Kawasaki ເປີດຕົວ Bex ຫຸ່ນຍົນແບ້! ທີ່ມີຄວາມສາມາດບັນທຸກຄົນໄດ້ ແລະ ອຳນວຍຄວາມສະດວກໃນການເຄື່ອນທີ່ຜ່ານພາກພື້ນປະເທດທີ່ມີເນື້ອທີ່ບໍ່ສະໝ່ຳສະເໝີ


ປັດຈຸບັນນີ້ ໃນວົງການເທັກໂນໂລຢີ ແມ່ນໄດ້ພັດທະນາໄປຫຼາຍຂັ້ນແລ້ວ ແລະ ຖ້າຫາກເວົາເຖິງເທັກໂນໂລຢີຫຸ່ນຍົນ ມັນກໍມາຮອດຈຸດທີ່ມະນຸດເຮົາສາມາດປະດິດຫຸ່ນຍົນທີ່ຢືນໄດ້ດ້ວຍສອງຂາ ຫຼື ສີ່ຂາ ທີ່ມີຄວາມສາມາດຕ່າງໆເຊັ່ນ: ສື່ສານຕອບໂຕ້ໄດ້, ເຮັດວຽກໃນຈຸດທີ່ມະນຸດບໍ່ສາມາດເຮັດໄດ້ ຫຼືແມ່ນແຕ່ການອ່ານຈິດໃຈມະນຸດ.

ທັງນີ້ ເທັກໂນໂລຢີຫຸ່ນຍົນກໍຍັງຖືວ່າເປັນສິ່ງທີ່ໃໝ່ສຳລັບມະນຸດ ແລະ ມັນກໍຍັງສາມາດຕໍ່ຍອດພັດທະນາໄປໄດ້ໄກ ໃນຫຼາກຫຼາຍຮູບແບບ ແລະ ຫຼາຍຄັ້ງເຮົາກໍມັກຈະເຫັນນັກວິທະຍາສາດ ຫຼື ຜູ້ທີ່ມີໄອເດຍສ້າງສັນ ມັກສ້າງຫຸ່ນຍົນທີ່ມີຄວາມສາມາດແປກໆ ອອກມາຢູ່ເລື້ອຍໆ.

ເຊັ່ນດຽວກັນກັບ kawasaki (ຄາວາຊາກິ)  ບໍລິສັດເທັກໂນໂລຢີຈາກປະເທດຍີ່ປຸ່ນ ໄດ້ອອກມາເປີດຕົວຜົນງານຫຸ່ນຍົນຕົວໃໝ່ຫຼ້າສຸດຂອງທາງບໍລິສັດ ເຊິ່ງມັນມີຮູບຮ່າງເປັນໂຕແບ້ ແລະ ທີ່ສຳຄັນມັນຍ່າງດ້ວຍສີ່ຂາ.

ຫຸ່ນຍົນແບ້ນີ້ ມັນໄດ້ເປີດຕົວອອກມາພາຍໃນງານ International Robot Exhibition 2022 (iREX) ທີ່ຈັດຂຶ້ນໃນໂຕກຽວ ໃນໄລຍະອາທິດທີ່ຜ່ານມາ ໂດຍມັນມີຊື່ວ່າ “RHP BEX” ຫຼື BEX ເຊິ່ງມັນຫຍໍ້ມາຈາກຄຳວ່າ ibex ຊື່ຂອງແບ້ພູສາຍພັນໜຶ່ງ ໂດຍຕັ້ງແຕ່ປີ 2015 ທາງ Kawasaki ໄດ້ພັດທະນາ Robust Humanoid Platform (RHP) (ແພລັດຟອມຮູບຮ່າງຄ້າຍຄືມະນຸດ ທີ່ມີຄວາມທົນທານ) ຊື່ວ່າ Kaleido ແລະ ຫຸ່ນ Bex ກໍໃຊ້ໂປຣແກຣມດຽວກັນ.

