ປົກເວັບ 2026 08 11T125714 925

ລັດຖະບານໄທປະກາດຍົກລະດັບການສຶກສາສາຍອາຊີວະຄັ້ງໃຫຍ່ ໂດຍຕັ້ງເປົ້າເພີ່ມສັດສ່ວນຜູ້ຮຽນສາຍອາຊີບໃຫ້ບັນລຸ 55% ເພື່ອສ້າງກຳລັງຄົນທີ່ມີທັກສະສູງຂັບເຄື່ອນອຸດສາຫະກຳແຫ່ງອະນາຄົດ ເຊິ່ງຈະສົ່ງຜົນດີຕໍ່ການສ້າງໂອກາດ ສ້າງລາຍໄດ້ ແລະ ຍົກລະດັບຄວາມໝັ້ນຄົງໃຫ້ແກ່ຊາວໜຸ່ມໃນຕະຫຼາດແຮງງານຢ່າງຍືນຍົງ.

ຕາມການລາຍງານຂອງ ໄທຣັດ, ເມື່ອບໍ່ດົນມານີ້ ຮອງໂຄສົກປະຈຳສຳນັກນາຍົກລັດຖະມົນຕີໄທ ໄດ້ເປີດເຜີຍເຖິງບູລິມະສິດຂອງລັດຖະບານໃນການຍົກລະດັບມາດຕະຖານອາຊີວະສຶກສາ ພາຍໃຕ້ແນວຄິດທີ່ວ່າ “ອາຊີວະສຶກສາ ບໍ່ແມ່ນທາງເລືອກ ແຕ່ເປັນທາງຫຼັກ”. 

ແນວທາງດັ່ງກ່າວຈະເນັ້ນການເຊື່ອມໂຍງລະບົບການຮຽນຮູ້ເຂົ້າກັບໂລກຂອງການເຮັດວຽກຕົວຈິງ ເຊິ່ງຈະມີການປັບໂຄງສ້າງສັດສ່ວນນັກຮຽນສາຍສາມັນຕໍ່ສາຍອາຊີວະໃໝ່ ຈາກເດີມທີ່ມີອັດຕາສ່ວນ 70 ຕໍ່ 30 ໃຫ້ກາຍເປັນ 45 ຕໍ່ 55 ເພື່ອສ້າງຄວາມສົມດຸນໃນການຜະລິດບຸກຄະລາກອນ ແລະ ຕອບສະໜອງຕໍ່ຄວາມຕ້ອງການຂອງພາກທຸລະກິດ ແລະ ເສດຖະກິດຍຸກໃໝ່ຢ່າງແທ້ຈິງ.

ຄຽງຄູ່ກັນນັ້ນ ລັດຖະບານຍັງໄດ້ໃຫ້ຄວາມສຳຄັນກັບການພັດທະນາລະບົບອາຊີວະສຶກສາທະວິພາຄີ (Dual System) ໂດຍຊຸກຍູ້ໃຫ້ສະຖານສຶກສາ ແລະ ພາກເອກະຊົນຮ່ວມມືກັນກຳນົດມາດຕະຖານໃນກຸ່ມອຸດສາຫະກຳເປົ້າໝາຍ ເຊັ່ນ: ຍານຍົນໄຟຟ້າ, ລະບົບອັດຕະໂນມັດ, ຫຸ່ນຍົນ, ເທັກໂນໂລຢີດິຈິຕອນ, ເອເລັກໂຕຣນິກອັດສະລິຍະ ແລະ ພະລັງງານສະອາດ. 

ສິ່ງນີ້ຈະຊ່ວຍຮັບປະກັນວ່າຜູ້ຮຽນຈະມີທັກສະທີ່ກົງກັບຄວາມຕ້ອງການຂອງອຸດສາຫະກຳແຫ່ງອະນາຄົດ ໃນຂະນະດຽວກັນກໍຊຸກຍູ້ໃຫ້ຜູ້ບໍລິຫານສະຖານສຶກສາກາຍເປັນຜູ້ນຳດ້ານທຶນມະນຸດ ທີ່ສາມາດວິເຄາະທ່າອ່ຽງຕະຫຼາດແຮງງານ ແລະ ສ້າງເຄືອຂ່າຍກັບພາກທຸລະກິດໄດ້ຢ່າງມີປະສິດທິພາບ.

ນອກຈາກນີ້ ລັດຖະບານຍັງໄດ້ສະໜັບສະໜູນລະບົບທະນາຄານໜ່ວຍກິດແຫ່ງຊາດ (National Credit Bank System) ເຊິ່ງເປີດໂອກາດໃຫ້ຜູ້ຮຽນສາມາດສະສົມປະສົບການເຮັດວຽກແລ້ວທຽບໂອນເປັນວຸດທິການສຶກສາໄດ້ ພ້ອມທັງໃຫ້ການຊ່ວຍເຫຼືອເດັກ ແລະ ເຍົາວະຊົນກຸ່ມສ່ຽງທີ່ອາດຫຼຸດອອກຈາກລະບົບການສຶກສາ ໃຫ້ສາມາດຮຽນໄປພ້ອມກັບການເຮັດວຽກ ແລະ ມີລາຍໄດ້ຕົວຈິງ ເຊິ່ງຖືເປັນການເພີ່ມໂອກາດໃນການພັດທະນາທັກສະ ແລະ ຍົກລະດັບຄຸນນະພາບຊີວິດໃຫ້ດີຂຶ້ນໄປພ້ອມໆກັນ.

ຮູບພາບຈາກ: People Daily

#LaoXperts #ອາຊີວະສຶກສາ #ແຮງງານທັກສະສູງ #ອຸດສາຫະກຳອະນາຄົດ #ຕະຫຼາດແຮງງານ #ການສຶກສາໄທ #ທະນາຄານໜ່ວຍກິດແຫ່ງຊາດ

Comments are disabled