ ໄຊຍະຈັກ ຕາງໜ້າໃຫ້ຄະນະປະຈຳສະພາ ໄດ້ກ່າວໄປແລ້ວນັ້ນ ເຊິ່ງໄດ້ຍົກໃຫ້ເຫັນຜົນງານການເຄື່ອນໄຫວຂອງສະພາແຫ່ງຊາດ ຕະຫຼອດໄລຍະເກືອບ 1 ປີ ທີ່ມີທັງດ້ານດີ, ດ້ານຄົງຄ້າງ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ອັນເນື່ອງມາຈາກດ້ານເສດຖະກິດການເງິນ ຈາກການແຜ່ລະບາດຂອງໂຄວິດ-19 ແລະ ບັນຫາອື່ນໆ.

ໂດຍສັງລວມແລ້ວເຫັນວ່າ:

ສະພາແຫ່ງຊາດ ໄດ້ເອົາໃຈໃສ່ພາລະບົດບາດໜ້າທີ່ຂອງຕົນຕາມທີ່ກຳນົດໄວ້ ໃນລັດຖະທຳມະນູນ ແລະ ກົດໝາຍ, ປະຕິບັດຕົວແທນສິດ ແລະ ຜົນປະໂຫຍດ ອັນຊອບທຳຂອງປະຊາຊົນບັນດາເຜົ່າ ໃນການຄົ້ນຄວ້າພິຈາລະນາຮັບຮອງເອົາຄວາມສຳຄັນຂອງກອງປະຊຸມຕ່າງໆ.

ຄຳສະເໜີຂອງປະຊາຊົນຕໍ່ສະພາແຫ່ງຊາດ:

I. ສະເໜີໃຫ້ສະພາແຫ່ງຊາດຕິດຕາມກວດກາ ຊຸກຍູ້ຕໍ່ການປະຕິບັດໂຄງການພັດທະນາ ຂອງລັດຖະບານ ບໍລິສັດທີ່ກ່ຽວຂ້ອງ ທີ່ປະຊາຊົນໄດ້ຮັບຜົນກະທົບ ແຕ່ຍັງບໍ່ທັນໄດ້ຮັບການແກ້ໄຂ ເຊັ່ນ:

1. ໂຄງການກໍ່ສ້າງເຄື່ອນໄຟຟ້າຫ້ວຍເກາະ ຍັງບໍ່ທັນມີການຊົດເຊີຍ ເນື້ອທີ່ດິນທຳການຜະລິດຂອງປະຊາຊົນ ແລະ ບໍລິສັດເອກະຊົນ ໄດ້ສຳປະທານທີ່ດິນຂອງປະຊາຊົນ ຢູ່ບ້ານນາທັນ ເມືອງເລົ່າງາມ ແຂວງສາລະວັນ ເຊິ່ງການຈ່າຍຄ່າແຮງງານ, ກຳມະກອນ, ສ້າງທີ່ຢູ່ອາໄສ ຂອງໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳທາ 1 ເມືອງນາແລ ແຂວງຫຼວງນໍ້າທາ ແຕ່ປີ 2015 ຍັງບໍ່ທັນແກ້ໄຂໄດ້ ລວມທັງຄ່າຊົດເຊີຍທີ່ດິນປຸກສ້າງຂອງປະຊາຊົນ. ປະຊາຊົນ ເມືອງຊຳໃຕ້ ແຂວງຫົວພັນ ສະເໜີກ່ຽວກັບຜົນກະທົບ ການກໍ່ສ້າງເຂື່ອນໄຟຟ້ານໍ້າຊຳ 1 ໂດຍສະເພາະແມ່ນປ່າຊ້າຈຳນວນ 421 ຂຸມຝັງສົບ ຍັງບໍ່ທັນຮັບການຊົດເຊີຍ.

