ຮູ້ຫຼືບໍ່? ທຸກເທື່ອທີ່ ອາເຈນຕິນາ ເຂົ້າມາໃນຮອບຮອງຊະນະເລີດ ແມ່ນສາມາດຊະນະຄູ່ຕໍ່ສູ້ຜ່ານເຂົ້າຮອບຊິງຊະນະເລີດ ໄດ້ທຸກເທື່ອ

ຮູ້ຫຼືບໍ່-ທຸກເທື່ອທີ່-ອາເຈນຕິນາ

ມື້ນີ້ແລ້ວ ກັບການແຂ່ງຂັນ ຮອບ 4 ທີມສຸດທ້າຍ ຫຼື ຮອບຮອງຊະນະເລີດຂອງການແຂ່ງຂັນບານໂລກ 2022 ທີ່ປະເທດ ກາຕ້າ ເຊິ່ງຄູ່ທຳອິດທີ່ຈະລົງສະໜາມກໍຄື ຄູ່ລະຫວ່າງ ທີມຊາດ ອາເຈນຕິນາ ພົບກັບ ທີມຊາດ ໂຄຣເອເຊຍ ຮອງແຊ້ມໂລກ ເມື່ອປີ 2018.

ກ່ອນເກມການແຂ່ງຂັນຄັ້ງນີ້ ຈະເລີ່ມຂຶ້ນ Lao X ຈະພາມາເບິ່ງສະຖິຕິ ແລະ ຜົນງານທີ່ຜ່ານມາຂອງ ທັງ 2 ທີມນີ້ກັນ ວ່າໂດດເດັ່ນ ແລະ ຫຼຸດລື່ນກັນຫຼາຍປານໃດ.

ຮູ້ຫຼືບໍ່-ທຸກເທື່ອທີ່-ອາເຈນຕິນາ

ມາເລີ່ມຕົ້ນກັນທີ່ ທີມຊາດ ອາເຈນຕິນາ ທີ່ໃນປີນີ້ ມີຄວາມຕັ້ງໃຈຢ່າງແຮງກ້າ ວ່າຈະຕ້ອງຄວ້າແຊ້ມບານໂລກຄັ້ງນີ້ໃຫ້ໄດ້ ເພື່ອເປັນກຽດສັກສີໃຫ້ແກ່ປະເທດຊາດຂອງຕົນ ແລະ ເພື່ອສານຝັນໃຫ້ກັບ ລີໂອເນວ ເມັສຊີ່ ຊາຍຜູ້ເປັນທຸກຢ່າງຂອງວົງການບານເຕະ ແລະ ຖືເປັນບຸກຄົນສຳຄັນຂອງຊາດອີກຄົນໜຶ່ງ.

ຮູ້ຫຼືບໍ່-ທຸກເທື່ອທີ່-ອາເຈນຕິນາ

ອາເຈນຕິນາ ເປັນອີກທີມທີ່ມີສະຖິຕິທີ່ໜ້າເຫຼືອເຊື່ອກັບການຜ່ານເຂົ້າມາຫຼິ້ນໃນຮອບ ຮອງຊະນະເລີດ ໂດຍມີສະຖິຕິ ເຂົ້າມາຫຼິ້ນໃນຮອບ ຮອງຊະນະເລີດ 4 ຄັ້ງ ສາມາດເອົາຊະນະຄູ່ແຂ່ງແລ້ວຜ່ານເຂົ້າໄປຮອບຊິງຊະນະເລີດ ໄດ້ທັງໝົດ 4 ຄັ້ງ. ບານໂລກ 1930 ເອົາຊະນະທີມຊາດ ອາເມຣິກາ 6-1, ບານໂລກ 1986 ເອົາຊະນະເບວຢຽມ 2-0, ບານໂລກ 1990 ເອົາຊະນະການດວນຈຸດໂທດ ອິຕາລີ 4-3 ແລະ ບານໂລກ ປີ 2014 ຊະນະການດວນຈຸດໂທດກັບທີມຊາດ ເນເທີແລນໄປ 4-2.

ສຳລັບຜົນງານໃນບານໂລກ 2022 ຄັ້ງນີ້ ຂອງທີມຊາດ ອາເຈນຕິນາ ແມ່ນເອີ້ນໄດ້ວ່າຍັງຢູ່ໃນມາດຕະຖານ ເຖິງແມ່ນວ່າການລົງສະໜາມນັດທຳອິດ ຈະເສຍຫຼັກພົບກັບຄວາມປະລາໄຊ ໃຫ້ກັບ ທີມຊາດ ຊາອຸດີອາຣະເບຍ ແບບໜ້າເຫຼືອເຊື່ອໄປ 1 ປະຕູຕໍ່ 2. ແຕ່ຫຼັງຈາກນັ້ນມາ ອີກ 4 ນັດ ອາເຈນຕິນາ ກໍຊະນະລວດ ມາເລີຍ. ໂດຍ ອາເຈນຕິນາລົງສະໜາມມາ ແລ້ວ 5 ນັດ ຍິງໄປທັງໝົດ 9 ປະຕູ ເສຍໄປ 5 ປະຕູ.

ຮູ້ຫຼືບໍ່-ທຸກເທື່ອທີ່-ອາເຈນຕິນາ

ສ່ວນຈຸດເດັ່ນຂອງ ອາເຈນຕິນາ ໃນທີມຊຸດນີ້ ກໍຄົງຈະເປັນການຂັບເຄື່ອນເກມ ແລະ ຄວາມເດັດຂາດຂອງ ລີໂອເນວ ເມັສຊີ່ ນັກເຕະທີ່ຖືເປັນປາກົດການຂອງວົງການບານເຕະ ທີ່ພ້ອມຈະພິກສະຖານະການຂອງທີມໄດ້ທຸກເວລາ. ບວກກັບແດນກາງຂອງທີມ ທີ່ ອາເຈນຕິນາ ຊຸດນີ້ເນັ້ນໄປທີ່ນັກເຕະປະເພດໃຊ້ພະລັງງານສູ້ ແລ່ນໄລ່ບານໄດ້ໝົດເກມ ຕັດເກມໃຫ້ໄວ ແລະ ຫຼິ້ນບານໃຫ້ໜ້ອຍຈັງຫວະທີ່ສຸດ.

