ແມ່ມາແລ້ວ! All I Want For Christmas Is You ຂອງ Mariah Carey ຂຶ້ນສູ່ອັນດັບ 1 ໃນ Billboard Hot 100 ແລະ Billboard Global 200 ແລ້ວ!

ແມ່ມາແລ້ວ-all-i-want-for-christmas-is-you-ຂອງ-mariah-carey

ມື້ນີ້ 13 ທັນວາ 2022 ທາງ Billboard ເຊິ່ງເປັນ Chart ເພງຊື່ດັງລະດັບໂລກໄດ້ອອກມາເປີດເຜີຍເຖິງບັນດາຊື່ເພງທີ່ຕິດ Top 10 ຂອງ Billboard Hot 100 ປະຈໍາອາທິດທີ 2 ຂອງເດືອນ ທັນວາ ໃນນັ້ນ ເພງ All I Want For Christmas Is You ຂອງ Mariah Carey ກໍຂຶ້ນມາເປັນອັນດັບ 1 ໃນ Billboard Hot 100 ແລະ Billboard Global 200 ແລ້ວ ເອີ້ນໄດ້ວ່າເປັນປະຈໍາຂອງທຸກໆປີ ທີ່ເພງນີ້ ຈະໄຕ່ຂຶ້ນມາໃນ Chart ເພງລະດັບໂລກຄື Billboard ໄດ້ແບບສະບາຍໆ ເພາະເພງນີ້ເອີ້ນໄດ້ວ່າເປັນເພງປະຈໍາລະດູການຄຣິສມາສ ແລະ ເປັນອີກເພງໜຶ່ງທີ່ໄດ້ຮັບຄວາມນິຍົມຕະຫຼອດເວລາ.

ແມ່ມາແລ້ວ-all-i-want-for-christmas-is-you-ຂອງ-mariah-carey

ສຳລັບເພງ All I Want For Christmas is You ເປັນເພງໃນອາລະບໍ້າຊຸດທີ 5 ຂອງ Mariah Carey ທີ່ມີຊື່ວ່າ Merry Christmas ຖືກປ່ອຍໃຫ້ຟັງເປັນຄັ້ງທໍາອິດໃນວັນທີ 1 ເດືອນພະຈິກ ປີ 1994 ແລະ ຫຼັງຈາກນັ້ນເພງນີ້ກໍໄດ້ຮັບຄວາມນິຍົມຕະຫຼອດຈົນມາເຖິງປັດຈຸບັນ ເອີ້ນໄດ້ວ່າເພງນີ້ຂອງແມ່ໝີບໍ່ວ່າເວລາຈະຜ່ານໄປດົນນານເທົ່າໃດແຕ່ກໍຍັງໄດ້ກະແສຕອບຮັບທີ່ພິເສດສະເໝີຈາກແຟນຄລັບທົ່ວໂລກ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/