ມີຜູ້ເສຍຊີວິດຢ່າງໜ້ອຍ 8 ຄົນລະຫວ່າງ Travis Scott ຂຶ້ນສະແດງຄອນເສີດງານ Astroworld


ທີ່ເມືອງຮິວສຕັນ, ລັດເທັກຊັສ, ສະຫະລັດອາເມຣິກາ ໄດ້ມີການຈັດງານຄອນເສີດໃຫຍ່ຂຶ້ນໃນຄືນວັນເສົາຕາມເວລາທ້ອງຖິ່ນ ໂດຍມີຜູ້ຊົມເຂົ້າຮ່ວມຈຳນວນ 50,000 ຄົນ.

ໃນຂະນະທີ່ສິລະປິນ Travis Scott ຂຶ້ນສະແດງ, ທາງກຸ່ມຜູ້ຊົມດ້ານລຸ່ມກໍຍາດກັນແລ່ນຂຶ້ນໄປທາງໜ້າ ສົ່ງຜົນໃຫ້ເລີ່ມບຽດກັນກັນເພິ່ມຂຶ້ນຈົນແອອັດ. ມີຫຼາຍຄົນຮ້ອງຂຶ້ນມາຈາກການຖືກບຽດ, ບາງຄົນຫາຍໃຈບໍ່ໄດ້ຈົນເປັນລົມໝົດສະຕິໄປ ເຮັດໃຫ້ມີຄົນບາດເຈັບ ແລະ ເສຍຊີວິດຢ່າງໜ້ອຍ 8 ຄົນ.

ຜູ້ເສຍຊີວິດແມ່ນມີກຸ່ມອາຍຸຕັ້ງແຕ່ 14 ປີ ເຖິງ 27 ປີ ແລະ ອີກກວ່າ 300 ຄົນທີ່ບາດເຈັບ. 13 ຄົນບາດເຈັບສາຫັດພ້ອມກຳລັງຮັບການປິ່ນປົວ. ນາຍົກລັດເທັກຊັສໄດ້ອອກມາໃຫ້ສຳພາດວ່າ 5 ຄົນທີ່ເສຍຊີວິດນັ້ນອາຍຸຕ່ຳກວ່າ 18 ປີ ພ້ອມເສີມວ່າບໍ່ມີລາຍງານຄົນຫາຍໄປ.

ມີລາຍງານຈາກຜູ້ຊົມທີ່ຖ່າຍວີດີໄອໄດ້ ພ້ອມຂຽນບັນຍາຍວ່າ ຜູ້ຊົມຈຳນວນໜຶ່ງເປັນລົມ ທີ່ການສະແດງກໍຍັງດຳເນີນຕໍ່ໄປ. ຜູ້ຊົມອື່ນໆບາງຈຳນວນໄດ້ພະຍາຍາມສົ່ງສັນຍານບອກໃຫ້ຢຸດການສະແດງ ພ້ອມທັງໄດ້ຂຶ້ນໄປບອກຕາກ້ອງ ແຕ່ທີມງານກໍບໍ່ໃຫ້ຄວາມສົນໃຈພ້ອມສືບຕໍ່ການສະແດງ. ນອກຈາກນີ້ ຫຼັງຈາກທີ່ມີການລາຍງານ, ຕຳຫຼວດ ແລະ ທີມແພດກໍພະຍາຍາມຂັບລົດເຂົ້າມາ ແຕ່ຝູງຊົນບາງຈຳນວນກໍຢືນບັງທາງ ຫຼື ຂຶ້ນໄປຫຼິ້ນຢູ່ເທິງລົດຕຳຫຼວດ ສົ່ງຜົນໃຫ້ການຊ່ວຍເຫຼືອຫຼ້າຊ້າ ແລະ ແກ່ຍາວໄປຈົນມີຜູ້ບາດເຈັບເພິ່ມຂຶ້ນ. ເຈົ້າໜ້າທີ່ກູ້ໄພໄດ້ຮີບລົງໄປຊ່ວຍເຫຼືອຜູ້ຄົນທີ່ບາດເຈັບ ຫຼື ໝົດສະຕິພາຍໃນງານຂະນະທີ່ດົນຕີຍັງຫຼິ້ນຢູ່.

ປັດຈຸບັນມີການຢືນຢັນຜູ້ເສຍຊີວິດ 8 ຄົນ ແຕ່ກໍຍັງມີຜູ້ບາດເຈັບອີກຫຼວງຫຼາຍຈາກການຍູ້ ການບຽດການພາຍໃນງານຄອນເສີດດັ່ງກ່າວ ເຊິ່ງຄວນຈະເປັນງານຄອນເສີດກາງແຈ້ງ 2 ມື້ ແຕ່ໄດ້ຖືກຍົກເລີກໄປຮຽບຮ້ອຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/