ອີກສິ່ງໜຶ່ງທີ່ສຳຄັນຂອງ ອາເຈນຕິນາ ຊຸດນີ້ກໍຄື ແຮງໃຈ ທີ່ແຮງກ້າ ທີ່ມີ ເມັສຊີ່ ເປັນສູນກາງ ແລະ ຄວາມຫວັງວ່າຈະຄວ້າແຊ້ມ ມາປະດັບກຽດຕິຍົດໃຫ້ກັບ ນັກເຕະຜູ້ເປັນປາກົດການຂອງວົງການບານເຕະ ຄົນນີ້ໃຫ້ໄດ້ ຈັກເທື່ອໃນຊີວິດ.

ສ່ວນໃນຟາກຂອງທີມຊາດ ໂຄຣເອເຊຍ ທີ່ມີ ລູກ້າ ໂມດຣິສ ເປັນສູນກາງ ແລະ ເປັນທຸກຢ່າງຂອງທີມ ແມ່ນເອີ້ນໄດ້ວ່າປີນີ້ ອາດເປັນປີສຸດທ້າຍແລ້ວຂອງນັກເຕະຊຸດນີ້ ເພາະນັກເຕະສ່ວນຫຼາຍແມ່ນມີອາຍຸເກີນ 30 ປີກັນໝົດແລ້ວ.

ຮູ້ຫຼືບໍ່-ທຸກເທື່ອທີ່-ອາເຈນຕິນາ

ໂດຍນັບຕັ້ງແຕ່ 1991 ທີ່ ໂຄຣເອເຊຍ ແຍກຕົວອອກມາຈາກ ຢູໂກສະລາເວຍ ແມ່ນ ໂຄຣເອເຊຍ ສາມາດຜ່ານເຂົ້າຮອບສຸດທ້າຍໃນບານໂລກໄດ້ທັງໝົດ 6 ຄັ້ງຄື: ບານໂລກ 1998, 2002, 2006, 2014, 2018 ແລະ 2022 ແລະ ຜົນງານທີ່ພົ້ນເດັ່ນທີ່ສຸດຂອງ ໂຄຣເອເຊຍ ກໍຄົງຈະແມ່ນ ບານໂລກ ເມື່ອປີ 2018 ທີ່ໃນຕອນນັ້ນມາໃນນາມຂອງທີມ ມ້າມືດ ແລະ ເຮັດຜົນງານໄດ້ຢ່າງໂດດເດັ່ນ ຈົນຜ່ານເຂົ້າໄປຮອດຮອບຊິງຊະນະເລີດ ກັບທີມຊາດ ຝຣັ່ງ ແຕ່ໜ້າເສຍດາຍທີ່ບໍ່ສາມາດລົ້ມຍັກໃຫຍ່ຢ່າງ ຝຣັ່ງໄດ້ ຄວ້າໄດ້ພຽງຮອງແຊ້ມ ໄປໃນປີນັ້ນ.

ຮູ້ຫຼືບໍ່-ທຸກເທື່ອທີ່-ອາເຈນຕິນາ

ສຳລັບຜົນງານ ໃນບານໂລກຄັ້ງນີ້ຂອງ ໂຄຣເອເຊຍ ກໍຖືວ່າເປັນໄປຕາມເກມຂອງພວກເຂົາ ໂດຍພວກເຂົາເປັນທີມໜຶ່ງທີ່ລົງຫຼິ້ນມາແລ້ວ 5 ນັດ ແຕ່ຍັງບໍ່ພົບກັບຄວາມປະລາໄຊເລີຍແມ່ນແຕ່ນັດດຽວ. ໂຄຣເອເຊຍ ໃນຊຸດນີ້ ໂດດເດັ່ນທີ່ເກມຮັບ ແລະ ເກມແດນກາງທີ່ ມີທັງ ລູກ້າ ໂມດຣິສ ແລະ ມັດຕິໂອ ໂຄວາຊິສ ທີ່ເຮັດໜ້າທີ່ຄຸມແດນກາງຂອງທີມ. ພວກເຂົາເປັນທີມໜຶ່ງທີ່ມີສະຖິຕິທີ່ໜ້າເຫຼືອເຊື່ອໃນການດວນຈຸດໂທດ ໂດຍການດວນຈຸດໂທດ 4 ຄັ້ງຫຼ້າສຸດໃນບານໂລກ ພວກເຂົາສາມາດເອົາຊະນະໄດ້ທັງໝົດ 4 ຄັ້ງ.

ໂດຍການຍາດປີ້ເຂົ້າໄປຮອບຊິງຊະນະເລີດ  ຈະເລີ່ມຂຶ້ນໃນຕອນເຊົ້າຂອງວັນທີ 14  ເວລາ 2:00 ໂມງ. ເຮົາມາລຸ້ນນຳກັນວ່າ ອາເຈນຕິນາ ຫຼື ໂຄຣເອເຊຍ ຈະເປັນທີມທຳອິດທີ່ຈະກ້າວເຂົ້າໄປສູ່ຮອບຊິງຊະນະເລີດ ໃນການແຂ່ງຂັນບານໂລກ 2022 ນີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/