ຜູ້ຈັດການສາງສິນຄ້າແຫ່ງໜຶ່ງ ໄດ້ກະສຽນຕົນເອງຫຼັງຈາກໄດ້ກຳໄລຈາກຫຼຽນ SHIB ຢ່າງມະຫາສານ ດ້ວຍເງິນລົງທຶນພຽງ 8,000 ໂດລາ


ຜູ້ລົງທຶນຫຼຽນມີມ Shiba Inu (SHIB) ຄົນໜຶ່ງໄດ້ເຮັດການກະສຽນຕົນເອງແລ້ວ ຫຼັງຈາກທີ່ກ່ອນໜ້ານີ້ລາວໄດ້ລົງທຶນຫຼຽນດັ່ງກ່າວໃນເດືອນກຸມພາທີ່ຜ່ານມາ ດ້ວຍເງິນພຽງຫຼັກພັນໂດລາເທົ່ານັ້ນ.

ໂດຍອ້າງອີງຈາກວາລະສານ fortune ຜູ້ຈັດການສາງສິນຄ້າຂອງ supermarket ແຫ່ງໜຶ່ງ ຊື່ວ່າ Rob ອາຍຸ 35 ປີ ຈາກປະເທດອັງກິດ ເຜີຍວ່າລາວໄດ້ລົງທຶນດ້ວຍເງິນພຽງ 8,000 ໂດລາ (ປະມານ 83,178,916 ລ້ານກີບ) ກັບຫຼຽນ Shiba Inu (SHIB) ໃນຕອນທີ່ຫຼຽນມີລາຄາປະມານ 0.0000001ໂດລາ ເຮັດໃຫ້ລາວໄດ້ຮັບຫຼຽນດັ່ງກ່າວມາເປັນຈຳນວນ 800 ພັນລ້ານຫຼຽນ ໃນເດືອນພຶດສະພາທີ່ຜ່ານມາ ເມື່ອລາຄາຫຼຽນໂດດຂຶ້ນສູງ ແລະ ຢູ່ໃນລະດັບສູງຕະຫຼອດການໂດຍເພີ່ມຂຶ້ນ 1,200 ເທົ່າ ຈາກລາຄາເກົ່າທີ່ Rob ເຄີຍຊື້ ແລະ ຫຼັງຈາກນັ້ນ Rob ໄດ້ຢຸດການລົງທຶນບາງສ່ວນດ້ວຍການຖອນເງິນຫຼຽນ Shiba Inu ມູນຄ່າ 500,000 ໂດລາ ມາເຂົ້າບັນຊີທະນາຄານຂອງລາວ.

“ຂ້ອຍມາຈາກຄອບຄົວທີ່ພື້ນຫຼັງເປັນຄົນທຸກຍາກ ຂ້ອຍບໍ່ເຄີຍຈິນຕະນາການເລີຍວ່າຂ້ອຍຈະມີເງິນຫຼວງຫຼາຍຂະໜາດນີ້” Rob ກ່າວ. ນອກຈາກນີ້ລາວຍັງບອກອີກວ່າລາວຮ້ອງໄຫ້ຕະຫຼອດເວລາທີ່ຈັບເງິນອອກມາ ແລະ ລາວກໍກວດສອບບັນຊີທະນາຄານຂອງລາວທຸກໆຊົ່ວໂມງໃນມື້ທຳອິດທີ່ລາວຖອນເງິນອອກມາ ເພືື່ອໃຫ້ແນ່ໃຈວ່າເງິນຈະບໍ່ຫາຍໄປ “ແຕ່ມັນກໍບໍ່ຫາຍໄປ ມັນບໍ່ແມ່ນຄວາມຝັນ” Rob ກ່າວຕື່ມ.

