ສະຫະລັດອາເມຣິກາ ປະສົບບັນຫາສະໝອງໄຫຼ ເພາະບັນຫາທາງດ້ານການເມືອງ ເຮັດໃຫ້ຄົນທີ່ມີຄວາມສາມາດອອກຈາກປະເທດ


ສະຫະລັດອາເມຣິກາ ຖືເປັນປະເທດໜຶ່ງທີ່ມີນັກວິທະຍາສາດທີ່ມີຄວາມສາມາດຫຼາຍແຫ່ງໜຶ່ງໃນໂລກ, ແຕ່ວ່າໄລຍະ 1-2 ປີທີ່ປີຜ່ານມາ ມີກະແສການຍ້າຍຖິ່ນຖານອອກຈາກອາເມຣິກາ ຂອງຄົນທີ່ມີຄວາມສາມາດ ເນື່ອງຈາກບັນຫາທາງການເມືອງ.

ຮູ້ບໍ່ວ່າ ບັນດານັກວິທະຍາສາດໃນອາເມຣິກາ ສ່ວນຫຼາຍແລ້ວ ບໍ່ແມ່ນຄົນອາເມຣິກາ ແຕ່ເປັນຄົນທີ່ມີເຊື້ອສາຍຈີນເປັນສ່ວນຫຼາຍ.

ຈາກຂໍ້ມູນຂອງອົງການເພື່ອຄວາມຮ່ວມມື ແລະ ການພັດທະນາທາງເສດຖະກິດ (OECD) ເຊິ່ງເປັນອົງກອນລະຫວ່າງປະເທດລະດັບລັດຖະບານເປີດເຜີຍວ່າ ສະຫະລັດອາເມຣິກາກຳລັງສູນເສຍນັກວິທະຍາສາດລະດັບຫົວກະທິ ທີ່ເຄີຍມີຜົນງານວິໄຈຖືກຕີພິມລົງວາລະສານວິຊາການຊັ້ນນຳນັບພັນຄົນໃຫ້ກັບຕ່າງປະເທດ ໂດຍສະເພາະ ປະເທດຈີນທີ່ກຳລັງມີແນວທາງດຶງດູດບັນດານັກວິທະຍາສາດລະດັບສູງໃຫ້ມາຮ່ວມງານກັບສະຖາບັນການນສຶກສາຂອງຈີນເປັນຈຳນວນຫຼາຍ.

ໄດ້ມີການຍົກຕົວເລກໃຫ້ເຫັນວ່າໃນປີ 2021 ປີດຽວ ຈີນໄດ້ຕົວນັກວິທະຍາສາດຕ່າງປະເທດໄປປະມານ 2.408 ຄົນ ເຖິງເບິ່ງອາດຈະບໍ່ແມ່ນຕົວເລກທີ່ຫຼາຍ ແຕ່ຫາກທຽບກັບຂໍ້ມູນປີ 2017 ຈະພົບວ່າສະຫະລັດອາເມຣິກາ ສາມາດດຶງນັກວິໄຈຕ່າງຊາດໄດ້ເຖິງ 4.292 ຄົນໃນຂະນະທີ່ຈີນໄດ້ພຽງ 116 ຄົນເທົ່ານັ້ນ.

ຕົວເລກນີ້ບອກໄດ້ວ່າປັດຈຸບັນ ຈີນມີຈຳນວນນັກວິທະຍາສາດຕ່າງຊາດເພີ່ມຂຶ້ນຫຼາຍເທົ່າຕົວ ເຊິ່ງຕ່າງຈາກສະຫະລັດອາເມຣິກາ ທີ່ກໍາລັງປະສົບບັນຫາສະໝອງໄຫຼ ເມື່ອນັກວິທະຍາສາດຖືກດຶງຕົວຈາກຕ່າງປະເທດ.

