![](https://laox.la/wp-content/uploads/2021/04/bfdgft-1024x683.jpg)
iPad Pro ຮຸ່ນໃໝ່ທີ່ມາພ້ອມກັບ ຊິບ M1 ແລະ ຮອງຮັບລະບົບ 5G ໄດ້ຖືກເປີດຕົວຢ່າງເປັນທາງການ ໂດຍອອກມາພ້ອມໆກັນເຖິງ 2 ຂະໜາດ ມີທັງ 11ນິ້ວ ແລະ 12,9ນິ້ວ ເຊິ່ງແຕ່ລະຮຸ່ນແຕກຕ່າງກັນພຽງແຕ່ໜ້າຈໍ.
iPad Pro ຮຸ່ນ 11ນິ້ວ ຈະເປັນໜ້າຈໍ Liquid Retina (LCD) ທຳມະດາ ມາພ້ອມກັບ Pro Motion (120Hz), ສ່ວນຮຸ່ນ 12,9ນິ້ວ ໜ້າຈໍຈະຖືກອັບເກຣດຂຶ້ນມາເປັນໜ້າຈໍ Liquid Retina XDR ຈໍ Mini LED.
![](https://laox.la/wp-content/uploads/2021/04/fxcvfbfgb.jpg)
ກ້ອງຫຼັງຫຼັກ 12MP, ກ້ອງ Ultra-Wide 10MP ກ້ອງໜ້າ TrueDept ແບບ Ultra-wide 12MP ສາມາດເຫັນອ້ອມຮອບ 122 ອົງສາ ແລະ ເປັນເທື່ອທຳອິດສຳລັບ iPad Pro ທີ່ມີການໃສ່ຟີເຈີ Center Stage ທີ່ສາມາດໂຟກັດໃບໜ້າຂອງຄົນເວົ້າເມື່ອມີການໃຊ້ງານ Video Call ແລະ ສາມາດໝຸນກ້ອງຕາມຜູ້ເວົ້າໃນຂະໜະທີ່ມີການເຄື່ອນໄຫວໄປມາ ນອກຈາກນີ້ຍັງມີເຊັນເຊີກວດຈັບບຸກຄົນທີ່ 2 ແລະ ຊູມອອກເພື່ອໃຫ້ສາມາດເກັບພາບຂອງສອງຄົນໄວ້ໃນເຟມກ້ອງໄດ້.
![](https://laox.la/wp-content/uploads/2021/04/dsvdscds-1024x574.jpg)
ມີ Port ເຊື່ອມຕໍ່ USB-C ແຕ່ເພີ່ມການຮອງຮັບ Thunderbolt ແລະ ຮອງຮັບ USB 4 ລະບົບເຊື່ອມຕໍ່ໄຮ້ສາຍທີ່ສາມາດຮອງຮັບ WiFi 6 ແລະ Bluetooth 5,0 ຮອງຮັບ Smart Cover ແລະ Magic Keyboard ໄດ້.
![](https://laox.la/wp-content/uploads/2021/04/fsbfsb-1024x576.jpg)
- iPad Pro 11inch ຮຸ່ນ Wifi ລາຄາເລີ່ມຕົ້ນທີ່ 890 USD
- iPad Pro 11inch ຮຸ່ນ Wifi + Cellular ລາຄາເລີ່ມຕົ້ນທີ່ 1050 USD
- iPad Pro 12.9inch ຮຸ່ນ Wifi ລາຄາເລີ່ມຕົ້ນທີ່ 1200 USD
- iPad Pro 12.9inch ຮຸ່ນ Wifi + Cellular ລາຄາເລີ່ມຕົ້ນທີ່ 1370 USD
ສາມາດສັ່ງຈອງ ແລະ ເບິ່ງລາຄາໄດ້ທີ່ https://www.apple.com
ຂອບໃຈຂໍ້ມູນຈາກ: https://www.blognone.com/node/122273
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/