ປະທານປະເທດເນັ້ນ ພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນະພາບ ຮອງຮັບການຫັນເປັນດິຈິຕອນ

ປະທານປະເທດ

ໃນວັນທີ 23 ທັນວາ 2022, ໂອກາດເຂົ້າຮ່ວມ ກອງປະຊຸມລະດັບສູງ ກ່ຽວກັບການຫັນເປັນດິຈິຕອນ ແຫ່ງຊາດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ, ທ່ານໄດ້ເນັ້ນໃຫ້ພັດທະນາຊັບພະຍາກອນມະນຸດທີ່ມີຄຸນະພາບສູງ ເພື່ອຮອງຮັບການຫັນເປັນດິຈິຕອນຂອງປະເທດເຮົາ, ເອົາໃຈໃສ່ຍົກລະດັບ ແລະ ປັບປຸງເນື້ອໃນການສຶກສາ ແລະ ການເຝິກອົບຮົມເພື່ອໃຫ້ນັກຮຽນ, ນັກສຶກສາເຂົ້າເຖິງແຫຼ່ງຄວາມຮູ້ທາງດ້ານດິຈິຕອນ, ມີຫົວຄິດປະດິດສ້າງ ແລະ ມີການພັດທະນາໃຫ້ທັນກັບຄວາມກ້າວໜ້າ ຂອງເທັກໂນໂລຢີທີ່ປ່ຽນແປງຢູ່ສະເໝີ; ສົ່ງເສີມການຮຽນຮູ້ທັກສະທາງດ້ານເທັກໂນໂລຢີດິຈິຕອນຂັ້ນພື້ນຖານ ແລະ ພາສາຕ່າງປະເທດເຂົ້າໃນຫຼັກສູດການສຶກສາລະດັບສາມັນທົ່ວໄປ; ປັບປຸງວິທີການຮຽນການສອນໃຫ້ທັນສະໄໝ ບົນພື້ນຖານການນຳໃຊ້ເທັກໂນໂລຢີດິຈິຕອນ; ຖືເອົາຄວາມຕ້ອງການທາງດ້ານຕະຫຼາດແຮງງານ ແລະ ການປະເມີນຂອງວິສາຫະກິດ ເປັນຕົວຊີ້ວັດໃນການປັບປຸງຄຸນະພາບຂອງການຮຽນການສອນຢູ່ໃນມະຫາວິທະຍາໄລ; ສົ່ງເສີມໃຫ້ນັກຮຽນນັກສຶກສາສ້າງທັກສະທາງດ້ານດິຈິຕອນ ແລະ ແຂ່ງຂັນຄວາມຮູ້ກ່ຽວກັບເທັກໂນໂລຢີດິຈິຕອນ.