ຫຸ່ນຍົນ Bex ຖືກອອກແບບມາໃຫ້ເປັນຫຸ່ນຍົນທີ່ສາມາດເຄື່ອນທີ່ໄດ້ດີເພື່ອຍ່າງທາງຕາມເສັ້ນທາງຖະໜົນປົກກະຕິ, ເຮັດວຽກໄດ້ໃນສະພາບແວດລ້ອມທີ່ຢູ່ໃນພື້ນທີ່ສູງຈາກລະດັບນ້ຳທະເລ, ໃນພື້ນທີ່ປະເທດທີ່ເຂົ້າເທິງໄດ້ຍາກແລະອັນຕະລາຍ ແຕ່ຍັງສາມາດຊົງຕົວໄດ້ດີເຖິງວ່າມັນຈະແບກເຄື່ອງ ຫຼື ມີຄົນຢູ່.

ເຖິງແມ່ນວ່າ Bex ນັ້ນ ປົກກະຕິແລ້ວຈະເຄື່ອນທີ່ດ້ວຍການຍ່າງສີ່ຂາເພື່ອເຄື່ອນທີ່ຜ່ານພາກພື້ນປະເທດທີ່ບໍ່ສະໝ່ຳສະເໝີ ແຕ່ຖ້າຫາກເຄື່ອນທີ່ພາຍໃນພາກພື້ນປະເທດທີ່ມີປັດໄຈທີ່ງ່າຍຕໍ່ການເດີນທາງ ເຊັ່ນ: ຖະໜົນ ຫຼື ທົ່ງພຽງ ມັນກໍສາມາດປ່ຽນຮູບແບບໂດຍການຄຸເຂົ່າລົງເພື່ອປ່ຽນຂາຂອງມັນເປັນລໍ້ສີ່ຄູ່ ເພື່ອການເດີນທາງທີ່ວ່ອງໄວໄດ້ຄ້າຍຄືກັບສະກູດເຕີ້ໄຟຟ້າ ເຊິ່ງຖືວ່າເປັນເອກະລັກທີ່ໜ້າສົນໃຈຫຼາຍ.

ນອກຈາກນີ້ ມັນຍັງມາພ້ອມບ່ອນເກັບສິນຄ້າທີ່ຮັບນ້ຳໜັກໄດ້ລວມ 100kg ເຮັດໃຫ້ມັນມີຄວາມສາມາດທີ່ຈະໃຫ້ມະນຸດຂີ່ແລະບັງຄັບມັນຜ່ານ ຮາວຈັບສຳລັບມື (handlebar) ແບບດັ້ງເດີມ. ເທົ່ານັ້ນຍັງບໍ່ພໍ ເຖິງຈະບອກວ່າມັນມີຮູບຮ່າງຂອງແບ້ປ່າກໍຕາມ Kawasaki ຍັງໄດ້ອອກແບບສ່ວນເທິງຂອງ Bex ໃຫ້ສາມາດແຍກສ່ວນໄດ້ຢ່າງສົມບູນອີກດ້ວຍ.

ດັ່ງນັ້ນຫາກລູກຄ້າຕ້ອງການໃຫ້ຫຸ່ນຕົວນີ້ເນັ້ນການໃຊ້ງານຫຼາຍກວ່າຮູບຮ່າງ ພວກເຂົາກໍສາມາດຖອດຊິ້ນສ່ວນຮູບຮ່າງສັດອອກມາໄດ້ທັງໝົດເຊັ່ນກັນ.

ສາມາດເບິ່ງວິດີໂອ ການໃຊ້ງານ ແລະ ການບັງຄັບຂອງຫຸ່ນຍົນ Bex ໄດ້ທີ່ : https://bit.ly/3qWk7CL

ແລະຖ້າຫາກການພັດທະນາຫຸ່ນຍົນຕົວນີ້ເປັນໄປໄດ້ດີ ໃນອະນາຄົດອັນໃກ້ນີ້ ບໍ່ແນ່ຄືກັນວ່າເຮົາອາດຈະເຫັນ Bex ຖືກເອົາໄປນຳໃຊ້ໃນສະພາບແວດລ້ອມຂອງແທ້ ຫຼື ສະຖານທີ່ທີ່ເຂົ້າກັບຮູບຮ່າງຂອງມັນ.

ຂອບໃຈຂໍ້ມູນຈາກ: 

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/