ຍີ່ປຸ່ນພົບອີກແລ້ວ! ເກີດເຫດເຜົາລົດໄຟຊິນຄັນເຊັນ ຜູ້ກໍ່ເຫດອ້າງ ຢາກເຮັດຕາມຊາຍແຕ່ງຕົວເປັນ Joker


ທີ່ເມືອງຄຸມາໂມໂຕ, ປະເທດຍີ່ປຸ່ນ ເຊົ້າຂອງມື້ນີ້ ເມື່ອເວລາປະມານ 8:40 ທີ່ສະຖານີ JR, ທາງຕຳຫຼວດໄດ້ຮີບຈັບຊາຍທີ່ຈູດໄຟເຜົາລົດໄຟຊິນຄັນເຊັນ.

ຜູ້ຕ້ອງຫາແມ່ນຊາຍອາຍຸ 69 ປີ ຊື່ວ່າ ຄິໂຢຊິ ມິຢາເກະ ຈາກເມືອງຟຸກຸໂອກະ ລາວພະຍາຍາມຈູດໄຟຈາກການໃຊ້ນ້ຳມັນຈາກກັບໄຟຈູດລົງໄປໃນເຈ້ຍແລ້ວຖິ້ມລົງພື້ນຂອງຕູ້ລົດໄຟ. ເມື່ອເຈົ້າໜ້າທີ່ມາຮອດ ໄຟກໍລາມໄປຈົນຮອດຕູ້ທີສາມແລ້ວ, ຕົວລົດໄຟກໍໄດ້ມີການຢຸດແລ່ນສຸກເສີນ.

ພາຍໃນຕູ້ໂດຍສານຂອງລົດໄຟທີ່ຖືກໄໝ້ນັ້ນ ມີຜູ້ໂດຍສານຢູ່ປະມານ 30 ຄົນ. ໜຶ່ງໃນນັ້ນໃຫ້ສຳພາດວ່າ ໃນຕູ້ທີ 3 ມີຄົນນັ່ງລົງ ແລະ ອີກຄົນຮ້ອງໄຫ້, ເຂົ້າໜົມ ແລະ ເຄື່ອງດື່ມຕ່າງກໍກະແຈກກະຈາຍໄປທົ່ວພື້ນ.

ມີຜູ້ໂດຍສານຈາກຕູ້ທີ 8 ບອກວ່າ ຕົນເອງນັ້ນແປກໃຈວ່າມັນເກີດຂຶ້ນແທ້ຫວາ ຕົນເອງນັ້ນຢ້ານຫຼາຍ ເພາະວ່າຫາກໍເກີດເຫດການຄ້າຍຄືກັນບໍ່ດົນມານີ້.

ເຊິ່ງສິ່ງທີ່ລາວບອກກໍໝາຍເຖິງເຫດການທີ່ຊາຍແຕ່ງຕົວໃສ່ສູດສີມ່ວງຂຽວຄືຕົວລະຄອນ Joker ທີ່ໃຊ້ມີດໄລ່ແທງຜູ້ໂດຍສານໃນລົດໄຟ ພ້ອມກັບຈູດໄຟເຜົາຈົນສ້າງຄວາມປັ່ນປ່ວນໄປທົ່ວໃນວັນຮາໂລວີນ ທີ 31 ຕຸລາທີ່ຜ່ານມາພຽງ 7, ມື້ ແຕ່ສຸດທ້າຍກໍຢຸດນັ່ງລໍຖ້າການຈັບກຸມຂອງເຈົ້າໜ້າທີ່ຢ່າງສະຫງົບໃນລົດໄຟນັ້ນ. ຊາຍຜູ້ກໍ່ເຫດຄັ້ງນີ້ເອງກໍຍອມຮັບວ່າຕົນເອງຢາກເຮັດແບບຊາຍກ່ອນໜ້າ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/