ການຮຽນຮູ້ຈະໄປຢູ່ທຸກບ່ອນ! ອາຈານ ຊາວໄຕ້ຫວັນ ເປີດສອນ ວິຊາຄະນິດສາດຜ່ານເວັບ Pornhub


ຄຳເວົ້າທີ່ວ່າ “ຂຸມຝັງສົບເປັນຈຸດຈົບຂອງການສຶກສາ” ນີ້ ມັນຄືຈະແມ່ນດັ່ງທີ່ເພິ່ນວ່າ ເພາະຍຸກສະໄໝນີ້ຄົນເຮົາເຂົ້າເຖິງການສຶກສາໄດ້ງ່າຍດາຍພຽງແຕ່ເປີດເວັບໄຊຕ່າງໆເຮົາກໍສາມາດເລືອກຮຽນຮູ້ໃນສິ່ງທີ່ຕົນເອງມັກໄດ້ແລ້ວ ແລະ ມັນກໍລວມໄປເຖິງເວັບໄຊສຳລັບຜູ້ໃຫຍ່ຄື Pornhub ເພາະຫຼ້າສຸດ ໄດ້ມີອາຈານຊາວ ໄຕ້ຫວັນ ລົງຄລິບສອນວິຊາ ຄະນິດສາດ ແລະ ຜົນຕອບຮັບກໍດີເກີນຄາດ.

ໂດຍອາຈານຊາວໄຕ້ຫວັນ ອາຍຸ 34 ຜູ້ນີ້ ມີຊື່ວ່າ “Changshu” ລາວໄດ້ໂພສຄລິບສອນວິຊາຄະນິດສາດດ້ວຍພາສາຈີນ ລົງໃນເວັບໄຊຊື່ດັງ ຄື “Pornhub”  ແລະ ລາວມີສະໂລແກນປະຈຳຕົວກໍຄື: “Play hard , Study hard!” ເຊິ່ງວິດີໂອດັ່ງກ່າວມີຍອດຮັບຊົມມກວ່າ 2 ລ້ານຄັ້ງໄປແລ້ວ.

ເຖິງວ່າວິດີໂອຂອງລາວຈະມີຍອດຮັບຊົມເປັນລ້ານ 2 ລ້ານ ແຕ່ Changshu ເບິ່ງວ່າ ເຄິ່ງໜຶ່ງຂອງຍອດຮັບຊົມທີ່ມັນສູງແບບນີ້ ກໍຍ້ອນມາຈາກຄວາມສົງໄສຂອງຄົນທີ່ຢາກຮູ້ວ່າ ມັນມີວິດີໂອປະເພດແນວນີ້ ໃນເວັບໄຊຄລິບຜູ້ໃຫຍ່ແທ້ຫຼືບໍ່ ແລະ ບໍ່ໄດ້ສົນໃຈເນື້ອຫາທີ່ລາວສອນເລີຍ ແຕ່ເຖິງຈະເປັນແບບນັ້ນ Changshu ກໍຄິດວ່າ ບໍ່ເປັນຫຍັງ ຢ່າງໜ້ອຍຫຼາຍໆຄົນກໍຮູ້ແລ້ວວ່າໃນເວັບໄຊນີ້ມີວິດີໂອຂອງອາຈານຄົນໜຶ່ງທີ່ສອນຄະນິດສາດ ແລະ ອາດຈະມີໃຜບາງຄົນທີ່ສົນໃຈລົງທະບຽນຮຽນພິເສດນຳລາວໃນເວັບໄຊ Pornhub.

Changshu ລາວໄດ້ບອກວ່າ ລາວແນມເຫັນຊ່ອງທາງ ແລະ ໂອກາດທີ່ດີຈາກຈຸດນີ້ ເພາະວ່າປັດຈຸບັນມີຄົນຈຳນວນຫຼາຍເຂົ້າໃຊ້ເວັບໄຊ Pornhub ແຕ່ຍັງບໍ່ມີໃຜເລີຍທີ່ກ້າສອນວິຊາຄະນິດສາດໃນເວັບໄຊໜັງຜູ້ໃຫຍ່ຄືລາວ ດັ່ງນັ້ນລາວຈຶ່ງຕັດສິນໃຈລົງມືເຮັດ ແລະ ຜົນຕອບຮັບກໍອອກມາດີແບບເກີນຄາດ.

ນອກຈາກນີ້ລາວຍັງບອກອີກວ່າ Pornhub ບໍ່ແມ່ນເວັບໄຊທຳອິດທີ່ລາວຕ້ອງການນຳເອົາວິດີໂອການສອນຄະນິດສາດຂອງລາວນຳໄປເຜີຍແຜ່ ແຕ່ກ່ອນໜ້ານີ້ລາວເຄີຍລົງວິດີໂອໃນເວັບໄຊ 18+ ອື່ນໆ ເຊັ່ນ: XVideos ແຕ່ທາງເວັບໄຊເຫຼົ່ານັ້ນບໍ່ອະນຸມັດ ນອກຈາກວິດີໂອເນື້ອຫາ 18+ ເທົ່ານັ້ນ.

ສາເຫດທີ່ Changshu ລົງວິດີໂອການສອນໃນ Pornhub ກໍຄື ລາວຫວັງວ່າຈະສາມາດເພີ່ມຈຳນວນຄົນລົງທະບຽນ ຮຽນອອນລາຍນຳລາວ ໂດຍປັດຈຸບັນນີ້ລາວມີລາຍໄດ້ຈາກການສອນຄະນິດສາດຕໍ່ປີປະມານ 250,000 ໂດລາ (ປະມານ 250,000,000 ກີບ) ເຊິ່ງເງິນສ່ວນນີ້ແມ່ນຈະຖືກແບ່ງໄປໃຊ້ຈ່າຍໃນການສ້າງວິດີໂອແລະ ໃຫ້ທີມງານຄົນອື່ນໆ

“ຂ້ອຍບໍ່ໄດ້ຢາກສອນຄະນິດສາດໃນ Pornhub ຂ້ອຍພຽງແຕ່ຢາກໃຫ້ໂລກຮູ້ວ່າຂ້ອຍເປັນອາຈານຊາວໄຕ້ຫວັນທີ່ສອນຄະນິດສາດທີ່ເກັ່ງຄົນໜຶ່ງ” Changshu ໄດ້ກ່າວ.

ບາງເທື່ອ ມື້ໃດມື້ໜຶ່ງເມື່ອເຈົ້າກົດເຂົ້າເວັບໄຊ Pornhub ສິ່ງທຳອິດທີ່ເຈົ້າຈະໄດ້ເຫັນອາດຈະບໍ່ແມ່ນວິດີໂອທີ່ມີເນື້ອຫາ 18+ ແຕ່ອາດຈະເປັນວິດີໂອທີ່ອາຈານຄົນນີ້ກຳລັງສອນຄະນິດສາດກໍເປັນໄດ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/