ແບບນີ້ກໍໄດ້ຫວາ! ມີຄົນຮຽກຮ້ອງໃຫ້ເອົາຫົວໃຈຂອງ Maradona ຕິດຕົວໄປລຸຍບານໂລກ 2022 ທີ່ກາຕ້ານຳ ອ້າງເປັນເຄື່ອງນຳໂຊກໃນການຄວ້າແຊັ້ມ


ກອງທັບນັກເຕະຊຸດຟ້າຂາວ ອາເຈນຕິນາ ສາມາດຜ່ານເຂົ້າໄປຮອບ 32 ທີມສຸດທ້າຍ ສຳລັບການແຂ່ງຂັນບານໂລກ 2022 ທີ່ປະເທດກາຕ້າໄດ້ສຳເລັດ. ​ແຕ່​ສິ່ງ​ທີ່​ໜ້າ​ເສຍ​ດາຍ​ທີ່ສຸດຢ່າງ​ໜຶ່ງຂອງຊາວອາເຈນຕິນາ ​ກໍ​ຄື​ບານ​​ໂລກ​ຄັ້ງ​ນີ້​ຈະ​ບໍ່​ມີ Diego Maradona ສຸດຍອດຕຳນານໃນວົງການບານເຕະ ເດີນ​ທາງ​ໄປຮ່ວມເຊຍຮ່ວມໃຫ້ກຳລັງໃຈນັກເຕະຊຸດນີ້​ ຫຼັງ​ຈາກ​ລາວໄດ້ເສຍຊີວິດໃນ​ເດືອນ​ພະ​ຈິກ 2020​ ທີ່ຜ່ານມາ.

ສຸດຍອດນັກເຕະຕະຫຼອດການຂອງວົງການບານເຕະ ສາຍາ “Hand of God” (ມືຂອງພະເຈົ້າ), Diego Maradona ທີ່ພາອາເຈນຕິນາຄວ້າແຊັ້ມບານໂລກໃນປີ 1986 ເສຍຊີວິດລົງ ລວມອາຍຸໄດ້ 60 ປີ ດ້ວຍພາວະຫົວໃຈຢຸດເຕັ້ນກະທັນຫັນ. ໂດຍທາງຄອບຄົວຂອງລາວໄດ້ເຮັດພິທີກຳຝັງສົບຂອງລາວໄປເປັນທີ່ຮຽບຮ້ອຍແລ້ວ ແຕ່ຫົວໃຈຂອງລາວຖືກເກັບຮັກສາໄວ້ເປັນຢ່າງດີ ໃນຫ້ອງທົດລອງທີ່ສະຖານີຕຳຫຼວດແຫ່ງໜຶ່ງໃນປະເທດອາເຈນຕິນາ.

ແຕ່ຫຼ້າສຸດ ກ່ອນທີ່ຈະຮອດການແຂ່ງຂັນບານໂລກ ໃນປາຍປີນີ້ ໄດ້ມີຕົວແທນ Bombay ແລະ SBO, ສອງບໍລິສັດນາຍໜ້າໂຄສະນາ​ອອກ​ມາກ່າວ​ຜ່ານ​ສື່​ມວນ​ຊົນ ເພື່ອຮຽກຮ້ອງ​ໃຫ້​ລັດຖະບານ​ອາ​ເຈນ​ຕິ​ນາອະນຸຍາດໃຫ້ທີມຊາດອາເຈນຕິນາເອົາຫົວໃຈຂອງ Maradona ທີ່ຖືກເກັບໄວ້ໃນຫ້ອງທົດລອງຕິດຕົວໄປນຳໃນການແຂ່ງຂັນເຕະບານໂລກ 2022 ທີ່ປະເທດກາຕ້າໃນເດືອນພະຈິກນີ້. ໂດຍອ້າງວ່າມັນປຽບເໝືອນເຄື່ອງທີ່ຈະນຳໂຊກມາໃຫ້ Lionel Messi ແລະ ໝູ່ໆທີມຊາດອາເຈນຕິນາສາມາດຄວ້າແຊັ້ມໂລກໃນຄັ້ງນີ້ໄດ້.

Javier Mentasti ຜູ້ບໍລິຫານຂອງບໍລິສັດ Bombay ກ່າວເຖິງຄວາມຄິດແປກໆຄັ້ງນີ້ຕໍ່ສື່ມວນຊົນວ່າ: “ຂ້ອຍແນ່ໃຈວ່ານີ້ອາດຈະເປັນສິ່ງທີ່ Diego ຢາກໃຫ້ເຮົາເຮັດ, ຖ້າເຮົາຖາມລາວໄດ້ ລາວຕ້ອງຕອບວ່າເຮັດໂລດ! ມັນຈະຖືກນໍາຂຶ້ນລົດເມໄປໂຮງແຮມ ແລ້ວເອົາຂຶ້ນຍົນໄປພ້ອມກັບຂະບວນນັກເຕະທີມຊາດ ໄປລຸຍບານໂລກທີ່ກາຕ້າ. ເຈົ້າຄິດພາບອອກບໍ່ວ່າມັນຈະສຸດຍອດສ່ຳໃດ ຖ້າຫົວໃຈຂອງ Diego ທີ່ປຽບເໝືອນຕົວແທນຂອງລາວໄດ້ຢູ່ໃນຫ້ອງແຕ່ງຕົວຂອງນັກເຕະ ແລະ ຢູ່ໃນການໂອ້ລົມວາງແຜນກ່ອນການລົງແຂ່ງຂັນ” .

ຢ່າງໃດກໍຕາມ ສໍາລັບຄວາມຄິດທີ່ຈະເອົາຫົວໃຈຂອງ Diego Maradona ຕິດຕົວໄປເຕະບານໂລກໃນກາຕ້ານັ້ນ ຍັງບໍ່ມີການຕອບຮັບ ຫຼື ເຫັນດີອະນຸມັດຈາກສະມາຄົມບານເຕະອາເຈນຕິນາ ຫຼື ຄອບຄົວຂອງ Maradona ເທື່ອ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/