ສະກັອດແລນຜ່ານກົດໝາຍ “ປະຕິຮູບການຈຳແນກເພດ” ເຊິ່ງຈະເຮັດໃຫ້ປະຊາຊົນສາມາດປ່ຽນແປງເພດຕົນເອງໄດ້ງ່າຍ ແລະ ໄວຂຶ້ນ

ສະກັອດແລນ

ເອີ້ນໄດ້ວ່ານີ້ຄືຂ່າວດີຂອງຊາວ LGBTQ+ ໃນປະເທດສະກັອດແລນ ເພາະຫຼ້າສຸດເມື່ອວັນທີ 22 ທັນວາ 2022 ລັດຖະສະພາສະກັອດແລນຜ່ານກົດໝາຍ “ປະຕິຮູບການຈຳແນກເພດ” (Gender Recognition Reform) ເຊິ່ງຈະເຮັດໃຫ້ຜູ້ຄົນສາມາດປ່ຽນແປງເພດຕົນເອງໄດ້ງ່າຍ ແລະ ວ່ອງໄວຂຶ້ນ ດ້ວຍການລົງຄະແນນສຽງເຫັນດີໃນສະພາທັງໝົດ 86 ສຽງ ແລະ ຄັດຄ້ານທັງໝົດ 39 ສຽງ.

ສະກັອດແລນ

ຕາມກົດໝາຍໃໝ່ນີ້ຜູ້ທີ່ມີອາຍຸ 16 ປີຂຶ້ນໄປຈະສາມາດຂໍໃບຮັບຮອງທາງເພດ (Gender Recognition Certificate) ໄດ້ໂດຍບໍ່ຕ້ອງມີໃບຮັບຮອງການບົ່ງມະຕິວ່າມີອາການ Gender Dysphoria ຫຼື ພາວະຄວາມບໍ່ພໍໃຈໃນເພດສະພາບຂອງຕົນອີກຕໍ່ໄປ ໂດຍເງື່ອນໄຂທີ່ຈະໄດ້ຮັບໃບຮັບຮອງນີ້ ກໍເມື່ອວ່າພວກເຂົາໃຊ້ຊີວິດພາຍໃຕ້ເພດທີ່ປະກາດເປັນເວລາ 3 ເດືອນ ຫຼື 6 ເດືອນ ໃນກໍລະນີທີ່ເປັນຜູ້ມີອາຍຸ 16-17 ປີ. ໂດຍກ່ອນໜ້ານີ້ ຜູ້ທີ່ຈະຂໍໃບຮັບຮອງປ່ຽນເພດຈະຕ້ອງໃຊ້ຊີວິດພາຍໃຕ້ເພດທີ່ປະກາດເປັນເວລາຢ່າງໜ້ອຍ 2 ປີ ແລະ ໃນກົດໝາຍໃໝ່ນີ້ຍັງໃຫ້ ‘ເວລາຄິດທົບທວນ’ ແກ່ຜູ້ຍື່ນຄຳຮ້ອງເປັນເວລາ 3 ເດືອນ ເພື່ອໃຫ້ພວກເຂົາພິຈາລະນາການຕັດສິນໃຈໃໝ່ອີກຄັ້ງດ້ວຍ.

ສະກັອດແລນ

ທັງນີ້ສະກັອດແລນນັ້ນຖືໄດ້ວ່າເປັນສະມາຊິກຂອງສະຫະຣາຊະອານາຈັກຊາດທຳອິດທີ່ອະນຸມັດກົດໝາຍໃນລັກສະນະນີ້ ໂດຍກ່ອນໜ້າມີປະເທດທີ່ປະກາດໃຊ້ແລ້ວຢ່າງ ເດັນໝາກ, ອາເຈນຕິນາ ແລະ ໄອແລນ ຂະນະທີ່ສະເປນກໍຜ່ານກົດໝາຍທີ່ຄ້າຍຄືກັນໃນມື້ດຽວກັນອີກພ້ອມ.

ຢ່າງໃດກໍຕາມລັດຖະບານສະກັອດແລນຍັງບໍ່ໄດ້ກຳນົດວ່າຈະເລີ່ມໃຊ້ກົດໝາຍນີ້ໃນໄລຍະໃດໃນປີ 2023. ແຕ່ເຖິງຢ່າງນັ້ນກົດໝາຍນີ້ອາດຖືກຂັດຂວາງໂດຍລັດຖະບານກາງຂອງສະຫະລາຊະອານາຈັກ ເນື່ອງຈາກວ່າພັກອະນຸລັກນິຍົມອັງກິດໄດ້ອອກມາສະແດງທ່າທີບໍ່ເຫັນດີນຳໃນບາງບົດບັນຍັດຂອງກົດໝາຍ ແລະ ຈະດຳເນີນການກວດສອບຢ່າງໃກ້ຊິດ.

ສະກັອດແລນ

ພັກອະນຸລັກນິຍົມອັງກິດກັງວົນວ່າ ກົດໝາຍໃໝ່ຂອງສະກັອດແລນຈະເປັນອັນຕະລາຍຕໍ່ຄວາມປອດໄພຂອງແມ່ຍິງກັບເດັກນ້ອຍ ແລະ ອາດອອກຄຳສັ່ງລະງັບບໍ່ໃຫ້ກົດໝາຍນີ້ເຂົ້າສູ່ຂັ້ນຕອນການລົງນາມ ຫາກມີຄວາມຈຳເປັນ.

ຂະນະທີ່ສະມາຊິກກຸ່ມສະຕີ ແລະ ສະມາຊິກຝ່າຍອະນຸລັກນິຍົມໃນສະກັອດແລນບາງຄົນກໍອອກມາຄັດຄ້ານກົດໝາຍນີ້ ດ້ວຍເຫດຜົນທີ່ວ່າມັນອາດເຮັດໃຫ້ຜູ້ຊາຍມີຄວາມຕ້ອງການທາງເພດສູງ ສາມາດໃຊ້ປະໂຫຍດຈາກຂໍ້ກົດໝາຍນີ້ ເພື່ອເຂົ້າໄປພື້ນທີ່ສະເພາະຂອງແມ່ຍິງໄດ້.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/