ປະເທດສະວິດເຊີແລນ ເປັນປະເທດໜຶ່ງທີ່ຫຼາຍຄົນຍອມຮັບວ່າເປັນປະເທດທີ່ຈະເລີນກ້າວໜ້າ ບໍ່ວ່າຈະເປັນທາງດ້ານການເມືອງ ຫຼື ສັງຄົມ ແລະ ດ້ານການທ່ອງທ່ຽວກໍຖືວ່າເປັນປະເທດຕົ້ນໆ ທີ່ມີບ່ອນທ່ອງທ່ຽວຫຼາຍແຫ່ງທີ່ດຶງດູດນັກທ່ອງທ່ຽວ ໃຫ້ໄດ້ໄປທ່ຽວໄປຊົມຢ່າງບໍ່ຂາດສາຍ. ພິເສດຍິ່ງໄປກວ່ານັ້ນ ຖ້າຫາກວ່າໃຜໄດ້ໄປແລ້ວ ບໍ່ມີທາງຜິດຫວັງຢ່າງແນ່ນອນ ລ້ວນແລ້ວແຕ່ປະທັບໃຈໃນສະຖານທີ່ທ່ອງທ່ຽວອັນສວຍສົດງົດງາມ.
ແຕ່ຖ້າເວົ້າເຖິງເລື່ອງການເມືອງຂອງ ປະເທດສະວິດເຊີແລນແລ້ວນັ້ນ, ຈະວາງຕົວເປັນກາງ ບໍ່ວ່າຈະໃນສະຖານະການໃດກໍຕາມ ທັງດ້ານການເມືອງ ຫຼື ດ້ານສົງຄາມ ທາງປະເທດຈະບໍ່ຫຍຸ້ງກ່ຽວໂດຍເດັດຂາດ ເຊິ່ງການປະຕິບັດດັ່ງກ່າວນີ້ມີມາຫຼາຍຮ້ອຍປີແລ້ວ.
![](https://laox.la/wp-content/uploads/2021/04/image-164.png)
ໃນສະຕະວັດທີ 17 ເຊິ່ງໄດ້ເລີ່ມຕົ້ນຈາກຄວາມຂັດແຍ່ງ ລະຫວ່າງໂຣມັນຄາທໍລິກ ກັບ ໂປຣເຕສແຕນ ຈົນກາຍເປັນການແຂ່ງຂັນ ຊີງອຳນາດລະຫວ່າງຝຣັ່ງກັບຣາຊະວົງຮັບບຣູກ ເຊິ່ງໄດ້ແຜ່ຂະຫຍາຍເປັນວົງກວ້າງ ແລະ ສ້າງຄວາມເສຍຫາຍໄວ້ຫຼາຍທີ່ສຸດໃນຄັ້ງໜຶ່ງ. ສະນັ້ນ ສະວິດເຊີແລນ ກໍຍັງສາມາດປະຄອງປະເທດຕົນເອງບໍ່ຕ້ອງໄປທາງຝ່າຍໃດກໍໄດ້ ແລະ ສົນທິສັນຍາ ເວສຟາເລຍ ທີ່ລົງນາມກັນ ເມື່ອສົງຄາມສິ້ນສຸດຍັງໃຫ້ການຍອມຮັບ ສະວິດເຊີແລນ ໃນຖານະດິນແດນອິດສະຫຼະ ບໍ່ໄດ້ຢູ່ພາຍໃຕ້ອິດທິພົນຂອງຈັກກະພັດໂຣມັນອັນສັກສິດອີກດ້ວຍ.
![](https://laox.la/wp-content/uploads/2021/04/image-165.png)
ຜ່ານມາເກືອບ 200 ປີ ຄວາມເປັນກາງຂອງສະວິດເຊີແລນ ໄດ້ຮັບການຮັບຮອງຢ່າງເປັນທາງການອີກຄັ້ງ ຫຼັງການສິ້ນສຸດຂອງສົງຄາມນະໂປລຽນໃນປີ 1815 ກອງປະຊຸມວຽນນາ ໄດ້ປະກາດໃຫ້ສະຖານະພາບເປັນກາງຂອງສະວິດເຊີແລນ ກາຍເປັນຂໍ້ຕົກລົງທີ່ບັງຄັບໃຊ້ໃນຢູໂຣບ.
