ອົງການອະນາໄມໂລກແຫ່ງສະຫະປະຊາຊາດ (WHO) ເປັນອົງການສາກົນທີ່ມີບົດບາດຫຼັກໃນເລື່ອງຂອງສາທາລະນະສຸກໃນທົ່ວໂລກ ໂດຍສະເພາະໃນໄລຍະຂອງການແຜ່ລະບາດເຊື້ອໄວຣັສໂຄວິດ-19 ຕັ້ງແຕ່ປີ 2020 ທີ່ຜ່ານມາ ຈົນເຖິງປັດຈຸບັນນີ້ ອົງການອະນາໄມໂລກຍັງເຮັດໜ້າທີ່ເປັນຜູ້ກ່າວພາວະຮີບດ່ວນໃນໄລຍະຕ່າງໆຂອງການແຜ່ລະບາດ.
ໃນວັນ 18 ມັງກອນທີ່ຜ່ານມາ ອົງການອະນາໄມໂລກໄດ້ເຜີຍການຄາດການທີ່ສຳຄັນຕໍ່ການຮັບມືໄວຣັສລະບາດນີ້ ໂດຍທ່ານ Tedros Adhanom Ghebreyesus ເລຂາທິການໃຫຍ່ຂອງ WHO ປະກາດວ່າ “ໂລກຂອງພວກເຮົາແມ່ນຢູ່ໃນຂອບເສັ້ນຂອງຄວາມລົ້ມເຫຼວທີ່ຮ້າຍແຮງອັນໜຶ່ງ ຍ້ອນການແຈກຈ່າຍວັກຊີນໂຄວິດ-19 ໃນສາກົນທີ່ບໍ່ເທົ່າທຽມ”
ແລະ ຍັງກ່າວເຕືອນອີກວ່າ “ການປະຕິບັດນີ້ຈະມີແຕ່ເຮັດໃຫ້ການແຜ່ລະບາດນີ້ຍືດຍາວອອກໄປ ມາດຕະການຂໍ້ບັງຄັບຕ່າງໆແມ່ນຍິ່ງຈຳເປັນທີ່ຕ້ອງປະຕິບັດຄືເກົ່າເຖິງແມ່ນວ່າຈະມີວັກຊີນແລ້ວກໍຕາມ ເຮັດໃຫ້ຄວາມຕົກຕຳ່ຂອງເສດຖະກິດ ແລະ ຄວາມລຳບາກຂອງມະນຸດເຮົາຍິ່ງດົນຕໍ່ໄປນຳອີກດ້ວຍ”

ບົດລາຍງານຈາກ the Economist Intelligence Unit (EIU) ບໍລິສັດເອື້ອຍນ້ອງຂອງ The Economist ລາຍງານບົດສະຫຼຸບໜຶ່ງຂອງການຄາດການຢ່າງໜ້າສົນໃຈວ່າ ປະເທດທີ່ຮັ່ງມີຈະສາມາດເຂົ້າເຖິງວັກຊີນທີ່ຖືກພິສູດຄວາມປອດໄພໄດ້ ເຊັ່ນ: ສະຫະລັດອາເມຣິກາ, ອັງກິດ ແລະ ຫຼາຍໆປະເທດຈາກສະຫະພາບອີຢູ ແມ່ນສາມາດເລີ່ມການສັກວັກຊີນໃຫ້ປະຊາຊົນໄດ້ໃນກາງເດືອນມີນາເປັນຕົ້ນໄປ.
ແລະ ບັນດາປະເທດທີ່ຮັ່ງມີໄດ້ຮັບວັກຊີນໃນທ້າຍເດືອນມິຖຸນານີ້ ໃນຂະນະທີ່ ປະເທດທີ່ມີລາຍຮັບລະຫວ່າງກາງຈະຍັງບໍ່ສາມາດເຂົ້າເຖິງວັກຊີນຈົນເຖິງປາຍປີ 2020 ຍົກເວັ້ນປະເທດຣັດເຊຍທີ່ສາມາດວິໄຈ ແລະ ຜະລິດວັກຊີນໂຄວິດ-19 ຂອງຕົວເອງໄດ້ຊື່ “Sputnik V”
ເຊິ່ງໃນສ່ວນຂອງ ປະເທດຈີນ ແລະ ປະເທດອິນເດຍກໍມີວັກຊີນຂອງພວກເຂົາເອງເຊັ່ນກັນ ແຕ່ການຈະສົ່ງ ແລະ ສັກວັກຊີນຈະຫຼ້າຊ້າເນື່ອງຈາກຈຳນວນຂອງປະຊາກອນພາຍໃນປະເທດ.

ມາເຖິງປະເທດດ້ອຍພັດທະນາ ຫຼື ລາຍໄດ້ໜ້ອຍ ການເຂົ້າເຖິງວັກຊີນທີ່ທົ່ວເຖິງຢ່າງພຽງພໍກັບປະຊາກອນ ແລະ ການທີ່ຈະກັບມາສູ່ສະຖານະການປົກກະຕິຂອງປະເທດກ່ອນການແຜ່ລະບາດນັ້ນແມ່ນອາດຈະຍັງເປັນໄປບໍ່ໄດ້ຈົນເຖິງປີ 2023 ຫຼື ອາດຈະບໍ່ມີການເຂົ້າເຖິງເລີຍ.
ເຊິ່ງໃນສ່ວນຂອງປະເທດລາວເຮົາເອງ ປັດຈຸບັນ ປະເທດລາວໄດ້ຮັບການຊ່ວຍເຫຼືອວັກຊີນປ້ອງກັນໂຄວິດ-19 (ອີງຕາມຂໍ້ມູນໂຕເລກຈາກລາຍງານຂອງຄະນະສະເພາະກິດປະຈຳວັນທີ 13 ມີນາ 2021) ນັ້ນເປັນຈຳນວນ 301,000 ໂດສ ໃນຈຳນວນນີ້ແມ່ນໄດ້ຮັບຈາກ ສປ ຈີນ ຈຳນວນ 300,000 ໂດສ ແລະ ຈາກ ສ.ຣັດເຊຍ ຈຳນວນ 1,000 ໂດສ.
ໂດຍໄດ້ເລີ່ມສັກເຂັມທີ 1 ໃຫ້ກຸ່ມເປົ້າໝາຍບຸລິມະສິດຄື: ພະນັກງານທີ່ມີຄວາມສ່ຽງ 16,930 ຄົນ, ພະນັກງານແພດໝໍ 10,991 ຄົນ, ຜູ້ເດີນທາງເຂົ້າ-ອອກປະເທດ 430 ຄົນ, ຜູ້ສູງອາຍຸ 122 ຄົນ, ຜູ້ທີ່ມີພະຍາດປະຈຳໂຕ 23 ຄົນ ແລະ ກຸ່ມຄົນອື່ນໆ 2,550 ຄົນ ລວມທັງໝົດປັດຈຸບັນແມ່ນສີດໄປແລ້ວ 31,046 ຄົນ.
ພາບ: millichronicle.com, financialtimes.com, healthpolicy-watch.news
ຂອບໃຈຂໍ້ມູນຈາກ:
- https://www.economist.com/graphic-detail/2021/01/28/vaccine-nationalism-means-that-poor-countries-will-be-left-behind?fsrc=gp_en?utm_campaign=editorial-social&utm_medium=social-organic&utm_source=facebook&fbclid=IwAR3XSZpSvvhNZF21Dshnyaw4Cj-n3ScMwUt0lTbunvh96RxVNU42d0spjJk
- ຄະນະສະເພາະກິດໂຄວິດ-19