ຜູ້ບໍລິຫານເທສະບານນະຄອນ ນິວຢອກ ຄົນໃໝ່ປະກາດຮັບເອົາເງິນເດືອນ 3 ເດືອນທຳອິດເປັນ Bitcoin


ທີ່ນະຄອນ ນິວຢອກ, ສະຫະລັດອາເມຣິກາ ໃນວັນທີ 5 ພະຈິກ 2021 ທີ່ຜ່ານມາ ທ່ານ Eric Adams ຜູ້ຊະນະການເລືອກຕັ້ງຜູ້ບໍລິຫານເທສະບານນະຄອນນິວຢອກ ໄດ້ອອກມາປະກາດຫຼັງຈາກຊະນະການເລືອກຕັ້ງວ່າ ຈະຮັບເງິນເດືອນ 3 ເດືອນທຳອິດເປັນຮູບແບບສະກຸນເງິນ Digital ພ້ອມຈະຊຸກຍູ້ໃຫ້ນະຄອນນິວຢອກເປັນສູນກາງຂອງອຸດສາຫະກຳ Cryptocurrency.

ທ່ານ Eric Adams ເຊິ່ງມາຈາກພັກ Democrats ກຳລັງຈະເປັນຜູ້ບໍລິຫານເທສະບານຜິວດຳຄົນທີ 2 ຂອງນະຄອນນິວຢອກ ຫຼັງຈາກເອົາຊະນະທ່ານ Curtis Sliwa ຈາກພັກ Republican ໃນການເລືອກຕັ້ງໃນວັນທີ 2 ພະຈິກທີ່ຜ່ານມາ ໂດຍ ທ່ານ Eric Adams ຈະເຂົ້າຮັບຕໍາແໜ່ງຕໍ່ຈາກ ທ່ານ Bill De Blasio ເຊິ່ງຈະໝົດວາລະລົງໃນເດືອນ ມັງກອນ ປີໜ້າ.

“ທີ່ນະຄອນນິວຢອກ ເຮົາຫຼິ້ນໃຫຍ່ສະເໝີ ດັ່ງນັ້ນຫຼັງຈາກທີ່ຂ້ອຍເຂົ້າຮັບຕຳແໜ່ງ ຂ້ອຍຈະຂໍຮັບເງິນເດືອນ 3 ເດືອນທຳອິດເປັນ Bitcoin” ທ່ານ  Eric Adams ໄດ້ໂພສຂໍ້ຄວາມນີ້ຜ່ານບັນຊີ Twitter ສ່ວນຕົວ “New York city ຈະກາຍເປັນສູນກາງຂອງອຸດສາຫະກຳ Cryptocurrency  ແລະ ອຸດສາຫະກໍານະວັດຕະກໍາອື່ນໆ ທີ່ເຕີບໃຫຍ່ແບບວ່ອງໄວ, ຖ້າເບິ່ງ!”.

ຂໍ້ຄວາມທີ່ໂພສໄປຂອງທ່ານ Eric Adams ເບິ່ງຄືວ່າເປັນການພະຍາຍາມຈະເປັນທີໜຶ່ງທາງດ້ານ Cryptocurrency, ຫຼັງຈາກ ທ່ານ Francis Suarez ຜູ້ບໍລິຫານເທສະບານນະຄອນໄມອາມີ ເຄີຍອອກມາໂພສໃນ Twitter ກ່ອນໜ້ານີ້ວ່າ ລາວຈະຮັບເງິນເດືອນງວດຕໍ່ໄປເປັນ Bitcoin 100%.

ທ່ານ Eric Adams ໄດ້ໃຫ້ສໍາພາດກັບ Bloomberg Radio ວ່າ ລາວຕ້ອງການເດີມພັນກັບ ທ່ານ Francis Suarez ແບບເປັນມິດ ໃນການເຮັດໃຫ້ນະຄອນນິວຢອກກາຍມາເປັນສູນກາງຂອງອຸດສາຫະກໍາ Cryptocurrency.

“ພວກເຂົາມີ MiamiCoin ເຊິ່ງເຂົາເຈົ້າເຮັດໄດ້ດີຫຼາຍ ແລະ ເຮົາກໍຈະແນມເບິ່ງໄປໃນທິດທາງດຽວກັນ” ທ່ານ Eric Adams ກ່າວເສີມກັບ Bloomberg Radio.

ເພາະວ່າກ່ອນໜ້ານີ້ ທ່ານ Francis Suarez ໄດ້ຊ່ວຍສ້າງສະກຸນເງິນ Digital ທີ່ມີຊື່ວ່າ “ MiamiCoin” ເຊິ່ງດຳເນີນການໂດຍ CityCoins (ອົງກອນບໍ່ສະແຫວງຫາຜົນກຳໄລ) ໃນເດືອນ ສິງຫາທີ່ຜ່ານມາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/