![](https://laox.la/wp-content/uploads/2021/04/image-166.png)
ນັບແຕ່ນັ້ນມາ ສະວິດເຊີແລນ ບໍ່ເຄີຍເຂົ້າຮ່ວມໃນສົງຄາມໃດໆເລີຍ ແລະ ຜ່ານສົງຄາມໂລກທັງ 2 ຄັ້ງມາ ໂດຍບໍ່ຕ້ອງເລືອກຝ່າຍ. ໃນລະຫວ່າງທີ່ ເຢຍລະມັນ ຕ້ອງການເສັ້ນທາງໃໝ່ ໃນການຮຸກຮານຝຣັ່ງ ເຊິ່ງເຢຍລະມັນຕ້ອງການຢາກຈະຂໍຜ່ານທາງກັບ ເບວຍຽມ ແຕ່ເບວຍຽມປະຕິເສດບໍ່ໃຫ້ຜ່ານທາງ ເຮັດໃຫ້ເຢຍລະມັນປະກາດສົງຄາມກັບເບວຍຽມ.
![](https://laox.la/wp-content/uploads/2021/04/image-167.png)
ແຕ່ສຳລັບສະວິດເຊີແລນ ເຖິງຈະບໍ່ມີທາງອອກສູ່ທະເລ ຄວນຈະເປັນຂໍ້ເສຍປຽບ ໂດຍສະເພາະເມື່ອຖືກອ້ອມຮອບດ້ວຍປະເທດມະຫາອຳນາດ ທີ່ມັກເປັນຄູ່ຂັດແຍ່ງກັນໃນປະຫວັດສາດ ແຕ່ການເປັນດິນແດນທີ່ມີພູສູງຊັນ ກາຍເປັນຄວາມໄດ້ປຽບຂອງສະວິດເຊີແລນ ທີ່ເຮັດໃຫ້ບໍ່ມີໃຜຢາກທຸ່ມເທພະລະກຳລັງຍຶດຄອງອຳນາດ ຫຼື ໃຊ້ເປັນທາງຜ່ານ ເຊິ່ງໝາຍຄວາມວ່າບໍ່ມີໃຜຢາກຈະເສຍເວລາ ຂ້າມພູອັນສູງຊັນນັ້ນ.
![](https://laox.la/wp-content/uploads/2021/04/image-168.png)
ປັດຈຸບັນ ປະເທດສະວິດເຊີແລນ ຍັງເປັນປະເທດທີ່ມີດິນແດນທີ່ຖືກອ້ອມຮອບໄປດ້ວຍ ເຢຍລະມັນທາງຕອນເໜືອ, ຝຣັ່ງທາງຕາເວັນຕົກ, ອີຕາລີທາງໃຕ້ ແລະ ອອສເຕເລຍທາງຕາເວັນອອກ.
![](https://laox.la/wp-content/uploads/2021/04/image-169.png)
ຄວາມເປັນກາງບໍ່ພຽງແຕ່ເປັນປະຫວັດສາດ ແລະ ວັດທະນະທຳເທົ່ານັ້ນ ແຕ່ໄດ້ຂຽນເປັນລາຍລັກອັກສອນໃນນະໂຍບາຍຕ່າງປະທດ ວ່າສະວິດເຊີແລນ ຈະບໍ່ເຂົ້າໄປຫຍຸ້ງກ່ຽວກັບການຂັດແຍ່ງກັນດ້ວຍອາວຸດ. ສ່ວນທະຫານຈະຖືກບັງຄັບໂດຍກົດໝາຍໃຫ້ເຂົ້າເຝິກອົບຮົມ ຖ້າຫາກໃຜບໍ່ເປັນທະຫານຈະເສຍພາສີ 4% ຕໍ່ປີ.
![](https://laox.la/wp-content/uploads/2021/04/image-170.png)
ຂອບໃຈຂໍ້ມູນຈາກ: https://bit.ly/32jab9o
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/