ຮູ້ບໍ່ວ່າ ໃນປະຫວັດສາດບານໂລກ ຍັງບໍ່ເຄິຍມີທີມຊາດຈາກ ອາຟຣິກາ ຜ່ານເຂົ້າໄປຮອບ 4 ທີມສຸດທ້າຍໄດ້ເລີຍ ແມ່ນແຕ່ທີມດຽວ

ຮູ້ບໍ່ວ່າ

ຖ້າຈະເວົ້າເຖິງ ທີມຊາດ ຈາກທະວີບ ອາຟຣິກາ ກໍຕ້ອງຄິດເຖິງກຸ່ມປະເທດທີ່ມີນັກເຕະເກັ່ງໆຫຼາຍຄົນ, ເປັນກຸ່ມປະເທດທີ່ນັກເຕະມີຄວາມໄດ້ປຽບທາງດ້ານຮ່າງກາຍ ແລະ ຍັງເປັນປະເທດທີ່ມີນັກເຕະດາວດັງປະດັບຢູ່ຢ່າງບໍ່ຂາດສາຍ. ແຕ່ທຸກຄົນຮູ້ບໍ່ວ່າ ໃນປະຫວັດສາດບານໂລກ ຍັງບໍ່ເຄິຍມີທີມຊາດຈາກ ອາຟຣິກາ ຜ່ານເຂົ້າໄປຮອບ 4 ທີມສຸດທ້າຍໄດ້ເລີຍ ແມ່ນແຕ່ທີມດຽວ.

ຖ້າຈະເວົ້າເຖິງຜົນງານທີ່ໂດດເດັ່ນຂອງ ທີມຊາດຈາກ ອາຟຣິກາ ໃນການແຂ່ງຂັນບານໂລກ ກໍຕ້ອງຄິດເຖິງ ທີມຊາດ ແຄເມີຣູນ ໃນການແຂ່ງຂັນບານໂລກ 1990 ທີ່ຕອນນັ້ນສ້າງຄວາມປະຫຼາດໃຈໃຫ້ຄົນທົ່ວໂລກ ໂດຍການລົງສະໜາມນັດທຳອິດ ພິກລັອກ ເອົາຊະນະ ທີມຊາດ ອາເຈນຕິນາ ແຊ້ມເກົ່າ ໄປໄດ້ 1 ປະຕູຕໍ່ 0 ແລະ ຖືກບັນທຶກວ່າ ເປັນການແຂ່ງຂັນບານໂລກ ທີ່ພິກລັອກຫຼາຍທີ່ສຸດ ຄັ້ງໜຶ່ງໃນປະຫວັດສາດ. ແຄເມີຣູນ ໂຊຜົນງານໄດ້ຢ່າງໂດດເດັ່ນ ຈົນສາມາດຜ່ານເຂົ້າຮອບ 8 ທີມສຸດທ້າຍໄປ ພົບກັບທີມຊາດ ອັງກິດ ກ່ອນທີ່ຈະເສຍຫຼັກ ປະລາໄຊໄປ ຈົບເສັ້ນທາງຕົນເອງໃນການແຂ່ງຂັນບານໂລກ ຄັ້ງນັ້ນ ໄວ້ທີ່ຮອບ 8 ທີມສຸດທ້າຍ. ນັ້ນຖືເປັນຄັ້ງທຳອິດ ທີ່ທີມຊາດຈາກ ອາຟຣິກາ ເຂົ້າມາຮອດຮອບ 8 ທີມສຸດທ້າຍໃນການແຂ່ງຂັນບານໂລກ.

ຮູ້ບໍ່ວ່າ

ເຊເນກາວ ໃນບານໂລກ 2002 ກໍເປັນອີກຄັ້ງໜຶ່ງທີ່ທີມຊາດ ຈາກ ອາຟຣິກາ ສ້າງຄວາມປະຫຼາດໃຈໃຫ້ກັບ ຄົນທົ່ວໂລກ ຄ້າຍໆກັນກັບ ເມື່ອປີ 1990 ໂດຍການລົງາະໜາມນັດທໍາອິດ ເອົາຊະນະ ທີມແຊ້ມເກົ່າ ເມື່ອປີ 1998 ຢ່າງ ທີມຊາດຝຣັ່ງ ໄປໄດ້ 1 ປະຕູຕໍ່ 0. ຈາກນັ້ນໃນຮອບ 16 ທີມ ພວກເຂົາເອົາຊະນະ ສະວີເດັນໄປໄດ້ ດ້ວຍກົດການຍິງປະຕູ Golden Goal (ກົດທີ່ຝ່າຍໃດຍິງປະຕູໄດ້ໃນການຕໍ່ເວລາພິເສດ ຝ່າຍນັ້ນຈະໄດ້ຮັບໄຊຊະນະ) ໃນນາທີ 104. ຜ່ານເຂົ້າຮອບ 8 ທີມສຸດທ້າຍໄປພົບກັບທີມຊາດ ຕຸຣເຄຍ. ພາຍຫຼັງການເຂົ້າຮອບມາດ້ວຍກົດການຍິງປະຕູ Golden Goal ມາໃນຮອບນີ້ ເຊເນກາວ ກັບຕ້ອງຕົກຮອບກົດດຽວກັນນັ້ນເຊັ່ນກັນ ໂດຍການຖືກ ອີຮານ ແມນຊິສ (İlhan Mansız) ກອງໜ້າຂອງ ຕຸຣເຄຍ ຍິງປະຕູໃນນາທີ 94 ສົ່ງ ເຊເນກາວຕົກຮອບໄປຢ່າງໜ້າເຈັບປວດ. ບານໂລກ ຄັ້ງນັ້ນ ຖືເປັນບານໂລກທີ່ເຮັດຜົນງານໄດ້ດີທີ່ສຸດ ໃນປະຫວັດສາດວົງການບານເຕະ ເຊເນກາວ.