ຕອນນີ້ Rob ໄດ້ຄອບຄອງຫຼຽນ SHIB ທີ່ມີມູນຄ່າກວ່າ 1 ລ້ານໂດລາ ຫຼັງຈາກທີ່ລາຄາຫຼຽນເພີ່ມຂຶ້ນສູງຕໍ່ເນື່ອງໃນເດືອນຕຸລາທີ່ຜ່ານມາ. ຈຳນວນເງິນດັ່ງກ່າວເຮັດໃຫ້ລາວລາອອກຈາກວຽກປະຈຳທີ່ມີຄ່າຈ້າງ 68,000ໂດລາ/ປີ ແລະ ກັບມາຢູ່ເຮືອນເພື່ອເບິ່ງແຍງລູກຊາຍຂອງລາວ ແລະ ລາວໄດ້ເຂົ້າຮ່ວມການອະພິປາຍອອນລາຍກ່ຽວກັບໂຄງການທີ່ກ່ຽວຂ້ອງກັບ SHIB ນອກຈາກນີ້ລາວຍັງວາງແຜນທີ່ຈະ HODL (ແມ່ນການຊື້ແລ້ວຖືໄວ້ເປັນເວລາດົນ) ດ້ວຍຫຼຽນທີ່ເຫຼືອຢູ່ຂອງລາວ.

ແລະ Rob ນັ້ນກໍຖືວ່າເປັນສ່ວນໜຶ່ງຂອງຜູ້ໃຊ້ Crypto ຮຸ່ນໃຫມ່ທີ່ປະສົບຄວາມສຳເລັດໃນການເປັນເສດຖີ ເຊິ່ງເປັນລັກສະນະດຽວກັບນັກຖື Bitcoin (BTC) ເປັນ ຫຼັງຈາກທີ່ລາຄາ BTC ຂຶ້ນເຮັດຈຸດສູງສຸດໃໝ່ໃນປີ 2017 ໂດຍໃນຂະນະທີ່ລາຍງານຂ່າວນີ້ ລາຄາຂອງ SHIB ຢູ່ທີ່ 0.000058 ໂດລາ ເຊິ່ງເພີ່ມຂຶ້ນຫຼາຍກວ່າ 5,799,999,900% ນັບຕັ້ງແຕ່ເດືອນຕຸລາ ປີ 2020.

ມີລາຍງານຜູ້ທີ່ມີຫຼຽນ ຫຼື ຊື້ຫຼຽນດັ່ງກ່າວຄືກັນກັບ Rob ໃນເດືອນສິງຫາທີ່ຜ່ານມາຕອນນີ້ແມ່ນກາຍເປັນເສດຖີ ແລະ Whale (ຜູ້ທີ່ມີເງິນຈຳນວນມະຫາສານຫຼືນັກລົງທຶນໃໝ່) ຕົວໃໝ່ຂອງວົງການ Crypto. ຢ່າງໃດກໍຕາມຫາກຜູ້ຖືຫຼຽນສ່ວນໃຫຍ່ຍັງມີການເທຂາຍຫຼຽນດັ່ງກ່າວເລື້ອຍໆ ອາດເຮັດໃຫ້ລາຄາຂອງ SHIB ຕົກລົງຄືກັນກັບໃນຫຼາຍໆເດືອນທີ່ຜ່ານມາກໍເປັນໄດ້.

ປັດຈຸບັນຫຼຽນ SHIB ໄດ້ຮັບການຈັດອັນດັບໃຫ້ເປັນສະກຸນເງິນ ດິຈິຕອນ (Digital) ທີ່ໃຫຍ່ທີ່ສຸດເປັນອັນດັບ 11 ຕາມມູນຄ່າຕະຫຼາດໃນ CoinMarketCap ໂດຍໃນຕອນນີ້ມູນຄ່າຕາມຕະຫຼາດຂອງ SHIB ຢູ່ປະມານ 3.26 ໝື່ນລ້ານ ໂດລາ ແລະ ມີຫຼຽນໝຸນວຽນຫຼາຍກວ່າ 549 ລ້ານລ້ານຫຼຽນ.

ຂອບໃຈຂໍ້ມູນຈາກ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/