Travis Scott ແລະ Drake ຖືກຟ້ອງຫຼັງຈາກເກີດເຫດການເສຍຊີວິດຂອງຜູ້ຊົມໃນຄອນເສີດ


Travis Scott ໄດ້ຖືກຟ້ອງຫຼາຍຂໍ້ຫາ ຫຼັງເຫດການເສຍຊີວິດເຖິງ 8 ຄົນ ແລະ ບາດເຈັບອີກຫຼາຍຮ້ອຍຂອງຜູ້ຊົມໃນງານຄອນເສີດ Astroworld.

ໃນວັນເສົາທີ່ຜ່ານມາໄດ້ມີງານເທສະການດົນຕີ Astroworld ທີ່ລັດເທັກຊັສ, ສະຫະລັດອາເມຣິກາ. ເຊິ່ງໃນຂະນະທີ່ສິລະປິນແຣັບເປີດັງຢ່າງ Travis Scott ຂຶ້ນເວທີ, ຜູ້ຊົມກໍພາກັນບຽດເຂົ້າໄປທາງໜ້າຈົນເກີດການແອອັດ ແລະ ບີບກັນແໜ້ນ. ສົ່ງຜົນໃຫ້ມີຜູ້ເສຍຊີວິດເຖິງ 8 ຄົນໃນການມາຮ່ວມຟັງສຽງເພງຂອງສິລະປິນທີ່ພວກເຂົາມັກ. ນອກຈາກນີ້ 5 ຄົນໃນກຸ່ມຜູ້ເສຍຊີວິດຍັງບໍ່ບັນລຸນິຕິພາວະ ຫຼື ກໍຄືອາຍຸບໍ່ຮອດ 18 ປີຊ້ຳ.

ງານດັ່ງກ່າວມີຜູ້ເຂົ້າຮ່ວມກວ່າ 50,000 ຄົນ ເຊິ່ງໃນຂະນະທີ່ມີການບຽດກັນ ຈົນບາງຄົນໝົດສະຕິໄປ ກໍໄດ້ມີທີມແພດພະຍາຍາມເຂົ້າມາ ແຕ່ຝູງຊົນກໍບັງທາງ ຫຼື ບາງຄົນກໍຍັງຂຶ້ນໄປນັ່ງຢູ່ເທິງລົດຕຳຫຼວດ. ປັດຈຸບັນຍັງບໍ່ສາມາດຢືນຢັນໄດ້ວ່າ Travis Scott ຮັບຮູ້ເຖິງບັນຫາທາງລຸ່ມແລ້ວ ແຕ່ເລືອກບໍ່ສົນໃຈ ພ້ອມດຳເນີນການສະແດງຕໍ່ໄປຫຼືບໍ່.

ໜຶ່ງໃນຜູ້ເຂົ້າຊົມງານທີ່ບາດເຈັບ ໄດ້ຟ້ອງ Travis Scott ແລະ ການປາກົດຕົວຂອງ Drake ໂດຍຈະເອົາຄ່າເສຍຫາຍ 1 ລ້ານໂດລາສະຫະລັດ ເນື່ອງຈາກສິລະປິນໄດ້ໄປກະຕຸ້ນຄົນເບິ່ງ ເຮັດໃຫ້ເກີດເຫດການທີ່ຮຸນແຮງ, ເຊິ່ງພວກເຂົາຍັງບໍ່ມີໃຜສະແດງຄວາມຄິດຫຍັງຕໍໍ່ການຟ້ອງຮ້ອງນີ້. ສ່ວນ Travis Scott ໄດ້ອອກມາເວົ້າພຽງວ່າ ຕົນເອງກຳລັງພະຍາຍາມໃຫ້ຄວາມຊ່ວຍເຫຼືອ ແກ່ຄອບຄົວຂອງຜູ້ເສຍຊີວິດທີ່ອາຍຸນ້ອຍສຸດໃນນັ້ນ ໂດຍແມ່ນເດັກອາຍຸ 14 ປີ.

ໃນວັນຈັນທີ່ຜ່ານມາ, ທະນາຍຄວາມເມືອງຮິວສຕັນໄດ້ປະກາດວ່າ ທາງບໍລິສັດໄດ້ມີການກະກຽມຕັ້ງຂໍ້ຫາຕໍ່ Travis Scott, ຜູ້ໂປຣໂໝດງານ ແລະ ທີມບໍລິຫານ, ລວມໄປເຖິງຜູ້ໃຫ້ສະໜອງສະຖານທີ່ ແລະ ບໍລິສັດບັນເທິງ Live Nation ໃນຂໍ້ຫາປ່ອຍປະລະເລີຍ, ລົ້ມເຫຼວໃນການຈັດຕັ້ງການປ້ອງກັນທີ່ເໝາະສົມ ແລະ ການສະໜອງໃນກໍລະນີສຸກເສີນ.

