ວັນທີ 6 ພະຈິກ ວັນສາກົນເພື່ອສະກັດກັ້ນການສະແຫວງຫາຜົນປະໂຫຍດດ້ານສິ່ງແວດລ້ອມໃນສົງຄາມ ແລະ ຄວາມຂັດແຍ່ງ


ວັນສາກົນເພື່ອສະກັດກັ້ນຜົນປະໂຫຍດດ້ານສິ່ງແວດລ້ອມໃນສົງຄາມ ແລະ ຄວາມຂັດແຍ້ງ ຫຼື International Day for Preventing the Exploitation of the Environment in War and Armed Conflict ກົງກັບວັນທີ 6 ພະຈິກຂອງທຸກໆປີ ປະກາດໂດຍອົງການສະມັດຊາໃຫຍ່ແຫ່ງສະຫະປະຊາຊາດ ໃນຕອນທີ່ ໂຄຟີ ອັນນັນ ດຳລົງຕຳແໜ່ງເປັນເລຂາທິການໃຫຍ່.

ໂຄງການສິ່ງແວດລ້ອມແຫ່ງສະຫະປະຊາຊາດພົບວ່າ ໃນໄລຍະ 60 ປີທີ່ຜ່ານມາ ຂໍ້ຂັດແຍ້ງທີ່ເກີດຂຶ້ນ ໃນນັ້ນ 40% ມີຄວາມເຊື່ອມໂຍງກັບການສະແຫວງຫາຜົນປະໂຫຍດຈາກຊັບພະຍາກອນທຳມະຊາດ ເຊັ່ນ: ໄມ້ຊຸງ, ເພັດ, ທອງຄຳ ແລະ ນ້ຳມັນ…

ນອກຈາກນັ້ນ ສິ່ງແວດລ້ອມມັກຈະຕົກເປັນເຫຍື່ອຂອງສົງຄາມ ບໍ່ວ່າຈະເປັນໜອງນ້ຳທີ່ຖືກພິດ, ຜືນປ່າ ແລະ ພືດພັນທີ່ຖືກເຜົາທຳລາຍ, ຕົ້ນໄມ້ທີ່ຖືກຕັດ, ດິນທີ່ເປື້ອນໄປດ້ວຍສານເຄມີ ລວມເຖິງສັດທີ່ຖືກຂ້າ.

ສະຫະປະຊາຊາດໃຫ້ຄວາມສຳຄັນຢ່າງຍິ່ງຕໍ່ບັນຫາດັ່ງກ່າວ ແລະ ສ້າງຫຼັກປະກັນວ່າຈະດຳເນີນການດ້ານສິ່ງແວດລ້ອມ ໃຫ້ເປັນສ່ວນໜຶ່ງຂອງຍຸດທະສາດການປ້ອງກັນຄວາມຂັດແຍ້ງ, ການຮັກສາສັນຕິພາບ ແລະ ການສ້າງສັນຕິພາບ ເນື່ອງຈາກວ່າ ຈະບໍ່ເກີດສັນຕິພາບທີ່ຍືນຍົງ ຖ້າຫາກຊັບພະຍາກອນທຳມະຊາດທີ່ຄ້ຳຊູຊີວິດຄວາມເປັນຢູ່ ແລະ ລະບົບນິເວດຖືກທຳລາຍ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/