2. ການຈັບຈອງທີ່ດິນປ່າ, ດິນຫວງຫ້າມ, ດິນບ້ານ, ດິນປະເພດຕ່າງໆ ເປັນຈຳນວນຫຼວງຫຼາຍ ໄວ້ຫຼາຍປີ ແຕ່ບໍ່ມີການພັດທະນາຫຍັງ ແຕ່ປະຊາຊົນຈຳນວນບໍ່ໜ້ອຍ ບໍ່ມີທີ່ຢູ່ອາໄສ, ບໍ່ມີດິນທຳການຜະລິດ, ບໍ່ມີລາຍຮັບທີ່ໝັ້ນຄົງ. ຕໍ່ສະພາບດັ່ງກ່າວ ຄວນກວດກາຄືນ ຈັດສັນຊ່ວຍເຫຼືອແກ້ໄຂ ໃຫ້ປະຊາຊົນ ແລະ ສະເໜີໃຫ້ມີວິທີແກ້ໄຂຢ່າງເປັນຮູບປະທຳ ໃນການຊື້ເຊົ່າດິນ ແລະ ເຮືອນ. ສະເໜີ ສະພາແຫ່ງຊາດ ລົງຕິດຕາມກວດກາ ຫາຂໍ້ຂັດແຍ້ງ ທີ່ດິນລະຫວ່າງບໍລິສັດນຳພາກໍ່ສ້າງຂົວທາງກັບປະຊາຊົນບ້ານຊຽງດາ ເມືອງໄຊເສດຖາ ຈຳນວນ 126 ຄອບຄົວ ເຊິ່ງແກ່ຍາວມາຫຼາຍປີແລ້ວ.

3. ບັນຫາການເຮັດວຽກງານທຳ ໃຫ້ລູກຫຼານປະຊາຊົນບັນດາເຜົ່າ ຢູ່ທ້ອງຖິ່ນຕ່າງໆ ລວມທັງຜູ້ຈົບແລ້ວບໍ່ມີວຽກເຮັດງານທຳ ບໍ່ມີລາຍຮັບ ຈຳນວນໜຶ່ງໄປຊອກວຽກເຮັດງານທຳໂຄງການຕ່າງປະເທດ ແລະ ເຮັດວຽກຢູ່ສວນກ້ວຍ ຫຼື ໄປເຮັດວຽກຕ່າງປະເທດ ດ້ວຍຄວາມຮູ້ເທົ່າບໍ່ເຖິງການ ບໍ່ມີຄວາມຮູ້ ຖືກນາຍຈ້າງເອົາປຽບ ເຊິ່ງເກີດຂຶ້ນຕະຫຼອດໃນສັງຄົມລາວ. ຂໍສະເໜີໃຫ້ອົງການຈັດຕັ້ງທີ່ກ່ຽວຂ້ອງ ພິຈາລະນາແກ້ໄຂດ່ວນ ຄວນມີກົນໄກປູກຈິດສຳນຶກ ຄ່ານິຍົມການຮຽນ ການເຮັດວຽກ ແລະ ກວດກາຄືນຄວາມຮັບຜິດຊອບ ຂອງບໍລິສັດຈັດຫາງານຕ່າງໆ ເກັບກຳສະຖິຕິນັກຮຽນທີ່ຮຽນຈົບຈາກວິຊາອາຊີບ, ຜູ້ບໍ່ໄດ້ຮຽນມີວິຊາຊີບ ລວມທັງແຮງງານງານລາວ ທີ່ກັບມາຈາກຕ່າງປະເທດ ໃນໄລຍະໂຄວິດ-19 ຈຳນວນຫຼວງຫຼາຍ ກໍມີວິຊາຊີບຫຼາກຫຼາຍ ມີຄວາມຊຳນານວຽກງານໃດໜຶ່ງ. ເຮົາຈະສ້າງແຮງຈູງໃຈແນວໃດ ເພື່ອໃຫ້ເຂົາມາປະກອບສ່ວນໃນການຜະລິດ ຕາມເງື່ອນໄຂຄວາມຮູ້ຄວາມສາມາດ ເພື່ອເປັນການແກ້ໄຂຊີວິດຂອງເຂົາໃຫ້ດີຂຶ້ນ. ປະຊາຊົນ ກໍຄືຜູ້ປົກຄອງເດັກ ມີຄວາມເປັນຫ່ວງຕໍ່ຄຸນະພາບການສຶກສາຮ່ຳຮຽນ, ໃນສະພາບການຮຽນປັດຈຸບັນ ບາງຄົນໄດ້ຮຽນ ແຕ່ຄຸນະພາບຍັງຈຳກັດ ບາງຈຳນວນກໍບໍ່ໄດ້ຮຽນ ບາງຄົນໄປຮຽນຕ່າງປະເທດກໍກັບຄືນມາບໍ່ໄດ້, ສະນັ້ນ ຈຶ່ງຢາກໃຫ້ມີວິທີແກ້ໄຂ.

