ເຫດການດັ່ງກ່າວ ເກີດຂຶ້ນຢູ່ເມືອງມອນທຣີອໍ ປະເທດແຄນາດາ ເຈົ້າໜ້າທີ່ໄດ້ຮັບແຈ້ງເຫດໃນເວລາປະມານ 11 ໂມງກາງຄືນ ຂອງວັນທີ 25 ເມສາ 2021 ທີ່ຜ່ານມາ ວ່າເກີດເຫດການໄຟໄໝ້ໃກ້ໆກັບສວນສາທາລະນະ Bois-de-Saraguay, ເມື່ອໄປເຖິງສະຖານທີ່ເກີດເຫດ ກໍພົບວ່າໄຟໄດ້ໄໝ້ລຸກລາມໄປທົ່ວເຮືອນຫຼັງໃຫຍ່ທີ່ກຳລັງຢູ່ລະຫວ່າງການກໍ່ສ້າງ, ຄວາມຮຸນແຮງຂອງໄຟ ເຮັດໃຫ້ນັກດັບເພີງ 80 ຄົນຕ້ອງໃຊ້ເວລາເຖິງ 3 ຊົ່ວໂມງໃນການດັບໄຟ.
![](https://laox.la/wp-content/uploads/2021/05/image-3.png)
ຈາກລາຍງານລະບຸວ່າ ເຮືອນດັ່ງກ່າວກຳລັງຢູ່ລະຫວ່າງການກໍ່ສ້າງ ແລະ ມີມູນຄ່າຈົດທະບຽນສູງເຖິງ 19.8 ລ້ານໂດລາ ແຄນາດາ!!! ສ່ວນເຈົ້າຂອງເຮືອນຫຼັງນີ້ ອາຍຸ 45 ປີ ມີນາມວ່າ Feras Antoon ເປັນປະທານບໍລິສັດ ໜຶ່ງໃນຜູ້ກໍ່ຕັ້ງ MindGeek ເຊິ່ງເປັນຜູ້ສ້າງເວັບໄຊສຳລັບຜູ້ໃຫຍ່ຊື່ດັງ “Porn Hub” ນັ້ນເອງ.
![](https://laox.la/wp-content/uploads/2021/05/image-4.png)
ໃນເບື້ອງຕົ້ນ ເຈົ້າໜ້າທີ່ໄດ້ສືບຄົ້ນ ແລະ ໄດ້ສັນນິຖານວ່າເປັນການວາງເພີງ ຫຼັງຈາກທີ່ພົບຫຼັກຖານບົ່ງຊີ້ຫຼາຍຢ່າງ ແຕ່ກໍຍັງບໍ່ສາມາດລະບຸຜູ້ກໍ່ເຫດໄດ້, ຕອນນີ້ກຳລັງຢູ່ລະຫວ່າງການສືບຄົ້ນ. ແຕ່ຈາກການລາຍງານ ຄາດການວ່າອາດຈະເປັນມາເຟຍເຈົ້າຖິ່ນ ເພາະໃນບໍລິເວນນັ້ນຖືກເອີ້ນວ່າ ເປັນເຂດມາເຟຍຂອງແຄນາດາ.
![](https://laox.la/wp-content/uploads/2021/05/image-5.png)
![](https://laox.la/wp-content/uploads/2021/05/image-6.png)
![](https://laox.la/wp-content/uploads/2021/05/image-7.png)
ແບບເຮືອນທີ່ກຳລັງສ້າງ
![](https://laox.la/wp-content/uploads/2021/05/image-8.png)
![](https://laox.la/wp-content/uploads/2021/05/image-9.png)
![](https://laox.la/wp-content/uploads/2021/05/image-10.png)
ຂອບໃຈຂໍ້ມູນຈາກ:
– https://bit.ly/3vDFBUM
– https://bit.ly/2PHEST1
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/