ສະຫະພາບຢູໂຣບປະກາດຂວ້ຳບາດອີຣ່ານ ຫຼັງໃຊ້ຄວາມຮຸນແຮງເຂົ້າສະຫຼາຍຜູ້ປະທ້ວງ ແລະ ຂາຍໂດຣນໃຫ້ຣັດເຊຍເຮັດສົງຄາມໃນຢູເຄຣນ

ສະຫະພາບຢູໂຣບປະກາດຂວ້ຳບາດອີຣ່ານ

ສຳນັກຂ່າວຕ່າງປະເທດລາຍງານວ່າ ເມື່ອວັນທີ 12 ທັນວາ ທີ່ຜ່ານມາ ບັນດາລັດຖະມົນຕີຕ່າງປະເທດປະຈຳສະຫະພາບຢູໂຣບ (EU) ແມ່ນເຫັນດີປະກາດຂວ້ຳບາດຜູ້ນຳລະດັບສູງຂອງອີຣ່ານ ເນື່ອງຈາກມີສ່ວນກ່ຽວຂ້ອງກັບການໃຊ້ຄວາມຮຸນແຮງປາບປາມກຸ່ມຜູ້ປະທ້ວງ ພ້ອມນັ້ນຍັງໄດ້ປະນາມອີຣ່ານທີ່ຂາຍໂດຣນສັງຫານໃຫ້ແກ່ກອງທັບຣັດເຊຍເພື່ອນຳໄປເຮັດສົງຄາມໃນຢູເຄຣນ.

ສະຫະພາບຢູໂຣບປະກາດຂວ້ຳບາດອີຣ່ານ

ໂດຍທາງ EU ໄດ້ປະກາດລາຍຊື່ຂອງຜູ້ນຳທາງສາສະໜາ, ເຈົ້າໜ້າທີ່ລັດ ແລະສື່ມວນຊົນພາຍໃຕ້ການກຳກັບຂອງລັດຖະບານອີຣ່ານກວ່າ 20 ລາຍຊື່ ເຊິ່ງບາງລາຍຊື່ໃນນັ້ນແມ່ນມີຄວາມກ່ຽວຂ້ອງກັບການລະເມີດສິດທິມະນຸດຂອງປະຊາຊົນໃນອີຣ່ານ ບາງລາຍຊື່ກໍກ່ຽວຂ້ອງກັບການຂາຍໂດຣນໃຫ້ແກ່ຣັດເຊຍ. ພ້ອມນັ້ນຍັງມີການອາຍັດຊັບສິນສ່ວນບຸກຄົນເຫຼົ່ານີ້ ແລະ ແບນການເດີນທາງເຂົ້າປະເທດຂອງສະມາຊິກ EU ອີກດ້ວຍ.

ສະຫະພາບຢູໂຣບປະກາດຂວ້ຳບາດອີຣ່ານ

ກ່ອນໜ້ານີ້ທາງການສະຫະລັດອາເມຣິກາແລະແຄນາດາກໍໄດ້ປະກາດຂວ້ຳບາດເຈົ້າໜ້າທີ່ທາງການອີຣ່ານເພີ່ມ ຫຼັງຈາກລະເມີດສິດທິມະນຸດຂອງປະຊາຊົນ ໂດຍການຈັບກຸມຜູ້ເຫັນຕ່າງ ແລະ ໃຊ້ກຳລັງຄວາມຮຸນແຮງປາບປາມຜູ້ຊຸມນຸມປະທ້ວງ ເມື່ອໄລຍະທ້າຍອາທິດທີ່ຜ່ານມານີ້.

ສະຫະພາບຢູໂຣບປະກາດຂວ້ຳບາດອີຣ່ານ

ທັງນີ້ສາເຫດສຳຄັນທີ່ກໍ່ໃຫ້ເກີດກະແສລຸກຮື ແລະ ປະທ້ວງຮຽກຮ້ອງສິດທິແມ່ຍິງໃນອີຣ່ານ ກໍເກີດມາຈາກການເສຍຊີວິດຂອງ ມາຊາ ອາມານີ ຍິງສາວອາຍຸ 22 ປີ ທີ່ຖືກຕຳຫຼວດອີຣ່ານຈັບກຸມຕົວເນື່ອງຈາກການແຕ່ງກາຍບໍ່ເໝາະສົມ ເພາະ ມາຊາ ບໍ່ໄດ້ສວມຜ້າຄຸມຮິຢາບແລະເຄື່ອງແຕ່ງກາຍທີ່ປົກຄຸມແຂນແລະຂາຂະນະຢູ່ໃນພື້ນທີ່ສາທາລະນະ ແລະ ທ້າຍທີ່ສຸດ ມາຊາ ກໍເສຍຊີວິດພາຍໃນເຮືອນຈຳຫຼັງຈາກການຈັບກຸມດັ່ງກ່າວ.

ສະຫະພາບຢູໂຣບປະກາດຂວ້ຳບາດອີຣ່ານ

ນອກຈາກນີ້ ໂມເຊນ ເຊກາຣີ ແລະ ມາຈິເດຣຊາ 2 ຊາຍໜຸ່ມອາຍຸ 23 ປີ ເຊິ່ງເປັນຜູ້ຮ່ວມຊຸມນຸມປະທ້ວງກໍຖືກຈັບກຸມຕົວໂດຍເຈົ້າໜ້າທີ່ຂອງລັດ ແລະ ໄດ້ຮັບບົດລົງໂທດປະຫານຊີວິດດ້ວຍການແຂວນຄໍ ເນື່ອງຈາກທາງການໃຫ້ເຫດຜົນວ່າທັງ 2 ຄົນນັ້ນເປັນກຸ່ມຜູ້ປະທ້ວງຫົວຮຸນແຮງ ແລະ ທໍາຮ້າຍຮ່າງກາຍເຈົ້າໜ້າທີ່ລັດ.

ຕາມການລາຍງານເບື້ອງຕົ້ນຂອງສຳນັກຂ່າວທີ່ຕິດຕາມຄວາມເຄື່ອນໄຫວຂອງນັກສິດທິມະນຸດຢ່າງ HIRANA ເຜີຍວ່າ ມີຊາວອີຣ່ານຢ່າງໜ້ອຍ 488 ຄົນຖືກສັງຫານດ້ວຍສີມືຂອງເຈົ້າໜ້າທີ່ຄວາມໝັ້ນຄົງຂອງລັດ ແລະອີກກວ່າ 18.200 ຄົນຖືກຈັບກຸມຕົວ ທ່າມກາງຄວາມພະຍາຍາມຂອງລັດຖະບານອີຣ່ານທີ່ຕ້ອງການຈະສະຫຼາຍການຊຸມນຸມປະທ້ວງດ້ວຍການໃຊ້ຄວາມຮຸນແຮງຢ່າງຕໍ່ເນື່ອງ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/