ທະນາຄານລາວ ແລະ ທະນາຄານໄທ ປຶກສາຫາລືສະພາບເສດຖະກິດການເງິນ ແລະ ນະໂຍບາຍເງິນຕາ


ເມື່ອບໍ່ດົນມານີ້, ກອງປະຊຸມທະວິພາຄີປະຈໍາປີ 2023 ລະຫວ່າງ ທະນາຄານ ແຫ່ງ ສປປ ລາວ ແລະ ທະນາຄານແຫ່ງປະເທດໄທ ໄດ້ຈັດຂຶ້ນທີ່ນະຄອນຫຼວງບາງກອກ ປະເທດໄທ ຝ່າຍທະນາຄານ ແຫ່ງ ສປປ ລາວ ລາວ ນຳໂດຍ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ແລະ ຝ່າຍທະນາຄານແຫ່ງປະເທດໄທ ນຳໂດຍ ທ່ານ ເສດທະພຸດ ສຸທິ ວາດນາລືພຸດ ຜູ້ວ່າການ ທະນາຄານແຫ່ງປະເທດໄທ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້ແມ່ນເພື່ອເປັນການສະຫຼຸບໝາກຜົນການຮ່ວມມືຂອງຂະແໜງການເງິນ-ເງິນຕາ ໃນໄລຍະຜ່ານມາ ແລະ ແລກປ່ຽນທັດສະນະໃນການວາງທິດທາງການຮ່ວມມືໃນຕໍໍ່ໜ້າ ໂດຍໄດ້ມີການປຶກສາຫາລື ແລະ ແລກປ່ຽນບົດຮຽນຮ່ວມກັນໃນຫຼາຍບັນຫາສໍາຄັນຕົົ້ນຕໍຄື: ສະພາບເສດຖະກິດມະຫາພາກ, ການດໍາເນີນນະໂຍບາຍເງິນຕາ, ວຽກງານຄຸ້ມຄອງເງິນຕາຕ່າງປະເທດ, ວຽກງານການເຊື່ອມຕໍ່ລະບົບຊໍາລະຂ້າມແດນ, ວຽກງານຄຸ້ມຄອງທະນາຄານທຸລະກິດ, ການຮ່ວມມືທາງດ້ານວິຊາການ ແລະ ບັນຫາອື່ນໆ ທີ່ສອງຝ່າຍໃຫ້ຄວາມສົນໃຈຮ່ວມກັນ.

ກອງປະຊຸມໃນຄັ້ງນີ້ ໄດ້ດໍາເນີນໄປດ້ວຍບັນຍາກາດໄມຕີຈິດມິດຕະພາບ, ຄວາມສາມັກຄີ, ການຮ່ວມມືທີ່ດີແລະ ສະແດງເຖິງສາຍສໍາພັນຮ່ວມມືມິດຕະພາບແບບບ້ານໃກ້ເຮືອນຄຽງທີ່ດີ ລະຫວ່າງສອງຊາດ ລາວ-ໄທ ກໍໍຄືສອງທະນາຄານກາງ ພວກເຮົາ ແລະ ສາມາດບັນລຸຜົນສໍາເລັດຕາມລະດັບຄາດໝາຍ. ຜົນສໍາເລັດຂອງກອງປະຊຸມຄັ້ງນີ້ ຖືເປັນຂີດໝາຍອັນສໍາຄັນໃນການເສີມຂະຫຍາຍສາຍພົວພັນຮ່ວມມືຂອງສອງປະເທດ ເວົ້າລວມ, ເວົ້າສະເພາະກໍໍຄື ສອງທະນາຄານກາງໃຫ້ນັບມື້ນັບເພີ່ມທະວີຄວາມສະໜິດແໜ້ນ, ຄວາມສາມັກມິດຕະພາບ ແລະ ການຮ່ວມມືທີ່ເລິກເຊິ່ງຫຼາຍຂຶ້ນກວ່າເກົ່າ.

ຂໍ້ມູນຈາກ: https://bit.ly/42Qu3OP

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/