ໄວໜຸ່ມໃຊ້ທ່າທາງມືທີ່ຮຽນມາຈາກ TikTok ຂໍຄວາມຊ່ວຍເຫຼືອ ຈົນຕຳຫຼວດເຂົ້າໄປຊ່ວຍໄດ້ສຳເລັດ


ໂຊຊຽວມີເດຍໃນປັດຈຸບັນເປັນແຫຼ່ງທີ່ລວມເອົາທຸກຄົນ, ທຸກເພດ ແລະ ທຸກກຸ່ມອາຍຸເຂົ້າມາ ໂດຍຈະເອີ້ນໄດ້ວ່າບໍ່ແມ່ນບ່ອນທີ່ຕັດສິນຜູ້ໃຊ້ອິນເຕີເນັດຈາກສາມສິ່ງທີ່ກ່າວມາ ເພາະພວກເຂົາແຂ່ງກັນດ້ວຍທັກສະຄວາມສາມາດຫຼາຍກວ່າ ຫຼື ອາດຈະເອີ້ນໄດ້ວ່າບໍ່ແມ່ນການແຂ່ງຂັນ ແຕ່ເປັນການແບ່ງປັນຄວາມຮູ້ ເຊັ່ນກໍລະນີຍິງສາວອາຍຸ 16 ປີຈາກເມືອງແອຊວິລ, ລັດແຄໂຣໄລນາເໜືອໄດ້ຫາຍຕົວໄປ ແຕ່ກໍໄດ້ຮັບການຊ່ວຍເຫຼືອຈາກເຈົ້າໜ້າທີ່ຕຳຫຼວດເຄນຕັກກີ້ສຳເລັດ ຫຼັງຈາກທີ່ພວກເຂົາເຫັນວ່າຍິງສາວດັ່ງກ່າວໃຫ້ສັນຍານມືທີ່ຮຽນມາຈາກ TikTok ເຊິ່ງສະແດງໃຫ້ເຫັນເຖິງຄວາມຮຸນແຮງພາຍໃນ.

ທາງພໍ່ແມ່ຂອງຍິງສາວໄດ້ມີການແຈ້ງຄວາມກັບຫ້ອງການຕຳຫຼວດເມືອງເຄັນຕັກກີ້ວ່າລູກຂອງຕົນນັ້ນຫາຍຕົວໄປ ຕັ້ງແຕ່ວັນອັງຄານທີ່ຜ່ານມາ. ພາຍຫຼັງມີຄົນຂັບລົດຈັກໂທແຈ້ງຕຳຫຼວດວ່າເຫັນເດັກຍິງມີທ່າທາງກັງວົນໃຈຢູ່ໃນລົດຄັນທາງໜ້າລາວ ຢູ່ທາງຫຼວງທີ່ສາມາດເຊື່ອມຕໍ່ກັບລັດຕ່າງໆ. ຍິງສາວຜູ້ນັ້ນພະຍາຍາມສົ່ງສັນຍານມື ໂດຍສັນຍານນີ້ ຜູ້ໃຊ້ສາມາດສື່ສານດ້ວຍມືຂ້າງດຽວ ເມື່ອຕົນເອງຕົກຢູ່ໃນສະຖານະການຫຍຸ້ງຍາກໄດ້ ໂດຍເປັນການບອກວ່າ “ຂ້ອຍຕ້ອງການຄວາມຊ່ວຍເຫຼືອ” ແລະ “ຄວາມຮຸນແຮງພາຍໃນ”

ຜູ້ຕ້ອງຫາຄະດີ ພາຍຫຼັງມາຮູ້ຊື່ວ່າແມ່ນ James Herbert Brick ອາຍຸ 61 ປີໄດ້ມີການລັກພາຕົວຍິງສາວຈາກລັດແຄໂຣໄລນາເໜືອ ໄປຮອດບ່ອນພັກອາໄສຂອງຍາດພີ່ນ້ອງທີ່ລັດໂອຮາຍໂອ ແຕ່ກໍຮີບອອກມາຈາກລັດໂອຮາຍໂອເມື່ອພີ່ນ້ອງໄດ້ຮູ້ວ່າຍິງສາວທີ່ລັກພາຕົວມານັ້ນຍັງອາຍຸບໍ່ຮອດ 18 ແລ້ວຈຶ່ງໂທແຈ້ງຕຳຫຼວດ.ຈົນຮອດວັນພະຫັດທີ່ທາງເຈົ້າໜ້າທີ່ຕຳຫຼວດໄດ້ສຳເລັດການຈັບຕົວຜູ້ຕ້ອງຫາດັ່ງກ່າວ James ໄດ້ມີຄວາມຕ້ອງການທາງສຳພັນກັບເດັກຍິງທີ່ຍັງບໍ່ບັນລຸນິຕິພາວະ ພ້ອມຖືກຕັດສິນຕິດຄຸກໃນຂໍ້ຫາການມີເຈດຕະນາລົງມືກໍ່ຄະດີລະດັບ 1 ແລະ ການຮ່ວມປະເວນີກັບຄົນອາຍຸນ້ອຍກວ່າ 18 ປີ.

 “ພວກເຮົາບໍ່ຮູ້ວ່າຕັ້ງແຕ່ລົງຖະໜົນສາຍຕໍ່ຈາກລັດໂອຮາຍໂອ ຍິງສາວຜູ້ນີ້ພະຍາຍາມສົ່ງສັນຍານມືໂດຍຫວັງໃຫ້ຄົນອື່ນໄດ້ສັງເກດມາຈັກຄົນ ຫຼື ເປັນເວລາດົນປານໃດແລ້ວ ແຕ່ໃນທີ່ສຸດກໍໄດ້ມີຄົນສັງເກດເຫັນມັນ”

(ຮູບພາບບອກວິທີສ້າງສັນຍານມື ຈາກອົງການແມ່ຍິງແຄນນາດາ Canadian Women’s Foundation)

ຜູ້ຊ່ຽວຊານທາງດ້ານຄວາມຮຸນແຮງພາຍໃນໄດ້ມີການສະເໜີໃຫ້ໃຊ້ສັນຍານເພື່ອຂໍຄວາມຊ່ວຍເຫຼືອ. ທາງຕຳຫຼວດໄດ້ບອກວ່າຍິງສາວນັ້ນໃຊ້ສັນຍານມືທີ່ຮຽນຈາກແອັບໂຊຊຽວດັງຢ່າງ TikTok.

ການໃຊ້ອິນເຕີເນັດກໍຄືການເຂົ້າຫາແຫຼ່ງຂໍ້ມູນທີ່ບໍ່ມີຂີດຈຳກັດ ແລະ ສາມາດນຳມາໃຊ້ໃຫ້ເກີດປະໂຫຍດຕໍ່ຊີວິດຈິງ ເຊິ່ງທັງໝົດນີ້ກໍຂຶ້ນກັບຕົວເຮົາທີ່ຈະເລືອກເສບເນື້ອຫາແບບໃດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/