4. ສະເໜີໃຫ້ມີມາດຕະການ ໃນການລົງທຶນຂອງລັດເພີ່ມຂຶ້ນ ເຊິ່ງໂຄງການແນວລາວສ້າງຊາດເຫັນວ່າ ການລົງທຶນຂອງລັດນັບມື້ນັບລົດລົງ ແຕ່ການທົດແທນດ້ານນະໂຍບາຍ ທີ່ສາມາດສຳຜັດ ແລະ ຈັບບາຍໄດ້ ໃນເຂດຫຍຸ້ງຍາກ ຍັງບໍ່ເປັນຮູບປະທຳເທົ່າທີ່ຄວນ ເພື່ອສົ່ງເສີມການຜະລິດພາຍໃນ ແລະ ການຊົມໃຊ້ຜະລິດຕະພັນຂອງລາວເຮົາ ໃຫ້ກາຍເປັນວັດທະນະທຳໜຶ່ງ ເຊິ່ງເຫັນວ່າຈະເປັນວິທີການກະຕຸ້ນ ເສດຖະກິດຂອງລາວ ພ້ອມກັນນີ້ຄວນພິຈາລະນາການນຳເຂົ້າສິນຄ້າຈາກຕ່າງປະເທດ ຕົວຢ່າງ: ຢູ່ນະຄອນຫຼວງວຽງຈັນ ມີ 813 ຊະນິດສິນຄ້າ ທີ່ສາມາດແຂ່ງຂັນໄດ້ ຈະເປັນການປະກອບສ່ວນເສດຖະກິດລາວໃຫ້ເຂັ້ມແຂງ, ປະຊາຊົນກໍມີວຽກເຮັດງານທຳ ມີລາຍຮັບ ແລະ ຫຼຸດຜ່ອນຄວາມທຸກຍາກບໍ່ຫຼາຍກໍໜ້ອຍ.

5. ອົງການປົກຄອງ ແລະ ປະຊາຊົນ ກຸ່ມເນີນສູງ ເມືອງໂພນໄຊ ແຂວງຫຼວງພະບາງ ມີ 5 ບ້ານ ທີ່ເປັນເຂດປະຕິວັດເມື່ອກ່ອນ ປັດຈຸບັນຍັງຂາດປັດໄຈ ການພັດທະນາເສດຖະກິດສັງຄົມ ທ່າແຮງປະຊາຊົນເຂດດັ່ງກ່າວ ຖືເອົາການຜະລິດກະສິກຳເປັນຕົ້ນຕໍ ປະຊາຊົນຜະລິດແລ້ວບໍ່ໄດ້ຂາຍ ບໍ່ມີຜູ້ໄປຊື້ເພາະທາງຍາກ, ປັດຈຸບັນ ປະຊາຊົນ ຫັນມາປູກຫຍ້າປູກຝັງລ້ຽງສັດເປັນສ່ວນໃຫຍ່. ຂໍສະເໜີໃຫ້ການຈັດຕັ້ງພັກ-ລັດ ຊ່ວຍພິຈາລະນາແກ້ໄຂ ບັນຫາການດຶງໄຟຟ້າແຮງສູງເຂົ້າບ້ານ, ການພັດທະນາເສັ້ນທາງ ໃຫ້ທຽວໄດ້ 2 ລະດູ, ການສື່ສານ ແລະ ຂະແໜງການອື່ນໆ. ຜ່ານມາປະຊາຊົນໄດ້ສະເໜີພາກສ່ວນທີ່ກ່ຽວຂ້ອງ ເພື່ອແກ້ໄຂ ແຕ່ບໍ່ໄດ້ຮັບຄຳຕອບ ທັງບໍ່ມີການພິຈາລະນາແກ້ໄຂ ປະຊາຊົນຕົວເມືອງນະຄອນຫຼວງວຽງຈັນ ຕາມຮ່ອມຕາມຊອຍຈຳນວນໜຶ່ງ ກໍຍັງມີຄວາມຫຍຸ້ງຍາກ ການໄປມາຕໍ່ການທຳມາຫາກິນ ຍ້ອນຫົນທາງເປ່ເພ, ເປັນບໍ່ເປັນຂຸມ, ບໍ່ມີໄຟຟ້າ ພາໃຫ້ເກີດອຸບັດຕິເຫດ, ຍາມແລ້ງກໍເປັນຂີ້ຝຸ່ນ ທັງເປັນເງື່ອນໄຂ ໃຫ້ກຸ່ມຄົນບໍ່ດີ ສວຍໃຊ້ການກໍ່ຄວາມບໍ່ສະຫງົບສຸກ. ຂໍໃຫ້ຊ່ວຍໃນການແກ້ໄຂ ມີປະຊາຊົນສະເໜີຫຼາຍ ແຕ່ບໍ່ໄດ້ຮັບການແກ້ໄຂ ທັງບໍ່ມີຄຳຕອບໃຫ້ປະຊາຊົນ ເຮັດໃຫ້ປະຊາຊົນບໍ່ຢາກສະເໜີ ບໍ່ຢາກມີຄຳເຫັນ.

