ນ້ອງສະກາຍ ຕົວແທນເຍົາວະຊົນ ສປປ ລາວ ໄປແຂ່ງ Jet Ski ທີ່ປະເທດໄທ

ນ້ອງສະກາຍ

ທ້າວ ວົງສະກອນ ສະຫວັນ (ນ້ອງສະກາຍ) ອາຍຸ 11 ປີ ເຍົາວະຊົນຄົນສະຫວັນນະເຂດ ທີ່ມີການຫຼິ້ນເຈັສກີທີ່ບໍ່ທຳມະດາ ມີປະສົບການ ແລະ ໄດ້ຮາງວັນມາກໍຫຼາຍ ອາຍຸນ້ອຍແຕ່ໃຈເກີນຮ້ອຍ ແລະ ກໍກໍາລັງຈະໄດ້ໄປແຂ່ງຂັນທີ່ປະເທດໄທ ເປັນຕົວແທນເຍົາວະຊົນຂອງ ສປປ ລາວ.

ນ້ອງສະກາຍ

ຜ່ານມາ ນ້ອງສະກາຍໄດ້ມີຜົນງານເຊັ່ນ: ເເຊ້ມອັນດັບ 1 ທ່າຊະໂນ 2021 ຮຸ່ນ 700CC ມືໂປຣ, ຮອງຊະນະເລີດອັນດັບ 1 ທີ່ເຮືອນແພເມືອງຟ້າ 2021 ຮຸ່ນ 700CC ມືໂປຣ, ແຊ້ມເຍົາວະຊົນ ຫຼວງພະບາງ 2021 ຮຸ່ນ 1.100CC ມືໃໝ່, ຮອງອັນດັບ 4 ຫຼວງພະບາງ 2021 ຮຸ່ນ 700CC ມືໂປຣ, ຮອງອັນດັບ 4 ຫຼວງພະບາງ 2022 ຮຸ່ນ1800CC ມືໃໝ່, ແຊ້ມຊະນະເລີດອັນດັບ1 ສະຫວັນນະເຂດ 2022 ຮຸ່ນ 700CC ມືໂປຣ, ລົງເເຂ່ງທີ່ສະໜາມ 8 ຣິ້ວ ຕົວເເທນເຍົາວະຊົນລາວ.

ນ້ອງສະກາຍ

ໃນທີມ ອ້າຍອັດຕະພົນ ຄຸນວາ Team 777 Performance Jumbo Tuner ຢູ່ຊະເຊີງເຊົາ 10-14 /11/2022 ຮອບຄັດເລືອກຈົບອັບດັບ 2 ເເລະ Motor 1 ເສຍດາຍ ນ້ອງສະກາຍເກີດອຸບັດເຫດ ໃນການເເຂ່ງຂັນ ໄດ້ຮັບບາດເຈັບ ເລີຍບໍ່ໄດ້ໄປຕໍ່.

ນ້ອງສະກາຍ

ໃນວັນທີ 9 ທັນວາ 2022 ນ້ອງສະກາຍໄດ້ໄປເກັບຕົວທີ່ສະໜາມອ້າຍອັດຕະພົນ ຄຸນວາ Team 777 Performance Jumbo Tuner ເເລະ ນ້ອງ ສະກາຍ ຈາກ ເຮືອນແພເມືອງຟ້າ ຕົວເເທນເຍົາວະຊົນ ສປປ ລາວ ກຽມຕົວໄປແຂ່ງເຈັສກີ Water Jet World Cup 2022 ທີ່ ພັດທະຍາ ປະເທດໄທ ວັນທີ 14-18/12/2022 ຮຸ່ນເຍົາວະຊົນ ບໍ່ເກີນ 13 ປີ ໃນນາມ ທີມ 777 Performance Jumbo Tuner “WGP

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/