ເຊິ່ງບໍລິສັດທະນາຍຄວາມດັ່ງກ່າວໄດ້ເປັນຕົວແທນໃຫ້ແກ່ຜູ້ເສຍຫາຍລວມ 35 ຄົນຈາກງານ.

ໜຶ່ງໃນນັ້ນມີຄອບຄົວຂອງ Axel Acosta ເຫຍື່ອທີ່ເສຍຊີວິດໃນອາຍຸ 21 ປີ ຈາກຄວາມແຕກຕື່ນຄັ້ງນີ້. “ໃນຂະນະທີ່ Axel ລົ້ມລົງ ກໍມີກຸ່ມຜູ້ຊົມທີ່ພະຍາຍາມໜີເອົາຕົວເອງລອດໂດຍການຢຽບລາວຄືເປັນຂີ້ເຫຍື້ອ” Tony Buzbee ຜູ້ເປັນເຈົ້າຂອງບໍລິສັດທະນາຍຄວາມໄດ້ກ່າວໄວ້ໃນຂະນະທີ່ກຳລັງໃຫ້ຖະແຫຼງການພ້ອມກັບຄອບຄົວຂອງ Axel.

ອີກກໍລະນີແມ່ນຜູ້ເຂົ້າຮ່ວມງານ Kristian Paredes ກ່າວຫາ Travis Scott ແລະ Drake ວ່າໄດ້ມີການປຸກປັ່ນ “ຄວາມຮຸນແຮງ” ພ້ອມທັງກ່າວວ່າບໍລິສັດບັນເທີງ Live Nation ແລະ ຜູ້ສະໜອງສະຖານທີ່ນັ້ນ ລົ້ມເຫຼວໃນການຈັດຫາຄວາມປອດໄພທີ່ພຽງພໍ ແລະ ການບໍລິການທາງດ້ານການແພດ. ການຟ້ອງຮ້ອງດັ່ງກ່າວແມ່ນເອີ້ນຄ່າເສຍຫາຍ 1 ລ້ານໂດລາສະຫະລັດ, Kristian ຍັງເສີມອີກວ່າຕົນເອງຖືກຍູ້ໃຫ້ໄປຢູ່ທາງໜ້າທັນທີ “ຫຼາຍຄົນພະຍາຍາມຂໍຄວາມຊ່ວຍເຫຼືອຈາກເຈົ້າໜ້າທີ່ຄວາມປອດໄພທີ່ຖືກຈ້າງໂດຍບໍລິສັດບັນເທີງດັ່ງກ່າວ ແຕ່ພວກເຂົາກໍບໍ່ສົນໃຈ”

ທາງບໍລິສັດບັນເທີງ Live Nation ຍັງບໍ່ໄດ້ສະແດງຄຳຄິດເຫັນຕໍ່ການຟ້ອງຮ້ອງ ແຕ່ໄດ້ບອກວ່າກຳລັງດຳເນີນການໃຫ້ຂໍ້ມູນ ແລະ ການຊ່ວຍເຫຼືອໃຫ້ຫຼາຍທີ່ສຸດເທົ່າທີ່ຈະເຮັດໄດ້ ແກ່ຝ່າຍສືບສວນສອບສວນທ້ອງຖິ່ນ.

ເຈົ້າໜ້າທີ່ຕຳຫຼວດໃນລັດເທັກຊັສໄດ້ມີການຈັດສັນທີມສືບສວນສອບສວນທັນທີທີ່ເກີດເຫດ ແລະ ພະຍາຍາມຄົ້ນຫາຫຼັກຖານຕາມລາຍງານໂດຍແບ່ງອອກເປັນແຕ່ລະກໍລະນີ ເນື່ອງຈາກວ່າມີຜູ້ຊົມຄົນໜຶ່ງໄດ້ມີລາຍງານວ່າມີການໃຊ້ສານເສບຕິດແບບສັກຢາລົງໄປໃນກຸ່ມຜູ້ຊົມກັນເອງ ຫຼາຍໆຄົນຕ້ອງໄດ້ໃຊ້ຢາຕ້ານສານເສບຕິດເພື່ອປ້ອງກັນບໍ່ໃຫ້ເສບຢາເກີນຂະໜາດ. ລວມໄປເຖິງເຈົ້າໜ້າທີ່ຮັກສາຄວາມປອດໄພ ທີ່ຕຳຫຼວດພົບເຫັນຮອຍສັກຢາຢູ່ທີ່ຄໍ. ນອກຈາກນີ້ພວກເຂົາໄດ້ປະຕິເສດການໃຫ້ຄຳເຫັນຕ່າງໆໃນການສືບສວນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/