ChatGPT ລະບຸ Elon Musk ເປັນໜຶ່ງໃນບຸກຄົນທີ່ສາມາດ ສ້າງຄວາມຂັດແຍ້ງທາງສັງຄົມໄດ້ ແລະ ຄວນໄດ້ຮັບການປະຕິບັດນຳເປັນພິເສດ

ChatGPT

ChatGPT ປັດຍາປະດິດ ແບບ Chatbot ທີ່ກຳລັງໄດ້ຮັບຄວາມນິຍົມໃນໄລຍະນີ້ ເນື່ອງຈາກມັນສາມາດວິເຄາະ ແລະ ຄຳນວນ ສິ່ງຕ່າງໆໄດ້ເກືອບຄືກັບມະນຸດເຮົາ ແລະ ຫຼ້າສຸດ ChatGPT ໄດ້ປະເມີນວ່າ ອີລອນ ມັສ (Elon Musk) ມະຫາເສດຖີອັນດັບຕົ້ນໆຂອງໂລກ ຜູ້ທີ່ມັກສ້າງຄວາມຕື່ນເຕັ້ນ ແລະ ກະແສຕ່າງໆ ໃນໂລກອອນລາຍຢູ່ເລື້ອຍໆນັ້ນ ເປັນໜຶ່ງບຸກຄົນທີ່ສາມາດສ້າງຄວາມຄິດເຫັນຕ່າງກັນໃນສັງຄົມ ແລະ ຄວນໄດ້ຮັບການປະຕິບັດນຳເປັນພິເສດ.

ວັນ​ທີ 19 ກຸມພາ​ນີ້ ອີສັກ ລັດເທີເຣວ (Isaac Latterell) ນັກ​ການ​ເມືອງ​ອາ​ເມ​ຣິ​ກາ ໄດ້ໂພດຮູບພາບຂອງການສົນທະນາລະຫວ່າງລາວ ແລະ ChatGPT ໃນ Twitter ສ່ວນຕົວຂອງລາວ, ໂດຍລາວໄດ້ຖາມ ChatGPT ໃຫ້ລະບຸລາຍຊື່ບຸກຄົນສາທາລະນະ ທີ່ສາມາດສ້າງຄວາມຄິດເຫັນທີ່ແຕກຕ່າງກັນໃນສັງຄົມເປັນປະຈໍາ ແລະ ຄົນເຫຼົ່ານີ້ຄວນໄດ້ຮັບການປິ່ນປົວ “ພິເສດ” ຫຼືບໍ່.

ChatGPT

ໂດຍຜົນປາກົດວ່າ Elon Musk ຖືກລະບຸວ່າເປັນໜຶ່ງໃນບຸກຄົນສາທາລະນະທີ່ສາມາດ ສ້າງຄວາມຂັດແຍ້ງທາງສັງຄົມໄດ້ ແລະ ຄວນໄດ້ຮັບການປະຕິບັດນຳເປັນພິເສດເຊັ່ນດຽວກັນກັບຄົນທີ່ມີຊື່ສຽງອື່ນໆເຊັ່ນ ທ່ານ ໂດນັລ ທຣຳ, ອະດີດປະທານາທິບໍດີສະຫະລັດອາເມຣິກາ ທີ່ຕອນນັ້ນສ້າງຊື່ສຽງ ຈາກນະໂຍບາຍ American First ຫຼື ກໍາແພງ ທີ່ສ້າງຂຶ້ນລະຫວ່າງເມັກຊິໂກ ແລະ ສະຫະລັດອາເມຣິກາ.

ChatGPT

ນອກຈາກນີ້ກໍຍັງມີປະທານາທິບໍດີຣັດເຊຍ ທ່ານ ວາຣາດິເມຍ ປູຕິນ; ປະທານປະເທດຈີນ ທ່ານ ສີຈິ້ນຜິງ; ປະທານາທິບໍດີເກົາຫຼີເໜືອ ທ່ານ ຄິມ ຈອງອຶນ, ຫຼື ຄານເຢ ເວສ ແລະ ຄິມ ຄາດິຊຽນ ສອງຄົນດັງທີ່ໄດ້ໂຕ້ຖຽງກັນໃນອຸດສາຫະກໍາ Crypto ໃນໄລຍະຜ່ານມາ.

ນອກເໜືອໄປຈາກການຊີ້ໃຫ້ເຫັນວ່າ Musk ເປັນໜຶ່ງໃນບຸກຄົນສາທາລະນະທີ່ສາມາດ ສ້າງຄວາມຂັດແຍ້ງທາງສັງຄົມໄດ້ ແລະ ຄວນໄດ້ຮັບການປະຕິບັດນຳເປັນພິເສດແລ້ວChatGPT ຍັງສາມາດຊີ້ໃຫ້ເຫັນວ່າບຸກຄົນສາທາລະນະກຸ່ມນັ້ນ ສາມາດມີບັນຫາກັບຄົນກຸ່ມໃດໄດ້ແດ່. ເຊິ່ງ Elon Mask ຖືກລະບຸວ່າອາດມີບັນຫາກັບນັກສິ່ງແວດລ້ອມ, ແຕ່ຈະເປັນມິດກັບຜູ້ທີ່ມີຄວາມສົນໃຈທາງດ້ານເທັກໂນໂລຢີ, ແລະ ຖືກລະບຸວ່າມີຄວາມສໍາຄັນໃນສັງຄົມເຖິງ 8 ໃນ 10.

ChatGPT

ສໍາລັບເລື່ອງນີ້, ອີລອນ ມັສ ພຽງແຕ່ຕອບກັບ ດ້ວຍເຄື່ອງໝາຍ “!!” ເທົ່ານັ້ນ ແລະ ຍັງບໍໄດ້ສະແດງຄວາມຄິດເຫັນເພີ່ມຕື່ມໃດໆ

ອີສັກ ລັດເທີເຣວ ໄດ້ກ່າວວ່າ: “ຜົນທີ່ໄດ້ຮັບເຫຼົ່ານີ້ອາດມາຈາກຂໍ້ມູນຕາມແຫຼ່ງຂໍ້ມູນຕ່າງໆ ໃນອິນເຕີເນັດ, ສະແດງວ່າ ມຸມມອງຕ່າງໆ ທາງການເມືອງ ຫຼື ເລື່ອງທີ່ລະອຽດອ່ອນ ທີ່ສະທ້ອນອອກມານີ້ ກໍມາຈາກ ສື່ກະແສຫຼັກຂອງໂລກ ຢູ່ຄືເກົ່າ”.

   ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/