ອະວະສານສາຍຫານ! Netflix ກຽມເປີດໃຊ້ງານລະບົບປ້ອງກັນການຫານແບບເຕັມຮູບແບບທົ່ວໂລກ ເລີ່ມປີ 2023

ອະວະສານສາຍຫານ

ເອີ້ນໄດ້ວ່າຂ່າວນີ້ອາດເປັນຈຸດສິ້ນສຸດຂອງສາຍຫານ ເພາະຫຼ້າສຸດນີ້ທາງແພລັດຟອມສະຕຣີມມິ່ງຊື່ດັງຢ່າງ Netflix ໄດ້ປະກາດວ່າຈະບໍ່ປ່ອຍໃຫ້ມີການແຊຣ໌ລະຫັດຜ່ານຂອງສະມາຊິກອີກຕໍ່ໄປ ເນື່ອງຈາກທີ່ຜ່ານມາ Netflix ແມ່ນພົບເຈິກັບວິກິດຈຳນວນສະມາຊິກລົດລົງຢ່າງຕໍ່ເນື່ອງ ເຊິ່ງເປັນຜົນມາຈາກການແຊຣ໌ລະຫັດຜ່ານຂອງສະມາຊິກນັ້ນເອງ.

ອະວະສານສາຍຫານ

ອ້າງອີງຕາມການລາຍງານຂອງສຳນັກຂ່າວ The Wall Street Journal ພົບວ່າ Netflix ກຽມຈັດການແບບຈິງຈັງ ເພື່ອບໍ່ໃຫ້ມີການແຊຣ໌ລະຫັດຜ່ານລະຫວ່າງສະມາຊິກອີກຕໍ່ໄປ ໂດຍຈະເລີ່ມຕົ້ນທີ່ສະຫະລັດອາເມຣິກາກ່ອນ ໃນໄລຍະຕົ້ນປີ 2023.

ກ່ອນໜ້ານີ້ Netflix ເຄີມມີຄວາມພະຍາຍາມທີ່ຈະແກ້ໄຂບັນຫາການແຊຣ໌ລະຫັດຜ່ານຢູ່ຫຼາຍຄັ້ງ  ແຕ່ກໍບໍ່ປະສົບຜົນສຳເລັດ. ຕົວຢ່າງ ໃນປີ 2021 Netflix ເຄີຍທົດສອບການຂຶ້ນຂໍ້ຄວາມເຕືອນ ເພື່ອກວດພົບວ່າມີການແຊຣ໌ລະຫັດຜ່ານ ແຕ່ກໍໄດ້ຮັບຄຳຕໍາໜິມາຈາກສະມາຊິກເປັນຈຳນວນຫຼາຍ ຈົນສຸດທ້າຍ Netflix ກໍຕ້ອງຍອມຍົກເລີກການຂຶ້ນຂໍ້ຄວາມເຕືອນໄປໃນທີ່ສຸດ.

ອະວະສານສາຍຫານ

ທັງນີ້ໃນອາເມຣິກາລາຕິນ ແມ່ນມີອັດຕາການແຊຣ໌ລະຫັດລະຫວ່າງສະມາຊິກທີ່ສູງຫຼາຍ Netflix ກໍເລີຍເຮັດການທົດສອບ ໂດຍການໃຫ້ສະມາຊິກຫຼັກຕ້ອງຈ່າຍເງິນສະມາຊິກລາຍເດືອນເພີ່ມຂຶ້ນ 3 ໂດລາຕໍ່ເດືອນ ໃນກໍລະນີທີ່ຕ້ອງການແຊຣ໌ລະຫັດຜ່ານກັບຄົນອື່ນໆ ທີ່ບໍ່ແມ່ນສະມາຊິກໃນຄອບຄົວ (ແຕ່ອາໄສຢູ່ເຮືອນ ຫຼື ຫ້ອງດຽວກັນ) ແລະຫາກວ່າສະມາຊິກບໍ່ຍອມຈ່າຍກໍຈະມີການຂຶ້ນຂໍ້ຄວາມເພື່ອເຕືອນຢູ່ເລື້ອຍໆ.