ພາວະສະໝອງໄຫຼ ຫຼື Brain Drain ແມ່ນການທີ່ປະເທດໃດໜຶ່ງກຳລັງສູນເສຍແຮງງານທີ່ມີຄວາມສາມາດ ມີທັກສະລະດັບສູງ ເນື່ອງຈາກບ່ອນທີ່ພວກເຂົາຢູ່ຂາດໂອກາດໃນການພັດທະນາ ເຮັດໃຫ້ພວກເຂົາຍ້າຍໄປຕັ້ງຖິ່ນຖານຢູ່ບ່ອນອື່ນ ຫຼືປະເທດອື່ນ ທີ່ມີໂອກາດ, ລາຍໄດ້ ແລະສະຫວັດດີການທີ່ດີກວ່າ.

ກະແສສະໝອງໄຫຼໃນອາເມຣິກາ ເລີ່ມເກີດກ່ອນວິກິດການໂຄວິດ ໂດຍມີເຫດ ແລະ ປັດໄຈມາຈາກນະໂຍບາຍຂອງອະດີດຜູ້ນຳສະຫະລັດ ໂດນັລ ທຣຳ ທີ່ກໍ່ໃຫ້ເກີດສົງຄາມການຄ້າກັບຈີນ ເວລານັ້ນລັດຖະບານໄດ້ໃຊ້ນະໂຍບາຍກັບນັກວິຊາການຈາກຈີນ ດ້ວຍຂໍ້ຫາລະເມີດສິດທິທາງປັນຍາ ໄປຈົນເຖິງການເປັນສາຍລັບໂຈນລະກໍາຂໍ້ມູນ.

ດ້ວຍການດຳເນີນນະໂຍບາຍດັ່ງກ່າວ ມີສ່ວນກົດດັນໃຫ້ສະຖາບັນການສຶກສາຕ່າງໆໃນສະຫະລັດ ທີ່ມີການຮ່ວມງານກັບນັກວິຊາການຊາວຈີນ ຫຼື ນັກວິຊາການທີ່ມີເຊື້ອສາຍຈີນ ມີການຂົ່ມຂູ່ ຄຸກຄາມທີ່ຈະຮ້ອງຟ້ອງ ດຳເນີນຄະດີກັບນັກວິຊາການດັ່ງກ່າວເຫຼົ່ານັ້ນ ຫຼືຕັດສິດນັກສຶກສາຈາກຈີນບໍ່ໃຫ້ເຂົ້າຮຽນໃນສະຖາບັນການສຶກສາຂອງສະຫະລັດໄດ້.

ນັບເປັນໄລຍະເວລາຂອງການກວດລ້າງນັກວິຊາການເຊື້ອສາຍຈີນໃນສະຫະລັດ ໂດຍສະຖາບັນສາທາລະນະສຸກແຫ່ງຊາດໄດ້ເປີດເຜີຍວ່າ ມີການໄລ່ນັກວິຊາການຈີນຫຼາຍກວ່າ 100 ຄົນ ລວມເຖິງປິດສູນວິໄຈຫຼາຍກວ່າ 150 ໂຄງການ ເຊິ່ງຫຼາຍກວ່າ 80% ເປັນງານວິໄຈເຊື້ອສາຍອາຊີ.

ບັນຫາສະໝອງໄຫຼ ບໍ່ໄດ້ເກີດຂຶ້ນແຕ່ກັບສະຫະລັດອາເມຣິກາ ແຕ່ຍັງເກີດຂຶ້ນກັບຫຼາຍປະເທດ ໂດຍສະເພາະປະເທດດ້ອຍພັດທະນາ, ກຳລັງພັດທະນາ ແລະປະເທດມີປະສົບບັນຫາທາງດ້ານການເມືອງພາຍໃນປະເທດ.

ອີງຕາມສະຖິຕິ ຕັ້ງແຕ່ປີ 2007-2022 ປະເທດທີ່ປະສົບບັນຫາສະໝອງໄຫຼຫຼາຍທີ່ສຸດແມ່ນປະເທດຊາມົວ, ຈາໄມກາ ແລະ ປາເລສໄຕນ໌ ສ່ວນປະເທດລາວເຮົາເອງຕິດຢູ່ອັນດັບທີ 48 ຂອງໂລກ ຈາກທັງໝົດ 177 ປະເທດ ແລະ ເປັນອັນດັບ 7 ຂອງອາຊີ.

ຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/