6. ປະຊາຊົນບັນດາຊັ້ນຄົນ ເຫັນດີ ແລະ ສະໜັບສະໜູນ ພັກ-ລັດ ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ໂດຍສະເພາະການແກ້ໄຂບັນຫາວາລະຢາເສບຕິດ. ແຕ່ກໍເປັນຫ່ວງໃນການປະຕິບັດຕົວຈິງ ບັນຫາຫຍໍ້ທໍ້ໃນສັງຄົມມີຫຼາຍພໍສົມຄວນ ອັນເນື່ອງມາຈາກສະຕິເຄົາລົບ ແລະ ປະຕິບັດລັດຖະທຳມະນູນກົດໝາາຍຂອງຊັ້ນຄົນໃນສັງຄົມຍັງບໍ່ສູງ, ມີການລະເມີດລະບຽບກົດໝາຍ. ໃນນັ້ນເຫັນວ່າ ບັນຫາການຄ້າຂາຍ, ການເສບຢາເສບຕິດ ມີການບໍລິການຢ່າງກວ້າງຂວາງໄປທົ່ວເຖິງທຸກເຂດຕາມໄຮ່ນາຮົ້ວສວນ, ບ່ອນປະຊາຊົນດຳລົງຊີວິດ, ບາງຄອບຄົວພົ້ນທຸກແລ້ວແຕ່ທຸກຄືນ ແລະ ທຸກຫຼາຍກວ່າເກົ່າ ຍ້ອນສະມາຊິກຄອບຄົວຕິດຢາເສບຕິດ, ຫຼິ້ນກິນຟຸມເຟືອຍ, ຫວັງມີເງິນແບບເພີ້ຝັນ ລວມທັງບັນຫາການສໍ້ລາດບັງຫຼວງ ບໍ່ຢ້ານລະບຽບກົດໝາຍ ແລະ ສະພາບດັ່ງກ່າວນີ້ ຄຸມເຄືອມາຕະຫຼອດ ພົວພັນທຸກກຸ່ມຄົນ. ສະນັ້ນ ຂໍໃຫ້ແກ້ໄຂບັນຫາດັ່ງກ່າວນີ້ ຈົ່ງໄດ້ປະຕິບັດມາດຕະການຢ່າງເຂັ້ມງວດ, ເດັດຂາດຕໍ່ຜູ້ກະທຳຜິດ ລວມທັງຂັ້ນຕອນດຳເນີນການໂດຍບໍ່ມີຂໍ້ຍົກເວັ້ນໃດໆ.

7. ຂໍ້ສະເໜີຕໍ່ສະມາຊິກສະພາແຫ່ງຊາດ ຕະຫຼອດໄລຍະ 5 ປີ ຂອງສະພາແຫ່ງຊາດຊຸດທີ 8 ປະຊາຊົນຜູ້ມີສິດເລືອກຕັ້ງ ສະເໜີໃຫ້ສະມາຊິກສະພາແຫ່ງຊາດ ລົງພົບປະໃກ້ຊິດກັບປະຊາຊົນໃຫ້ຫຼາຍ ໃນຊຸດທີ 9 ກໍມີຂໍ້ສະເໜີຄືດັ່ງກ່າວເຊັ່ນກັນ ຂໍໃຫ້ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ ເພີ່ມທະວີການລົງພົບປະໃກ້ຊິດກັບປະຊາຊົນໃຫ້ຫຼາຍຂຶ້ນຕື່ມ ໂດຍສະເພາະປະຊາຊົນຢູ່ເຂດພູດອຍຫ່າງໄກ ທຸລະກັນດານຕາມຊາຍແດນຄວນມີການວາງຄາດໝາຍຢ່າງຊັດເຈນ.

