ເກົາຫຼີໃຕ້ ຍົກເລີກນະໂຍບາຍ ບ່ອນຈອດລົດສຳລັບແມ່ຍິງ ໃນເມືອງຫຼວງ ເພາະເບິ່ງວ່າບໍ່ຈຳເປັນ ແລະ ບໍ່ມີຄວາມເທົ່າທຽມ

ເກົາຫຼີໃຕ້

ເມື່ອບໍ່ດົນມານນີ້ ສຳນັກຂ່າວຈາກເກົາຫຼີໃຕ້ ລາຍງານວ່າ ນະຄອນໂຊລ ນະຄອນຫຼວງ​ຂອງ​ເກົາຫຼີ​ໃຕ້ ຈະຍົກເລີກນະໂຍບາຍ ສະຖານທີ່ຈອດລົດຂອງແມ່ຍິງ ໃນສູນການຄ້າໃຫຍ່ ແລະ ບ່ອນຈອດລົດທັງໝົດ ເພາະເບິ່ງວ່າບໍ່ຈຳເປັນ ແລະ ບໍ່ມີຄວາມເທົ່າທຽມ ຫຼັງ​ຈາກ​ທີ່ບ່ອນ​ຈອດ​ລົດ​ໄດ້​ສ້າງຄວາມ​ປອດ​ໄພ​ໃຫ້​ແມ່​ຍິງມາ​ຫຼາຍ​ກວ່າ 14 ປີແລ້ວ​.

ໂດຍລັດ​ຖະ​ບານ​ໃນ​ຊຸດປັດ​ຈຸ​ບັນ​ມີ​ຄວາມ​ຄິດ​ວ່າ​ບ່ອນ​ຈອດ​ລົດ​ສໍາ​ລັບ​ແມ່​ຍິງ​ແມ່ນ​ບໍ່​ມີ​ຄວາມ​ຈໍາ​ເປັນ​ ແລະ ຈະຖືກປ່ຽນເປັນບ່ອນຈອດລົດສຳລັບຄອບຄົວແທນ ເພື່ອຮອງຮັບຫຼາຍກຸ່ມຄົນ ໂດຍຫວັງວ່າທຸກຄົນຈະສາມາດໄດ້ຮັບຜົນປະໂຫຍດໂດຍບໍ່ຕ້ອງຄໍານຶງເຖິງຂໍ້ຈຳກັດເລື່ອງເພດ.

ເກົາຫຼີໃຕ້

ສະຖານທີ່ຈອດລົດຂອງແມ່ຍິງໃນນະຄອນໂຊລໄດ້ເລີ່ມຂຶ້ນເປັນຄັ້ງທຳອິດໃນປີ 2009 ເນື່ອງຈາກມີກໍລະນີຍິງຈຳນວນໜຶ່ງຖືກທຳຮ້າຍຢູ່ບ່ອນຈອດລົດ. ໂດຍສະເພາະແມ່ນບ່ອນຈອດລົດໃຕ້ດິນໃນອາຄານຕ່າງໆ ເຊິ່ງໄດ້​ພາ​ໃຫ້​ມີ​ການ​ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ​ເກົາ​ຫຼີ​ໃຕ້ ພາຍໃຕ້ການນຳຂອງ ລີ ມຍອງບັກ (Lee Myung-bak) ໃຫ້ຈັດສັນພື້ນທີ່ເພື່ອເຮັດບ່ອນຈອດລົດສຳລັບແມ່ຍິງ. ໂດຍພື້ນທີ່ຈອດລົດສຳລັບແມ່ຍິງ ແມ່ນກວມເອົາ 10 ເປີເຊັນຂອງບ່ອນຈອດລົດຂະໜາດໃຫຍ່ທັງໝົດ ທີ່ສາມາດບັນຈຸລົດໄດ້ຫຼາຍກວ່າ 30 ຄັນ ເຊິ່ງຕ້ອງຕັ້ງຢູ່ໃກ້ກັບທາງເຂົ້າ-ອອກຂອງອາຄານ ແລະ ຢູ່ຖັດຈາກບ່ອນຈອດລົດຄົນພິການ ລວມທັງການຂະຫຍາຍພື້ນທີ່ຈອດລົດໃຫ້ກວ້າງກວ່າເຂດຈອດລົດທົ່ວໄປອີກດ້ວຍ.

ເກົາຫຼີໃຕ້

ຢ່າງໃດກໍຕາມ ບັນດາ​ກຸ່ມ​ຄົນຫຼາຍກຸ່ມໃນ​ເກົາຫຼີ​ໃຕ້​ໄດ້​ສະ​ແດງ​ຄວາມ​ບໍ່​ພໍ​ໃຈ​ຕໍ່​ນະ​ໂຍບາຍ​ດັ່ງກ່າວ​ມາ​ເປັນ​ເວລາ​ດົນ​ນານ ເພາະຖືກເບິ່ງວ່າເປັນການເລືອກປະຕິບັດ ຕໍ່ຜູ້ຊາຍ ແລະ ເປັນການສົ່ງເສີມການເໝົາລວມວ່າແມ່ຍິງເປັນຕົ້ນເຫດທີ່ເພີ່ມຄວາມແຕກແຍກບົດບາດຍິງຊາຍໃຫ້ຮ້າຍແຮງຂຶ້ນ. ພວກເຂົາເຈົ້າຍັງມີທັດສະນະວ່າບ່ອນຈອດລົດຂອງແມ່ຍິງເຮັດໃຫ້ຜູ້ທີ່ຕ້ອງການພື້ນທີ່ແທ້ໆບໍ່ໄດ້ຮັບການຄຸ້ມຄອງຢ່າງເໝາະສົມອີກດ້ວຍ.

ໂດຍການປ່ຽນແປງຄັ້ງນີ້ ເຈົ້າໜ້າທີ່ໃຫ້ລາຍລະອຽດວ່າບ່ອນຈອດລົດຂອງແມ່ຍິງທັງໝົດ 1.988 ບ່ອນໃນນະຄອນໂຊລຈະຖືກປ່ຽນເປັນ ‘ບ່ອນຈອດລົດຄອບຄົວ’ ຕັ້ງແຕ່ເດືອນມີນາເປັນຕົ້ນໄປ ເພື່ອຮອງຮັບຜູ້ໃຊ້ງານທີ່ເປັນຄອບຄົວ, ແມ່ຍິງຖືພາ ຫຼື ຜູ້ຕິດຕາມຂອງເຂົາເຈົ້າຜູ້ທີ່ເດີນທາງກັບເດັກນ້ອຍ ຫຼື ຜູ້ທີ່ມີຄວາມຫຍຸ້ງຍາກໃນການເຄື່ອນຍ້າຍ ໂດຍບໍ່ຕ້ອງຄຳນຶງເຖິງເລື່ອງເພດຂອງຜູ້ຂັບຂີ່.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/