ກຸ່ມປະເທດ G7 ຈັດຕັ້ງໜ່ວຍງານໃໝ່ລະຫວ່າງປະເທດໃນການດູແລເລື່ອງຕໍ່ຕ້ານ “ພາວະໂລກຮ້ອນ” ໂດຍສະເພາະ

ກຸ່ມປະເທດ G7

ເມື່ອວັນທີ 12 ທັນວາ 2022 ສຳນັກຂ່າວ AP ໄດ້ລາຍງານວ່າ Olaf Scholz ນາຍົກລັດຖະມົນຕີຂອງເຢຍລະມັນໄດ້ອອກມາເປີດເຜີຍຄວາມສຳເລັດຂອງກຸ່ມປະເທດທີ່ມີເສດຖະກິດໃຫຍ່ທີ່ສຸດໃນໂລກ 7 ປະເທດ ຫຼື ກຸ່ມປະເທດ G7 ທີ່ໄດ້ຮ່ວມມືກັນເລີ່ມຈັດຕັ້ງໜ່ວຍງານລະຫວ່າງປະເທດໃນການຕໍ່ສູ້ກັບພາວະໂລກຮ້ອນ. ພ້ອມນັ້ນ Scholz ຍັງໄດ້ລະບຸວ່າໂຄງການນີ້ບໍ່ໄດ້ເປັນພຽງຄວາມລິເລີ່ມສະເພາະໃນກຸ່ມ G7 ແຕ່ຕ້ອງການໃຫ້ເປັນໂຄງການຄວາມລິເລີ່ມລະດັບໂລກ ເນື່ອງຈາກທຸກຄົນມີສ່ວນສຳຄັນໃນການບັນລຸເປົ້າໝາຍສະພາບພູມອາກາດໂລກ.

ກຸ່ມປະເທດ G7

ໂດຍໃນລາຍງານຍັງລະບຸວ່າ ເຢຍລະມັນເຊິ່ງຮັບໜ້າທີ່ເປັນປະທານຂອງກຸ່ມ G7 ຈົນເຖິງທ້າຍປີນີ້ ຈະໄດ້ສົ່ງມອບຕໍາແໜ່ງປະທານຕໍ່ໃຫ້ຢີ່ປຸ່ນ ຂະນະທີ່ໜ່ວຍງານຕ້ານພາວະໂລກຮ້ອນຂອງກຸ່ມ G7 ແມ່ນຈະມຸ່ງເປົ້າສະໜັບສະໜູນການດຳເນີນການຕາມສົນທິສັນຍານະຄອນປາຣີສວ່າດ້ວຍການປ່ຽນແປງສະພາບພູມອາກາດໂລກເມື່ອປີ 2014 ໂດຍມີຄວາມພະຍາຍາມກໍາຈັດພາວະໂລກຮ້ອນ ໃຫ້ໂລກມີອຸນຫະພູມເໝາະສົມ ແລະ ມີອຸນຫະພູມບໍ່ເກີນຕາມທີ່ກຳນົດໄວ້.

ກຸ່ມປະເທດ G7

ນອກຈາກນີ້ ທາງໜ່ວຍງານຈະຊ່ວຍເລັ່ງການປ່ຽນແປງພາກອຸດສາຫະກຳໄປສູ່ການໃຊ້ພະລັງງານສະອາດຫຼາຍຂຶ້ນ ແລະການພັດທະນາມາດຕະການລົດການປ່ອຍແກ໊ສຄາບອນ, ມຸ່ງເນັ້ນການຜະລິດພະລັງງານທາງເລືອກ ທັງພະລັງງານແສງຕາເວັນ ແລະພະລັງງານລົມ.

ສຳລັບກຸ່ມ G7 ຫຼື Group of Seven ແມ່ນເປັນກຸ່ມຊອງປະເທດອຸດສາຫະກໍາຊັ້ນນໍາຂອງໂລກ ຖືກກໍ່ຕັ້ງຂຶ້ນໃນວັນທີ 25 ມີນາ 1973 ໂດບປັດຈຸບັນປະກອບໄດ້ດ້ວຍສະມາຊິກ 7 ປະເທດຄື: ແຄນາດາ, ຝຣັ່ງ, ເຢຍລະມັນ, ອິຕາລີ, ຍີ່ປຸ່ນ, ສະຫະລາຊະອານາຈັກ ແລະ ສະຫະລັດອາເມຣິກາ ໂດຍເສດຖະກິດຂອງກຸ່ມປະເທດເຫຼົ່ານີ້ກວມເອົາເກືອບເຄິ່ງຂອງອັດຕາສ່ວນເສດຖະກິດໂລກ. ພ້ອມນັ້ນຍັງມີປະທານແຫ່ງສະພາຢູໂຣບເຂົ້າຮ່ວມປະຊຸມນຳອີກພ້ອມ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/