“ຍິ່ງໃຈດີ ຍິ່ງຖືກທຳຮ້າຍ” ເມື່ອຄວາມໃຈດີເກີນໄປ ມັນກາຍເປັນດາບສອງຄົມກັບມາທໍາຮ້າຍຕົວເຮົາເອງ


ຕັ້ງແຕ່ນ້ອຍຈົນໃຫຍ່ ເຊື່ອວ່າຫຼາຍໆ ຄົນມັກຈະໄດ້ຍິນ ຫຼື ຖືກສອນຈາກໃນຄົນຄອບຄົວວ່າ ໃຫ້ໝັ່ນ “ເຮັດດີກັບຄົນອື່ນ” ຢູ່ສະເໝີ ເພາະມັນສະແດງເຖິງຄວາມມີນ້ຳໃຈ ແລະ ຄຳສອນດັ່ງກ່າວມັກຈະມາໃຫ້ຮູບແບບທີ່ວ່າ

ຕ້ອງຮູ້ຈັກແບ່ງປັນ

ຕ້ອງຮູ້ຈັກເຫັນໃຈຄົນອື່ນ

ຕ້ອງບໍ່ສ້າງຄວາມເດືອດຮ້ອນໃຫ້ໃຜ

ຕ້ອງຊ່ວຍຄົນອື່ນໄດ້ເທົ່າທີ່ຄວາມສາມາດຂອງຕົນເອງມີ

“ການເປັນຄົນຈິດໃຈດີ” ແນ່ນອນວ່າມັນເປັນສິ່ງທີ່ໜ້າຊົມເຊີຍ ແລະ ສັງຄົມກໍໜ້າຢູ່ຂຶ້ນຖ້າມີຄົນແບບນີ້ຫຼາຍໆ ແຕ່ຖ້າເບິ່ງອີກມຸມໜຶ່ງການເປັນຄົນໃຈດີນັ້ນກໍປຽບເໝືອນດາບສອງຄົມ ແລະ ມັນອາດບໍ່ແມ່ນເລື່ອງດີສະເໝີໄປ ເພາະວ່າຍິ່ງເຮົາເປັນຄົນໃຈດີຫຼາຍເທົ່າໃດ ໃນບາງຄັ້ງອາດຖືກທຳຮ້າຍຈິດໃຈໄດ້ງ່າຍ ແລະ ສຸດທ້າຍມັນກໍຈະເຮັດໃຫ້ເຮົາລຳບາກໃຈ ແລະ ກາຍເປັນທຸກຫຼາຍກວ່າທີ່ຄວນຈະເປັນ.

  • ຖືກເອົາປຽບ

ຄົນໃຈດີສ່ວນຫຼາຍມັກຈະເປັນຄົນທີ່ມັກໃຈອ່ອນ ແລະ ມັກຊ່ວຍເຫຼືອຄົນອື່ນຢູ່ສະເໝີ ເຊິ່ງຖືເປັນພະລັງບວກທີ່ເຮັດໃຫ້ຄົນອ້ອມຂ້າງມີຄວາມສຸກ ແຕ່ໃນຂະນະດຽວກັນ ນິໄສແບບນີ້ກໍອາດຈະເປັນຈຸດອ່ອນທີ່ເຮັດໃຫ້ຄົນນິໄສບໍ່ດີເອົາປຽບແລະຊອກຫາຜົນປະໂຫຍດຈາກຄວາມໃຈດີຂອງເຮົາ ແລະ ຫຼາຍຄັ້ງທີ່ຄວາມໃຈດີເຮັດໃຫ້ເຮົາຖືກເບິ່ງຂ້າມຢູ່ເລື້ອຍໆ ບໍ່ຄ່ອຍມີຄົນເກງໃຈ ແຕ່ເມື່ອຮອດທີເຮົາຫັນໄປຂໍຄວາມຊ່ວຍເຫຼືອຈາກຄົນອື່ນກໍບໍ່ມີໃຜສົນໃຈ.

