ອິຕາລີ ປະເຊີນໄພນໍ້າຖ້ວມຄັ້ງໃຫຍ່ ເສຍຊີວິດແລ້ວ 13 ຄົນ ຄາດການເສຍຫາຍໄປແລ້ວຫຼາຍກວ່າ 1 ພັນລ້ານຢູໂຣ


ວັນທີ 18 ພຶດສະພາ ມີລາຍງານວ່າ ແຄວ້ນ ເອມິເລຍ-ໂຣມັນຍາ ທີ່ຕັ້ງຢູ່ທາງຕອນເໜືອຂອງປະເທດ ອິຕາລີ ປະເຊີນກັບໄພນໍ້າຖ້ວມຄັ້ງໃຫຍ່ ສົ່ງຜົນໃຫ້ມີຜູ້ເສຍຊີວິດໄປແລ້ວຢ່າງໜ້ອຍ 13 ຄົນ ແລະ ພືດຜົນທາງການກະເສດເສຍຫາຍຢ່າງໜັກ ຂະນະທີ່ຄວາມເສຍຫາຍເບື້ອງຕົ້ນຄາດການຢູ່ທີ່ຫຼາຍພັນລ້ານຢູໂຣ.

ໂດຍຝົນທີ່ທີ່ຕົກລົງມາຢ່າງໜັກຫຼາຍອາທິດຕິດຕໍ່ກັນໄດ້ສົ່ງຜົນກະທົບຕໍ່ພື້ນທີ່ຝັ່ງຕາເວັນອອກຂອງແຄວ້ນ ເອມິເລຍ-ໂຣມັນຍາ ໂດຍມີເຫດການດິນເຈື່ອນຫຼາຍກວ່າ 300 ຄັ້ງ ມີແມ່ນໍ້າຢ່າງໜ້ອຍ 23 ສາຍທີ່ນໍ້າລົ້ນ ແລະ ໄຫຼເຂົ້າຖ້ວມເຂດເມືອງ ຂະນະທີ່ຫົນທາງ 400 ກວ່າສາຍ ໄດ້ຮັບຄວາມເສຍຫາຍ ຫຼື ຖືກທຳລາຍລົງຢ່າງໜັກ.

ສະເຕຟາໂນ ໂບນັກຊິນີ ປະທານແຄວ້ນ ເອມິເລຍ-ໂຣມັນຍາ ກ່າວວ່າ: ສະຖານະການທີ່ເກີດຂຶ້ນນັ້ນຄືກັບວ່າ ເຮົາກຳລັງປະເຊີນກັບແຜ່ນດິນໄຫວຮອບໃໝ່ ເຊິ່ງສື່ວ່າ ເຫດນໍ້າຖ້ວມໃນຄັ້ງນີ້ມີຂອບເຂດຂອງຄວາມເສຍຫາຍທີ່ຮຸນແຮງ ໃກ້ຄຽງກັບເຫດແຜ່ນດິນໄຫວທີ່ເຄີຍເກີດຂຶ້ນໃນ ພາກພື້ນນີ້ເມື່ອປີ 2012 ເຊິ່ງໄດ້ທຳລາຍບ້ານເຮືອນໄປຫຼາຍພັນຫຼັງຄາເຮືອນ.

    ນອກເໜືອຈາກຍອດຜູ້ເສຍຊີວິດແລ້ວ ສະມາຄົມການກະເສດຍັງລາຍງານອີກວ່າ ມີຟາມຫຼາຍກວ່າ 5.000 ແຫ່ງທີ່ຕອນນີ້ຈົມຢູ່ພື້ນນໍ້າ ເຊິ່ງເປັນແຫຼ່ງເພາະປູກໝາກໄມ້, ສາລີ ແລະ ພືດຕ່າງໆ.

ຂະນະທີ່ປັດຈຸບັນມີປະຊາຊົນຢ່າງໜ້ອຍ 10.000 ຄົນຕ້ອງພະຍາຍາມອອກຈາກເຮືອນທີ່ຖືກນໍ້າຖ້ວມຂັງ ສ່ວນຄົນທີ່ຍັງຢູ່ໃນເຮືອນຂອງຕົນເອງ ຕ້ອງຕົກຢູ່ໃນສະພາບທີ່ບໍ່ມີໄຟຟ້າໃຊ້.

ດ້ານລັດຖະບານໃຫ້ຄຳໝັ້ນວ່າຈະເພີ່ມເງິນຊ່ວຍເຫຼືອສຸກເສີນອີກ 20 ລ້ານຢູໂຣ ເພີ່ມຈາກລະດັບ 10 ລ້ານຢູໂຣ ທີ່ຈັດສັນໄປ ເພື່ອຮັບມືກັບເຫດການນໍ້າຖ້ວມຄັ້ງນີ້. ຂະນະທີ່ ບໍລິສັດລົດຫຼູຢ່າງ Ferrari ທີ່ມີຖານຜະລິດໃນ ແຄວ້ນນີ້ ກໍໄດ້ປະກາດບໍລິຈາກເງິນຊ່ວຍເຫຼືອ 1 ລ້ານຢູໂຣ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/