ຢ່າງໃດກໍຕາມ ໃນຂະນະນີ້ ຍັງບໍ່ມີລາຍລະອຽດເພີ່ມຕື່ມວ່າ Netflix ຈະໃຊ້ວິທີການແນວໃດໃນການປ້ອງກັນເພື່ອບໍ່ໃຫ້ສະມາຊິກແຊຣ໌ລະຫັດຜ່ານກັບຄົນອື່ນໆ ທີ່ບໍ່ແມ່ນຄົນໃນຄອບຄົວ.

ແຕ່ກໍມີການຄາດການວ່າ ເມື່ອ Netflix ເປີດໃຊ້ງານລະບົບປ້ອງກັນການຫານແບບເຕັມຮູບແບບ ອາດຈະໃຊ້ວິທີດຽວກັນກັບທີ່ເຄີຍທົດລອງກັບສະມາຊິກໃນອາເມຣິກາລາຕິນ ນັ້ນກໍຄື ການເກັບເງິນສະມາຊິກເພີ່ມ ຫາກຕ້ອງການແຊຣ໌ລະຫັດກັບຄົນອື່ນ.

ອະວະສານສາຍຫານ

ທັງນີ້ ສາເຫດສຳຄັນທີ່ເຮັດໃຫ້ Netflix ບໍ່ຢາກໃຫ້ສະມາຊິກແຊຣ໌ລະຫັດຜ່ານນັ້ນກໍເປັນເພາະ Netflix ກໍາລັງສູນເສຍໂອກາດ ໃນການເຂົ້າເຖິງສະມາຊິກເພີ່ມຕື່ມຈຳນວນຫຼາຍ ແລະກ່ອນໜ້ານີ້ ມີການວິເຄາະກັນວ່າ ໃນຂະນະນີ້ ມີສະມາຊິກ Netflix ປະມານ 100 ລ້ານຄົນທົ່ວໂລກທີ່ໃຊ້ງານ Netflix ໂດຍການແຊຣ໌ລະຫັດຜ່ານກັບຄົນອື່ນໆ ບໍ່ວ່າຈະເປັນຄົນໃນຄອບຄົວ ຫຼື ໝູ່ເພື່ອນຂອງຕົນເອງ.

ແລະຖ້າຫາກວ່າ Netflix ສາມາດແກ້ບັນຫາການແຊຣ໌ລະຫັດຜ່ານ ຂອງສະມາຊິກໃນສະຫະລັດອາເມຣິກາ ແລະ ແຄນາດາໄດ້ ຄາດວ່າຈະເຮັດໃຫ້ Netflix ມີລາຍໄດ້ເພີ່ມອີກກວ່າ 721 ລ້ານໂດລາພາຍໃນ 1 ປີ ພາຍໃຕ້ເງື່ອນໄຂທີ່ວ່າ ສະມາຊິກທີ່ແຊຣ໌ລະຫັດຜ່ານຈະຕ້ອງຍອມຈ່າຍເພີ່ມອີກ 3 ໂດລາຕໍ່ເດືອນ.

ຢ່າງໃດກໍຕາມ ການແກ້ໄຂບັນຫາສະມາຊິກແຊຣ໌ລະຫັດຜ່ານ ເບິ່ງຄືວ່າຈະບໍ່ແມ່ນເລື່ອງທີ່ Netflix ຈະແກ້ໄຂໄດ້ງ່າຍໆ ເນື່ອງຈາກຄວາມເຂົ້າໃຈຂອງສະມາຊິກ ທີ່ເຄີຍແຊຣ໌ລະຫັດຜ່ານມາເປັນເວລາດົນນານຈົນກາຍເປັນຄວາມລຶ້ງເຄີຍ ແມ່ນຍາກຕໍ່ການປັບປ່ຽນ ເຖິງແມ່ນວ່າ Netflix ຈະລະບຸເງື່ອນໄຂໄວ້ແຕ່ທຳອິດແລ້ວວ່າ “ບໍ່ໃຫ້ແຊຣ໌ລະຫັດຜ່ານ” ແຕ່ທີ່ຜ່ານມາ Netflix ກໍບໍ່ໄດ້ມີການຈັດການບັນຫາຢ່າງຈິງຈັງ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/