  • ຖືກຄາດຫວັງ

ການທີ່ເຮົາເປັນຄົນໃຈດີນັ້ນກໍມັກຈະຖືກຄົນຮອບຂ້າງແລະສັງຄົມຄາດຫວັງວ່າເຮົາຈະຕ້ອງໃຈດີແບບນີ້ຕະຫຼອດໄປ ເມື່ອໃດກໍຕາມທີ່ເຮົາປະຕິເສດຄວາມຊ່ວຍເຫຼືອຫຼືເຮັດຕາມຄວາມຕ້ອງການຂອງຄົນອື່ນບໍ່ໄດ້ ກໍຈະກາຍເປັນຄົນບໍ່ມີນ້ຳໃຈໄປເລີຍໃນທັນທີ. ສຳລັບໃຜທີ່ເຄີຍພົບກັບເຫດການແບບນີ້ກໍໜ້າຈະເຂົ້າໃຈດີວ່າມັນເປັນສິ່ງທີ່ເຈັບປວດຫຼາຍ ເຊິ່ງເຮົາເອງກໍບໍ່ສາມາດບັງຄັບຄວາມຄິດຄົນອື່ນໄດ້ແລະເຮັດໃຫ້ເຮົາລຳບາກໃຈຢູຝ່າຍດຽວ.

  • ມັກໂທດຕົນເອງ

ຄົນໃຈດີກໍມັກຈະໃຫ້ອະໄພຄົນອື່ນຕະຫຼອດ ແຕ່ເວລາມີເລື່ອງຜິດພາດບາງຢ່າງເກີດຂຶ້ນ ຫຼາຍຄົນກໍເລືອກທີ່ຈະໂທດຕົນເອງໄວ້ກ່ອນສະເໝີ ທັ້ງທີ່ບັນຫານັ້ນອາດຈະບໍ່ໄດ້ເກີດຈາກການກະທຳຂອງຕົນເອງເລີຍ ຈົນບາງຄັ້ງກໍອາດກາຍເປັນວ່າຕ້ອງແບກຮັບຄວາມຮູ້ສຶກທີ່ບໍ່ດີໄວ້ກັບຕົນເອງຫຼາຍເກີນໄປໂດຍທີ່ເຮົາບໍ່ຮູ້ຕົວ.

  • ລືມໃຈດີກັບຕົນເອງ

ບາງຄັ້ງເຮົາອາດຈະໃຈດີກັບຄົນອື່ນຫຼາຍເກີນໄປຈົນລືມນຶກເຖິງຄົນສຳຄັນໃນຊີວິດໄປນັ້ນກໍຄືຕົວເຮົາເອງ ໃນເມື່ອເຮົາເຮັດເພື່ອຄົນອື່ນມາຫຼາຍແລ້ວ ກໍຢ່າລືມໃສ່ໃຈຄວາມຮູ້ສຶກຂອງຕົນເອງນຳ ໃນໂລກນີ້ໜ້າຈະບໍ່ມີໃຜທີ່ຈະໃຈດີກັບເຮົາ ເທົ່າເຮົາໃຈດີກັບຕົນເອງອີກແລ້ວ. ສະນັ້ນຄວນຝຶກໃສ່ໃຈ, ໃຈດີ ແລະ ຮັກຕົນເອງໃຫ້ຫຼາຍໆ ເຮັດຕາມໃຈຕົນເອງບາງຄັ້ງ ມັນກໍບໍ່ໄດ້ເປັນເລື່ອງເສຍຫາຍ.

ຢ່າງໃດກໍຕາມ ທາງເຮົາບໍ່ໄດ້ບອກໃຫ້ເຈົ້າຢຸດເປັນຄົນໃຈດີ ພຽງແຕ່ຢາກໃຫ້ຮູ້ວ່າຄວາມໃຈດີເກີນໄປມັນອາດກາຍເປັນການສົ່ງຜົນໃນດ້ານລົບ ແລະ ຄວາມຮູ້ສຶກບໍ່ດີໃຫ້ກັບຕົວເຈົ້າເອງ! ຮັກຄົນອື່ນໄດ້ ແຕ່ຢ່າລືມຮັກຕົນເອງໃຫ້ຫຼາຍໆ, ດູແລເບິ່ງແຍງຄົນອື່ນ ແຕ່ກໍຢ່າລືມດູແລຕົນເອງນຳ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/