#FYP ທີ່ຫຼາຍຄົນນິຍົມໃຊ້ໃນ TikTok ຊ່ວຍໃຫ້ຍອດວິວສູງຂຶ້ນແທ້ຫຼືບໍ່?


TikTok ເປັນແອັບໜຶ່ງທີ່ຫຼາຍຄົນທົ່ວໂລກນິຍົມໃຊ້ ຖ້າໃຊ້ໃນທາງທີ່ຖືກມັນກໍສ້າງຜົນປະໂຫຍດໃຫ້ກັບຜູ້ຫຼິ້ນຢ່າງຫຼວງຫຼາຍ, ສາມາດເວົ້າໄດ້ເລີຍວ່າເປັນການຕະຫຼາດອີກບ່ອນໜຶ່ງກໍວ່າໄດ້. ເມື່ອເຂົ້າໄປເບິ່ງແລ້ວເຮົາຈະເພີດເພີນໄປກັບແອັບນີ້ ເພາະມີຫຼາກຫຼາຍຄລິບທີ່ດຶງດູດ ນັບຕັ້ງແຕ່ການຄ້າຂາຍ, ຄອນເທັ້ນມີປະໂຫຍດ, ຄອນເທັ້ນສ້າງສັນ, ຕະຫຼົກເຮຮາ, ສັດ, ການເຮັດສິ່ງແປກໃໝ່, ການທ່ອງທ່ຽວ, ອາຫານການກິນ ແລະ ວິດີໂອອື່ນໆອີກເປັນຈຳນວນຫຼວງຫຼາຍ. ບາງວິດີໂອຄົນເຂົ້າເບິ່ງຈະໄດ້ຍອດວິວທີ່ສູງຢ່າງໄວວາ ແລະ ສາມາດແຍກໝວດຂອງຄອນເທັ້ນຕ່າງໆ ເນື່ອງຈາກມີຫຼາຍປັດໄຈທີ່ກ່ຽວຂ້ອງພາໃຫ້ວິດີໂອມີຍອດວິວສູງແລະໄວ ເຊິ່ງວິທີຈະເຮັດໃຫ້ຍອດວິວສູງນັ້ນກໍມີຫຼາຍວິທີດ້ວຍກັນ ລວມໄປເຖິງການຕິດ #FYP ກໍເປັນວິທີທີ່ຫຼາຍໆຄົນໃຊ້ເຊັ່ນດຽວກັນ.

#FYP ຫຍໍ້ມາຈາກ “For You Page” ເປັນແຮສແທັກໜຶ່ງທີ່ເວລາເຂົ້າໄປຮັບຊົມວິດີໂອໃນ TikTok ຈະເຫັນໄດ້ຢ່າງຊັດເຈນວ່າ ວິດີໂອສ່ວນຫຼາຍເກືອບທຸກປະເພດ ຈະເຫັນແຮສແທັກນີ້ຢູ່ຕະຫຼອດ ແລະ ວິດີໂອດັ່ງກ່າວມີໂອກາດຍອດວິວສູງ. ເຖິງຢ່າງໃດກໍຕາມ ຍັງບໍ່ມີການຢືນຢັນຈາກ TikTok ວ່າເຮັດໃຫ້ຍອດວິວສູງແທ້ຫຼືບໍ່ ແຕ່ຄົນຈະນິຍົມໃຊ້ #FYP ເປັນສ່ວນຫຼາຍ ອາດຈະຊ່ວຍໃຫ້ວິດີໂອວິວສູງຂຶ້ນ ຕາມທີ່ຫຼາຍຄົນກົດເຂົ້າໄປເບິ່ງໃນແຮສແທັກນີ້. ສິ່ງທີ່ສຳຄັນທີ່ສຸດ ກໍຂຶ້ນກັບວິດີໂອຂອງເຮົາອີກນຳວ່າໜ້າດຶງດູດຫຼືໜ້າສົນໃຈລະດັບໃດ ແລະ ມີຫຼາຍອົງປະກອບຫຼາຍວິທີທີ່ຍອດວິວຈະສູງຂຶ້ນ ໂດຍສະເພາະການເຮັດໃຫ້ຜູ້ຕິດຕາມຫຼາຍ ເຊິ່ງກໍມີຫຼາຍໆວິທີຄື:

-ຮຽນຮູ້ການນຳໃຊ້ TikTok ໃຫ້ຖະໜັດ

-ວາງກຸ່ມເປົ້າໝາຍໃຫ້ຊັດເຈນ

-ສ້າງສັນວິດີທີ່ມີຄຸນປະໂຫຍດຕໍ່ຜູ້ເບິ່ງ ແລະ ນຳເທຣນໃຫ້ທັນ ວ່າໄລຍະນັ້ນມີປະເດັນຫຍັງເກີດຂຶ້ນກັບສັງຄົມ

-ນຳເທຣນໃຫ້ທັນ ກໍມີໂອກາດສູງທີ່ຈະມີຜູ້ມາຕິດຕາມ.

-ເຮັດວີດີໂອໃຫ້ມີຄວາມດຶງດູດໜ້າສົນໃຈ, ສ້າງຄອນເທັ້ນໃຫ້ສະໝ່ຳສະເໝີ.

-ເຮັດແນວແປກໃໝ່ທີ່ບໍ່ຄືໃຜ ແລະ ບໍ່ເດືອດຮ້ອນໃຜ.

-ຄິດຫາຄອນເທັ້ນທີ່ມ່ວນຊື່ນດີຕໍ່ໃຈຜູ້ເບິ່ງ.

-ໃສ່ເພງທີ່ກຳລັງເປັນທີ່ນິຍົມ ຫຼື ເພງທີ່ຄົນນຳໃຊ້ຫຼາຍໆ.

– ໃສ່ແຮສແທັກອື່ນໆທີ່ຄົນນິຍົມໃຊ້ ເພື່ອໃຫ້ຄົນເຂົ້າເຖິງໄດ້ງ່າຍ ຄືກັບການໃຊ້ໃນແອັບອື່ນໆ ແລະ ເລືອກແຮສແທັກທີ່ຄົນນິຍົມຫຼາຍໆ.

-ໂພສເວລາທີ່ເໝາະສົມ.

-ສ້າງ ແລະ ເຂົ້າຮ່ວມ Challenge ຕ່າງໆ.

ຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/