ປະທານປະເທດ

ທ່ານ ທອງລຸນ ສີສຸລິດ ຍັງໄດ້ເນັ້ນອີກວ່າ: ການຫັນເປັນດິຈິຕອນ ເປັນກະແສຟອງໃນທົ່ວໂລກໃນຍຸກແຫ່ງການປະຕິວັດອຸດສາຫະກຳຄັ້ງທີ 4 ຫລື ເອີ້ນຫຍໍ້ວ່າຍຸກອຸດສາຫະກຳ 4.0, ສປປ ລາວ ຂອງພວກເຮົາມີຄວາມຈຳເປັນຕ້ອງຫັນເປັນດິຈິຕອນ ເພື່ອພັດທະນາປະເທດໃຫ້ທັນກັບກະແສຟອງຂອງຍຸກສະໄໝປັດຈຸບັນ. ຖ້າພວກເຮົາບໍ່ຫັນປ່ຽນ, ຖ້າພວກເຮົາຊັກຊ້າຈະເຮັດໃຫ້ການພັດທະນາປະເທດເຮົາຫຼ້າຊ້າ ແລະ ຖົດຖອຍລົງ, ຈະເຮັດໃຫ້ເສຍກາລະໂອກາດ ແລະ ກາຍເປັນປະເທດທີ່ຫຼ້າຫຼັງ. ສະນັ້ນ ພວກເຮົາຈະຕ້ອງພ້ອມກັນຕັດສິນໃຈ ດຳເນີນພາລະກິດປະຫວັດສາດທີ່ສຳຄັນດັ່ງກ່າວ ເພື່ອພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງຕາມແນວທາງຂອງພັກເຮົາວາງໄວ້. ຢາກເຮັດໄດ້ຄືແນວນັ້ນ, ກ່ອນອື່ນໝົດຄະນະພັກ ແລະ ອົງການປົກຄອງທຸກຂັ້ນຕ້ອງນຳພາ-ຊີ້ນຳການຫັນເປັນດິຈິຕອນໃນຂົງເຂດຂອງຕົນ ໃຫ້ປະສົບຜົນສຳເລັດເປັນຢ່າງດີ; ສະພາແຫ່ງຊາດ ເປັນເຈົ້າການສ້າງ ແລະ ປັບປຸງບັນດານິຕິກຳຕິດພັນກັບການພັດທະນາເສດຖະກິດດິຈິຕອນ ພ້ອມທັງຕິດຕາມ, ກວດກາ ການຈັດຕັ້ງປະຕິບັດໃຫ້ຖືກຕ້ອງຕາມລັດຖະທຳມະນູນ ແລະ ກົດໝາຍຂອງ ສປປ ລາວ, ລັດຖະບານເປັນເຈົ້າການໃນການຄົ້ນຄວ້າ ຜັນຂະຫຍາຍແຜນຍຸດທະສາດການພັດທະນາເສດຖະກິດດິຈິຕອນໃຫ້ເປັນນິຕິກຳ, ເປັນແຜນພັດທະນາ, ໂຄງການ ແລະ ຈັດຕັ້ງປະຕິບັດຕາມຄວາມເໝາະສົມ ແນໃສ່ຊຸກຍູ້ສົ່ງເສີມການຂະຫຍາຍຕົວເສດຖະກິດດິຈິຕອນຂອງປະເທດເຮົາໃຫ້ມີຄວາມວ່ອງໄວທັນກັບສະພາບການໃໝ່.

ປະທານປະເທດ

ເທັກໂນໂລຢີດິຈິຕອນ ເປັນກຳລັງຂັບເຄື່ອນຕົ້ນຕໍຂອງການຫັນເປັນດິຈິຕອນຢູ່ປະເທດເຮົາ, ສະນັ້ນຕ້ອງຂະຫຍາຍການນຳໃຊ້ເທັກໂນໂລຢີດິຈິຕອນໃຫ້ກວ້າງຂວາງ ແລະ ມີປະສິດທິພາບສູງ ຈຶ່ງຈະນຳໄປສູ່ການປ່ຽນແປງໄວ ແລະ ກ້າວສູ່ການພັດທະນາແບບກ້າວກະໂດດຂອງເສດຖະກິດ-ສັງຄົມ ແລະ ການປົກຄອງບໍລິຫານລັດ ເປັນຕົ້ນ ຕ້ອງນຳໃຊ້ ເທັກໂນໂລຢີປັນຍາປະດິດ, ລະບົບສື່ສານຄວາມໄວສູງ, ອິນເຕີເນັດແຫ່ງສັບພະສິ່ງ, ລະບົບຂໍ້ມູນມະຫາສານ, ລະບົບຄລາວ, ເທັກໂນໂລຢີກຸ່ມຂໍ້ມູນຜູກພັນ, ກະເປົາເງິນອີເລັກໂທຣນິກ ແລະ ເທັກໂນໂລຢີການຊຳລະສະສາງແບບອີເລັກໂທຣນິກ ທີ່ຈະເພີ່ມກຳລັງແຮງໃຫ້ປະຊາຊົນ ແລະ ຜູ້ປະກອບການ ໃນການສ້າງກາລະໂອກາດໃໝ່, ການບໍລິການໃໝ່, ທັງໝົດນີ້ ຈະນຳໄປສູ່ການຫັນປະເທດເຮົາໃຫ້ເປັນອຸດສາຫະກຳ ແລະ ທັນສະໄໝຢ່າງໜັກແໜ້ນຕາມແນວທາງທີ່ພັກວາງໄວ້.

ປະທານປະເທດ

 

ຂອບໃຈຂໍ້ມູນຈາກ:

https://bit.ly/3WodSFo

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/