ຜົນການສຶກສາໃໝ່ ພົບເຫັນໄມໂຄຣພລາສຕິກໃນກະແສເລືອດຂອງໝູແລະງົວ


ການບໍລິໂພກອາຫານຖືວ່າເປັນປັດໄຈສຳຄັນໃນການດຳລົງຊີວິດຂອງມະນຸດເຮົາ  ແລະ ການເລືອກອາຫານກໍເປັນເລື່ອງທີ່ຫຼາຍໆຄົນໃຫ້ຄວາມສົນໃຈ ບໍ່ວ່າຈະເປັນການບໍລິໂພກຜັກຕະຫຼອດໄປເຖິງຊີ້ນສັດ ແລ້ວເຮົາເຄີຍສົງໄສຫຼືບໍ່ ວ່າອາຫານທີ່ເຮົາເລືອກຫຼືກິນເຂົ້າໄປນັ້ນມັນສະອາດ ແລະ ບໍ່ມີສານພິດເຈືອປົນຢູ່ ເພາະຫຼ້າສຸດໄດ້ມີຜົນງານວິໄຈວ່າມີໄມໂຄຣພລາສຕິກເຈືອປົນໃນກະແສເລືອດຂອງໝູແລະງົວ ແລະບາງເທື່ອຊີ້ນສັດທີ່ເຈົ້າຊື້ມາອາດມີເສດໄມໂຄຣພລາສຕິກປົນເປື້ອນຢູ່ກໍເປັນໄດ້.

ໄມໂຄຣພລາສຕິກ ຄືເສດພລາສຕິກທີ່ມີຂະໜາດເສັ້ນຜ່າສູນກາງນ້ອຍກວ່າ 5 mm ເຊິ່ງເສດນ້ອຍໆ ເຫຼົ່ານັ້ນອາດມາໃນຮູບແບບເສັ້ນໃຍໄມໂຄຣໄຟເບີ້ (microfiber) ເມັດພລາສຕິກ ແລະ ຊິ້ນສ່ວນພລາສຕິກຂະໜາດນ້ອຍນັບລ້ານອັນທີ່ແຕກອອກມາຈາກພລາສຕິກທີ່ມີຂະໜາດໃຫຍ່ກວ່າ ເຊິ່ງທີ່ຜ່ານໆມາ ຫຼາຍຄົນຄືຈະໄດ້ຍິນເລື່ອງການພົບໄມໂຄຣພລາສຕິກໃນນ້ຳ, ໃນດິນຊາຍ ຫຼືໃນອາຫານທະເລມາແລ້ວ.

ຢ່າງໃດກໍຕາມ ສິ່ງທີ່ໜ້າຕົກໃຈຄືນັກວິໄຈ ຈາກ Vrije Universiteit Amsterdam ພົບເສດໄມໂຄຣພລາສຕິກຢູ່ໃນກະແສເລືອດຂອງໝູແລະງົວ ເຊິ່ງການສຶກສາຄັ້ງນີ້ສະແດງໃຫ້ເຫັນວ່າ ໄມໂຄຣພລາສຕິກຖືກດູດຊັບເຂົ້າໄປໃນເລືອດຂອງສັດລ້ຽງລູກດ້ວຍນ້ຳນົມ ຈຶ່ງເຮັດໃຫ້ໄມໂຄຣພລາສຕິກສາມາດເຂົ້າໄປຕົກຄ້າງຢູ່ໃນອະໄວຍະວະຫຼືເຂົ້າໄປຢູ່ໃນນ້ຳນົມໄດ້.

 “ກ່ອນໜ້ານີ້ ເຮົາເຄີຍພົບໄມໂຄຣພລາສຕິກໃນສັດອື່ນໆ ກວ່າຮ້ອຍຊະນິດ ແຕ່ຕອນນີ້ມັນປົນຢູ່ໃນສັດລ້ຽງເຊັ່ນກັນ” ດຣ. Heather Leslie ໄດ້ຕັ້ງຂໍ້ສັນນິຖານວ່າ ໄມໂຄຣພລາສຕິກເຫຼົ່ານີ້ອາດມາຈາກດິນ ແລະ ເຈືອປົນໃນອາຫານທີ່ສັດເຫຼົ່ານີ້ກິນເຂົ້າໄປ ເຊິ່ງລຳໄສ້ຂອງສັດເຫຼົ່າບໍ່ສາມາດປ່ອຍເສດຊາກນີ້ໄດ້ ດັ່ງນັ້ນເມື່ອສັດປ່ອຍຂອງເສຍອອກມາ ໄມໂຄຣພລາສຕິກກໍຈະໝຸນວຽນຢູ່ໃນສິ່ງແວດລ້ອມອີກຄັ້ງ.

ນີ້ເປັນເລື່ອງທີ່ໜ້າກັງວົນໃຈແທ້ໆ ເພາະຕອນນີ້ນັກວິໄຈຍັງບໍ່ຮູ້ຊັດເຈນວ່າປະລິມານໄມໂຄຣພລາສຕິກທີ່ສາມາດກໍ່ໃຫ້ເກີດອັນຕະລາຍນັ້ນແມ່ນຢູ່ໃນປະລິມານເທົ່າໃດ. ແຕ່ງານວິໄຈອື່ນໆ ທີ່ຜ່ານມາສາມາດລະບຸໄດ້ວ່າ ໄມໂຄຣພລາສຕິກອາດສົ່ງຜົນເສຍກັບສຸຂະພາບຂອງຄົນເຮົາ ເຊັ່ນ ເຮັດໃຫ້ເກີດການອັກເສບ. ນອກຈາກນັ້ນຍັງມີສານເຄມີທີ່ເປັນອັນຕະລາຍໃນໄມໂຄຣພລາສຕິກກໍອາດຊຶມອອກມາ ແລະສົ່ງຜົນເສຍຕໍ່ລະບົບພູມຕ້ານທານ ແລະ ລະບົບສືບພັນຂອງເຮົາ.

ການພົບໄມໂຄພລາສຕິກໃນປາທະເລ

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/