ແຟນສາວໄປເຊຍບານໃຫ້ກໍາລັງໃຈແຟນໜຸ່ມ ນັ່ງຖ້າຢູ່ທີ່ຂອບສະໜາມຈົນຮອດ 9 ຊົ່ວໂມງ ຍຸງກັດກໍບໍ່ຈົ່ມຈັກຄໍາ


ຖ້າເວົ້າເຖິງວົງການກິລາບານເຕະແລ້ວ ເປັນກິລາທີ່ຕ້ອງເພິ່ງພາອາໄສກໍາລັງແຮງເປັນພິເສດ ເພາະຕ້ອງໄດ້ແລ່ນຕະຫຼອດເວລາ ຈຶ່ງເຮັດໃຫ້ຮ່າງກາຍອາດອ່ອນເພຍ. ແຕ່ຖ້າມີຄົນຂອງໃຈມານັ່ງເຮົາເບິ່ງເຕະບານ ພ້ອມເຊຍ ແລະ ໃຫ້ກໍາລັງໃຈຕິດຂອບສະໜາມກໍໜ້າຈະດີບໍ່ໜ້ອຍ ເພາະຈະຊ່ວຍໃຫ້ຜູ້ເຕະບານມີແຮງໃນການຕໍ່ສູ້ກັບທີມກົງກັນຂ້າມ.

ສ່ວນເລື່ອງນີ້ເວົ້າໄດ້ວ່າເປັນເລື່ອງທີ່ໜ້າຮັກຫຼາຍ ເພາະນັກກິລາບານເຕະຄົນໜຶ່ງ ໄດ້ໄປແຂ່ງເຕະບານ ໂດຍທີ່ແຟນຂອງລາວເອງກໍໄດ້ໄປເຊຍ ແລະ ໃຫ້ກໍາລັງໃຈຕະຫຼອດເວລາພັກ ພ້ອມທັງຖາມວ່າ “ເມື່ອຍບໍ?”, ໃນເວລາທີ່ເຫັນແຟນຂອງຕົນເອງລົ້ມກໍມັກຈະຮ້ອງຖາມສະເໝີວ່າ “ເຈັບບ່ອນໃດບໍ?”, “ໃຈເຢັນໄວ້ເດີ ຢ່າໃຈຮ້ອນ” ເມື່ອເວລາເສຍບານໃຫ້ຄົນອື່ນ.

ແຟນສາວຄົນນີ້ ໄດ້ໄປນັ່ງເບິ່ງແຟນເຕະບານຕັ້ງແຕ່ເວລາ 17:00 ໂມງຈົນເກືອບ 02:00 ໂມງ, ໃນຂະນະທີ່ນັ່ງເບິ່ງເຕະບານ ເຖິງແມ່ນວ່າຈະມີຍຸງມາກັດແຂນກັດຂາ ກໍອົດທົນນັ່ງຈົນຈົບການແຂ່ງຂັນ, ພິເສດໄປກວ່ານັ້ນແຟນສາວຍັງບໍ່ຈົ່ມ ຫຼື ເວົ້າສິ່ງທີ່ກະທົບທາງຈິດໃຈໃຫ້ແຟນໜຸ່ມຈັກຄໍາ.

ຂອບໃຈເຈົ້າຂອງ Facebook: เปอร์ ศิรภัทร

https://www.thairath.co.th/sport/futsal/2034283?fbclid=IwAR1gQZTv0yNhVgIhXElHdXVYDthDmEayK_n0FjPV70pCWrYIjurpbovfNWo