ປົກເວັບ 2026 08 11T220748 859

ສະຕາດອັບສັນຊາດຈີນສ້າງປາກົດການໃໝ່ໃນວົງການເທັກໂນໂລຢີແຫ່ງອະນາຄົດ ດ້ວຍການເປີດຕົວ “ເຄື່ອງຍິງຍຸງເລເຊີ AI” ທີ່ລັອກເປົ້າສັງຫານກາງອາກາດໄດ້ຢ່າງແມ່ນຍຳ. ນະວັດຕະກຳນີ້ແນໃສ່ປ້ອງກັນພະຍາດຮ້າຍແຮງທີ່ມະຍຸງເປັນພາຫະນະໃນລະດັບໂລກ ພ້ອມທັງປະຕິວັດການຄວບຄຸມແມງໄມ້ໃນອຸດສາຫະກຳໃຫ້ປອດໄພ ແລະ ປາສະຈາກການໃຊ້ສານເຄມີ.

ເຕັກໂນໂລຊີສຸດລໍ້າສະໄໝນີ້ ເປັນຜົນງານການພັດທະນາໂດຍ ໂຟຕອນ ແມັດຄິດ ແລັບ (Photon Matkit Lab) ເຊິ່ງເປັນບໍລິສັດສະຕາດອັບຊັ້ນນຳຈາກເມືອງສາງໂຈວ ມົນທົນຈ່ຽງຊູ ທາງຕາເວັນອອກຂອງປະເທດຈີນ. ຫຼ້າສຸດ, ໂຄງການນີ້ໄດ້ສ້າງກະແສຄວາມສົນໃຈຢ່າງລົ້ນຫຼາມໃນເວທີສາກົນ ຈົນສາມາດລະດົມທຶນຜ່ານແພລດຟອມ Crowdfunding ໄດ້ສູງເຖິງ 1.6 ລ້ານໂດລາສະຫະລັດ ເຊິ່ງທະລຸເປົ້າໝາຍເດີມທີ່ຕັ້ງໄວ້ພຽງ 20,000 ໂດລາສະຫະລັດໄປຫຼາຍກວ່າ 80 ເທົ່າ ໂດຍໄດ້ຮັບການສະໜັບສະໜູນຈາກນັກລົງທຶນຕ່າງປະເທດກວ່າ 2,600 ຄົນ.

ຍິ່ງໄປກວ່ານັ້ນ, ຕົວເຄື່ອງເຊິ່ງວາງຈຳໜ່າຍໃນລາຄາປະມານ 600 ໂດລາສະຫະລັດ ກໍຖືກສັ່ງຊື້ຈົນໝົດກ້ຽງພາຍໃນເວລາພຽງບໍ່ເທົ່າໃດວັນຫຼັງຈາກການເປີດຕົວ.

ຄວາມລັບທີ່ຢູ່ເບື້ອງຫຼັງຄວາມສຳເລັດຂອງອຸປະກອນອັດສະລິຍະນີ້ ແມ່ນການຜະສານເຕັກໂນໂລຊີ AI Vision ເຂົ້າກັບລະບົບ Lidar ແລະ ເລເຊີພະລັງງານສູງ ທີ່ສາມາດກວດຈັບວັດຖຸຂະໜາດນ້ອຍພຽງ 2 ມິນລິແມັດ ເຊິ່ງໃກ້ຄຽງກັບຂະໜາດຂອງຍຸງ. 

ເມື່ອລະບົບກວດພົບຍຸງທີ່ກຳລັງບິນຢູ່ກາງອາກາດ ປັນຍາປະດິດ (AI) ຈະເຮັດການວິເຄາະຕຳແໜ່ງຢ່າງວ່ອງໄວ ແລະ ສັ່ງຍິງເລເຊີເຂົ້າໃສ່ເປົ້າໝາຍໂດຍກົງພາຍໃນເວລາພຽງແຕ່ 0.003 ວິນາທີເທົ່ານັ້ນ. 

ດ້ວຍຄວາມໄວລະດັບນີ້ ເຄື່ອງຍິງເລເຊີດັ່ງກ່າວຈຶ່ງມີຄວາມສາມາດກຳຈັດຍຸງໄດ້ສູງເຖິງ 30 ຕົວຕໍ່ວິນາທີ ພ້ອມທັງຜ່ານການປັບປຸງລະບົບເພື່ອຫຼຸດຜ່ອນສັນຍານລົບກວນຈາກສະພາບແວດລ້ອມ ຈົນເຮັດໃຫ້ມີອັດຕາຄວາມແມ່ນຍຳໃນການກວດຈັບສູງກວ່າ 95% ໃນໄລຍະໄກເຖິງ 6 ແມັດ.

ການມາເຖິງຂອງເຕັກໂນໂລຊີນີ້ ຖືເປັນຈຸດປ່ຽນຄັ້ງປະຫວັດສາດທີ່ຈະນຳພາມະນຸດຊາດກ້າວເຂົ້າສູ່ຍຸກໃໝ່ຂອງການຄວບຄຸມແມງໄມ້ ໂດຍຫັນປ່ຽນຈາກການເພິ່ງພາສານເຄມີ ຫຼື ກັບດັກແບບດັ້ງເດີມ ມາເປັນການໃຊ້ AI ແລະ ເລເຊີທີ່ມີຄວາມແມ່ນຍຳສູງແທນ. 

ຜົນກະທົບທີ່ຈະຕາມມາ ບໍ່ພຽງແຕ່ຊ່ວຍຫຼຸດຜ່ອນອັດຕາການເຈັບປ່ວຍຈາກພະຍາດທີ່ມະຍຸງເປັນພາຫະນະນຳເຊື້ອໃນລະດັບໂລກເທົ່ານັ້ນ ແຕ່ຍັງສາມາດນຳໄປຕໍ່ຍອດໃນການຄວບຄຸມແມງໄມ້ສັດຕູພືດໃນພາກການກະສິກຳ ແລະ ອຸດສາຫະກຳຂະໜາດໃຫຍ່ໄດ້ຢ່າງມີປະສິດທິພາບ. ໃນອະນາຄົດອັນໃກ້ນີ້ ບັນຫາການໄລ່ຕົບຍຸງໃນບ້ານຈະກາຍເປັນພຽງອະດີດ ເພາະເຕັກໂນໂລຊີ AI ຈະເຂົ້າມາຮັບໜ້າທີ່ນີ້ແທນ ໃຫ້ທຸກຄອບຄົວໄດ້ໃຊ້ຊີວິດຢ່າງປອດໄພ ແລະ ໄຮ້ກັງວົນ.

ຂໍ້ມູນ: Chinese Startup Says Its Laser Can Kill 30 Mosquitoes Per Second

#LaoX #AILaser #MosquitoDefense #ChinaTech #PhotonMatkitLab #FutureTechnology #SmartHome #PestControl #InnovationForLife

Comments are disabled