ຮູ້ບໍ່ວ່າ

ການາ ໃນບານໂລກ 2010 ເປັນບານໂລກ ຄັ້ງທຳອິດ ທີ່ຈັດຂຶ້ນຢູ່ຜືນແຜ່ນດິນຂອງທະວີບ ອາຟຣິກາ ໂດຍຈັດຢູ່ປະເທດ ອາຟຣິກາໃຕ້. ເຖິງແມ່ນວ່າຜົນງານຂອງ ການາ ໃນບານໂລກ ປີນັ້ນຈະບໍ່ໄດ້ໂດດເດັ່ນປານໃດ ໂດຍເສັ້ນທາງການເຂົ້າມາໃນຮອບ 8 ທີມສຸດທ້າຍນັ້ນ ກໍເອີ້ນໄດ້ວ່າລຳບາກພໍສົມຄວນ ກວ່າຈະເຂົ້າມາໄດ້. ແຕ່ ການາ ກາຍເປັນທີ່ເວົ້າເຖິງ ແລະ ຈົດຈຳ ກໍແມ່ນເກມ ໃນຮອບ 8 ທີມ ທີ່ພົບກັບ ທີມຊາດ ອຸຣຸໄກວ ທີ່ຕອນນັ້ນ ການາກຳລັງຈະຍິງປະຕູ ໄດ້ຢູ່ແລ້ວ ແຕ່ ຫຼຸຍຊົວເລສ ກອງໜ້າທີມຊາດ ອຸຣຸໄກວ ກັບໃຊ້ມື ປັດໝາກບານອອກ ຄ້າຍກັບວ່າຕົນເອງ ເປັນນາຍປະຕູແນວໃດແນວນັ້ນ ຈົນຖືກໃບແດງໄລ່ອອກສະໜາມໄປ. ເບິ່ງຄືວ່າມາຮອດຕອນນີ້ ອະນາຄົດອັນສົດໃສໃນການເຂົ້າຮອບຕໍ່ໄປຂອງການານັ້ນຈະລໍຖ້າຢູ່ບໍ່ໄກ ເພາະນອກຈາກຈະໄດ້ຈຸດໂທດແລ້ວ ຈຳນວນຂອງຄູ່ຕໍ່ສູ້ກໍຍັງໜ້ອຍກວ່າ. ແຕ່ກໍດັ່ງທີ່ທຸກຄົນຮູ້ກັນວ່າ ການາ ຍິງຈຸດໂທດລູກນັ້ນບໍ່ເຂົ້າ ກ່ອນທີ່ຈະໄປປະລາໄຊໃນການດວນຈຸດໂທດ ທ້າຍເກມ ຕົກຮອບໄປແບບແສນເຈັບປວດໃຈ ແລະ ເກມນັດນັ້ນໄດ້ກາຍເປັນເກມແຫ່ງຄວາມ ດຣາມ່າ ທີ່ສຸດເກມໜຶ່ງໃນປະຫວັດວົງການບານເຕະ.

ຮູ້ບໍ່ວ່າ

ຈາກທີ່ເລົ່າກັນມາ ເຫັນໄດ້ວ່າທີມຊາດ ຈາກ ອາຟຣິກາ ແມ່ນຈະຈົບເສັ້ນທາງຕົນເອງກັນຢູ່ຮອບ 8 ທີມ. ແຕ່ມາໃນບານໂລກ 2022 ນີ້ ກໍຍັງມີອີກທີມໜຶ່ງທີ່ຜ່ານເຂົ້າມາຮອບ 8 ທີມ ແລະ ກຳລັງຈະລົງສະໜາມເພື່ອລຸ້ນເຂົ້າຮອບ 4 ທີມສຸດ ທ້າຍ ນັ້ນກໍຄື ທີມຊາດ ໂມຣັອກໂຄ. ເຊິ່ງ ໂມຣັອກໂຄ ໃນປີນີ້ຖືວ່າຜົນງານດີສຸດ ເພາະລົງສະໜາມມາແລ້ວ 4​ນັັດ ຍັງບໍ່ພົບກັບຄວາມປະລາໄຊ ເລີຍຈັກນັດ ແລະ ເປັນທີມດຽວທີ່ໃນການແຂ່ງຂັນຄັ້ງນີ້ຍັງບໍ່ເສຍປະຕູໃຫ້ກັບຄູ່ຕໍ່ສູ້ ເພາະປະຕູດຽວທີ່ເສຍໄປ ເປັນການເຮັດເຂົ້າປະຕູຕົນເອງ.

ຮູ້ບໍ່ວ່າ

ເຊິ່ງ ໂມຣັອກໂຄ ມີຄິວລົງຍາດໂກຕ້າ ເຂົ້າຮອບ 4 ທີມກັບທີມຊາດ ໂປຕຸເກດ ໃນວັນທີ 10 ທັນວາ ນີ້ ເວລາ 22:00 ແລະ ຖ້າໂມຣັອກໂຄ ເຮັດໄດ້ ຈະກາຍເປັນທີມຊາດທຳອິດ ຈາກທະວີບ ອາຟຣິກາ ທີ່ສາມາດຜ່ານເຂົ້າຮອບ 4 ທີມສຸດທ້າຍໄດ້ ໃນການແຂ່ງຂັນບານໂລກ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/