ການສໍ້ລາດບັງຫຼວງ ເປັນບັນຫາໜຶ່ງທີ່ໜ້າໜັກໃຈ ແລະ ປະເທດເຮົາຍັງຄົງມີການສໍ້ລາດບັງຫຼວງຫຼາຍ


ທ່ານ ວຽງວິໄລ ທ່ຽງຈັນໄຊ ສສຊ ເຂດ 1 ນະຄອນຫຼວງວຽງຈັນ ໄດ້ສະເໜີຕໍ່ລັດຖະບານວ່າ: ງົບປະມານແມ່ນຍັງຂາດການເຄື່ອນໄຫວ ເຮົາຄວນສຸມໃສ່ງົບປະມານທີ່ກ່ຽວຂ້ອງ ໃຫ້ເໝາະສົມການເຮັດໜ້າທີ່ຂອງພະນັກງານກວດກາ.

ອົງການກວດກາລັດຖະບານ ແມ່ນກວດພົບເຫັນຄວາມເສຍຫາຍຈຳນວນບໍ່ໜ້ອຍ ເປັນຈຳນວນມະຫາສານກໍວ່າໄດ້, ກວດກາມາແລ້ວ ກວດສອບມາແລ້ວ ກໍເກັບກູ້ມາໄດ້ຈຳນວນໜຶ່ງ ແລະ ເປັນຫຍັງເຮົາຈຶ່ງບໍ່ນຳໃຊ້ເງິນຈຳນວນນີ້ ໃນສ່ວນໃດສ່ວນໜຶ່ງ ເພື່ອເປັນການປະກອບສ່ວນຊຸກຍູ້ໃຫ້ແກ່ການປະຕິບັດໜ້າທີ່ຂອງອົງການກວດກາໃນການເຄື່ອນໄຫວ ຢ່າງມີປະສິດທິພາບ. ຖ້າບໍ່ດັ່ງນັ້ນ ເຮົາກໍຈະບໍ່ໄດ້ຫັນໄປສູ່ທາງດ້ານຄວາມທັນສະໄໝ ຫຼື ການເຮັດໃຫ້ພະນັກງານເປັນມືອາຊີບ.

ວຽກງານການສະກັດກັ້ນ ການສໍ້ລາດບັງຫຼວງ ເປັນບັນຫາໜຶ່ງທີ່ໜ້າໜັກໃຈ ແລະ ປະເທດເຮົາຍັງຄົງມີການສໍ້ລາດບັງຫຼວງຫຼາຍ, ດັດຊະນີຄວາມໂປ່ງໃສສາກົນຊີ້ໃຫ້ເຫັນວ່າ: ປະເທດລາວຢູ່ໃນອັນດັບ 134 ໃນປີ 2020; ດັດຊະນີຂອງອາຊຽນ ແມ່ນອັນດັບ 8. ເຊິ່ງບໍ່ດີປານໃດຕໍ່ກັບພາບລັກຂອງປະເທດເຮົາ ແລະ ບັນຫານີ້ກໍຄວນໄດ້ຮັບພິຈາລະນາແກ້ໄຂ.

ອີງຕາມການກວດກາແຫ່ງລັດ ໄດ້ພົບເງິນຈຳນວນມະຫາສານ, ທ່ານ ວຽງວິໄລ ບໍ່ຢາກອ້າງອີງເຖິງຕົວເລກ ເພາະມັນຫຼາຍ ແລະ ການເກັບກູ້ກໍຍາກທີ່ຈະແກ້ໄຂ, ຕໍ່ກັບບັນຫານີ້ ທ່ານ ວຽງວິໄລ ຢາກສະເໜີວ່າ ຄວນຈະໄດ້ດຳເນີນຄະດີ ຫຼື ຄວນຈະດຳເນີນໄປຕາມກົດໝາຍ ແລະ ຄວນມີຄວາມເດັດຂາດເຂັ້ມງວດ ຕໍ່ກັບຜູ້ສໍ້ລາດບັງຫຼວງ.

ຂອບໃຈຂໍ້ມູນຈາກ: ໂທລະພາບແຫ່ງຊາດລາວ ທຊລ 1 https://bit.ly/3wtGd0H

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/