ໂຄອາລາ  ສັດທີ່ຍາມວ່າງມີແຕ່ກິນ ແລະ ນອນ

ໂຄອາລາ-ສັດທີ່ຍາມວ່າງມີແຕ່ກິນ

ໂຄອາລາ ເປັນສັດທີ່ສະຫຼາດໜ້ອຍທີ່ສຸດໃນໂລກ ແຕ່ຮູ້ວິທີໃນການເຮັດໃຫ້ຮ່າງກາຍຂອງຕົນເອງບໍ່ໃຫ້ຂາດນ້ຳ ສັດຊະນິດນີ້ບໍ່ຄືກັບມະນຸດ ບໍ່ຈຳເປັນຕ້ອງດື່ມນ້ຳເຂົ້າໃນຮ່າງກາຍປະລິມານ 1,5 ລິດ. ໂຄອາລາ ຈະໄດ້ຮັບຄວາມສົດຊື່ນຈາກການຫຍ້ຳໃບ “ຢູຄາລິບຕັສ”  ເຊິ່ງເປັນອາຫານຫຼັກທີ່ອຸດົມສົມບູນໄປດ້ວຍນ້ຳ.

ຖ້າຫາກເບິ່ງແບບບໍ່ສັງເກດດີໆ ຈະມີຂົນທີ່ຟູເປັນຕາກອດ ແຕ່ຄວາມເປັນຈິງຂົນຂອງພວກມັນຈະ ແຂງຄືກັບເສັ້ນລວດ ຂົນຂອງພວກມັນນັ້ນຈະຊ່ວຍປ້ອງກັນນ້ຳໄດ້ເປັນຢ່າງດີ ເຮັດໃຫ້ຮ່າງກາຍອົບອຸ່ນ ແລະ ແຫ້ງສະບາຍຢູ່ຕະຫຼອດເວລາ.

ໂຄອາລາ-ສັດທີ່ຍາມວ່າງມີແຕ່ກິນ

ໂຄອາລາ ອາໄສຢູ່ໃນປະເທດອອສເຕຣເລຍ ໜຶ່ງໃນປະເທດທີ່ແຫ້ງແລ້ງທີ່ສຸດໃນໂລກ ຈາກຜົນກະທົບນີ້ ເຮັດໃຫ້ແຫຼ່ງອາຫານ ແຫຼ່ງໃບຢູຄາລິບຕັສຂອງພວກມັນລົດລົງ ບາງຄັ້ງໂຄອາລາຕ້ອງລົງຈາກຕົ້ນໄມ້ ມາຫານ້ຳດື່ມທົດແທນໃຫ້ລູກໆ. ລູກໂຄອາລາຈະຢຸດດື່ມນົມແມ່ ເມື່ອພວກມັນອາຍຸປະມານ 5-6 ເດືອນ ແລະ ປ່ຽນມາກິນໃບຢູຄາລິບຕັສ ແຫຼ່ງອາຫານທີ່ອຸດົມສົມບູນ ໄປດ້ວຍນ້ຳເຊັ່ນດຽວກັບແມ່ໂຄອາລາ.

ໂຄອາລາ-ສັດທີ່ຍາມວ່າງມີແຕ່ກິນ

ໂຄອາລາ ເບິ່ງຄືເປັນສັດທີ່ແປກໆ ເວລາກາງເວັນພວກມັນຈະນອນ ແຕ່ເວລາກາງຄືນຈະຊອກຫາກິນ ເຊິ່ງເປັນເວລາທີ່ອາກາດເຢັນ ເຮັດໃຫ້ບໍ່ຕ້ອງສູນເສຍນ້ຳໃນຮ່າງກາຍຫຼາຍເທົ່າທີ່ຄວນ. ພາຍໃຕ້ແວວຕາທີ່ໃສຊື່ ບາງຄັ້ງກໍອາດຈະບໍ່ໄດ້ຄິດຫຍັງເລີຍກໍເປັນໄປໄດ້ ແລະ ໃນແຕ່ລະມື້ໂຄອາລາ ຈະເຮັດກິດຈະກຳບໍ່ຫຼາຍ ມີແຕ່ຮ້ອງສຽງດັງ ກິນແລ້ວກໍນອນ. ເນື່ອງຈາກສະໝອງຂອງໂຄອາລາ ມີຂະໜາດນ້ອຍຖ້າຫາກປຽບກັບຂະໜາດຂອງຮ່າງກາຍ.

ໂຄອາລາ-ສັດທີ່ຍາມວ່າງມີແຕ່ກິນ

ອາຫານທີ່ກິນຕະຫຼອດຊີວິດກໍຄືໃບ ຢູຄາລິບຕັສ, ຖ້າຫາກເອົາແຕ່ໃບມາໃຫ້ກິນ ໂຄອາລາຈະບໍ່ຮູ້ວ່າເປັນໃບ ຢູຄາລິບຕັສ ເຊິ່ງພວກມັນຈະຈື່ແຕ່ວ່າໃບຢູຄາລິບຕັສຢູ່ເທິງຕົ້ນເທົ່ານັ້ນ. ໃນການທີ່ມີຈະສະໝອງສະຫຼາດພວກມັນຕ້ອງໃຊ້ພະລັງງານຫຼາຍ, ແຕ່ກໍມີຄວາມສາມາດໃນການລອດກ້ອງຖະໜົນໄດ້ ເຊິ່ງຫຼາຍຄົນກໍຍັງມີການໂຕ້ແຍ້ງກັນຢູ່ວ່າສັດຊະນິດນີ້ສະຫຼາດ ຫຼື ບໍ່ສະຫຼາດ.

ຂອບໃຈຂໍໍ້ມູນຈາກ:

–      https://bit.ly/3IWAwjP

–      https://bit.ly/41Fgh1w

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/