8. ສະເໜີລັດຖະບານ ສືບຕໍ່ເອົາໃຈໃສ່ແກ້ໄຂບັນຫານະໂຍບາຍ ຕໍ່ຜູ້ທີ່ມີຜົນງານ ມີຄຸນງາມຄວາມດີຕໍ່ປະເທດຊາດຕາມລະບຽບການ ແລະ ຊ່ວຍເຫຼືອປະຊາຊົນ ທີ່ທຸກຍາກຂາດເຂີນ ໃນໄລຍະທີ່ມີການລະບາດຂອງພະຍາດໂຄວິດ-19, ຜູ້ທີ່ປະສົບໄພພິບັດທຳມະຊາດຢູ່ຕາມທ້ອງຖິ່ນຕ່າງໆ ມີຜົນເສຍຫາຍ ມີຜົນກະທົບຫຼາຍ ແຕ່ການແກ້ໄຂຍັງຂ້ອນຂ້າງຊັກຊ້າແກ່ຍາວ ປະຊາຊົນກໍມີການຄອງຄອຍ.

9. ສະເໜີສະພາແຫ່ງຊາດ ຊຸກຍູ້ລັດຖະບານ ເອົາໃຈໃສ່ຕໍ່ວຽກງານ ກໍສ້າງຮາກຖານການເມືອງ ຕິດພັນກັບການແຂ່ງຂັນຮັກຊາດແບບພັດທະນາ ວຽກງານສາມສ້າງຂອງພັກ ໃຫ້ສອດຄ່ອງເຂົ້າໃນວຽກງານສະພາໃຫ້ເປັນຮູບປະທຳ ເປັນຕົ້ນວຽກງານພັດທະນາຊົນນະບົດ, ລຶບລ້າງຄວາມທຸກຍາກ ເຊິ່ງລັດຖະບານກໍໄດ້ຈັດສັນງົບປະມານຫຼາຍສົມຄວນ ແຕ່ການປະຕິບັດຕົວຈິງ ເຫັນວ່າ: ການສ້າງບ້ານພັດທະນາ ການສ້າງຄອບຄົວໃຫ້ພົ້ນທຸກ ຍັງບໍ່ທັນບັນລຸຕາມແຜນທີ່ວາງໄວ້.

10. ສະເໜີ ຂໍໃຫ້ຊຸກຍູ້ລັດຖະບານ ເລັ່ງລັດປັບປຸງຂອດຂັ້ນການບໍລິການ ການບໍລິຫານລັດໃຫ້ກະທັດຮັດ ແລະ ເລັ່ງລັດປັບປຸງ ການແບ່ງຂັ້ນຄຸ້ມຄອງລະຫວ່າງຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ.

ບັນດາທ່ານສະມາຊິກສະພາແຫ່ງຊາດທັງຫຼາຍ ສູນກາງແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ນຳເອົາຄຳຄິດເຫັນ ຄວາມມຸ່ງມາດປາດຖະໜາຂອງປະຊາຊົນບັນດາເຜົ່າ ມາສະເໜີຕໍ່ສະພາແຫ່ງຊາດ ໂດຍຜ່ານສະພາແຫ່ງຊາດ ໄປຍັງພາກສ່ວນທີ່ກ່ຽວຂ້ອງ ເພື່ອຄົ້ນຄວ້າພິຈາລະນາແກ້ໄຂ ໃຫ້ຄຳຊີ້ແຈງຕໍ່ປະຊາຊົນ ຕາມທີ່ເຫັນສົມຄວນ ເພື່ອສ້າງຄວາມເຊື່ອໝັ້ນໄວ້ວາງໃຈຂອງປະຊາຊົນຕໍ່ສະພາແຫ່ງຊາດ ຄືການນຳພາຂອງພັກ-ລັດ ເຮົາ, ສ້າງໃຫ້ສັງຄົມມີຄວາມສະຫງົບ ມີຄວາມສາມັກຄີປອງດອງ ຍຸຕິທຳ ແລະ ສີວິໄລ.

ຂອບໃຈຂໍ້ມູນຈາກ: ໂທລະພາບແຫ່ງຊາດລາວ ທລຊ 1

https://web.facebook.com/LaoNationalTV/videos/864236040904967/  (ນາທີ 29:34 ເປັນຕົ້ນໄປ)

(ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ປະຈຳວັນທີ 8.11.2021)

ທ່ານສາມາດຕິດຕາມກອງປະຊຸມໄດ້ທຸກວັນຈັນຫາວັນເສົາ ເລີ່ມເວລາປະມານ 09:00 ເປັນຕົ້ນໄປ ຕັ້ງແຕ່ວັນທີ 1 ພະຈິກ 2021 ຈົນຮອດ ວັນທີ 17 ພະຈິກ 2021

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/