ໂລກແຫ່ງອະນາຄົດມາຮອດແລ້ວ! ຍີ່ປຸ່ນກຽມນຳໃຊ້ “ແທັກຊີ່ບິນໄດ້” ເພື່ອຕ້ອນຮັບການເປີດງານ Osaka World Expo 2025


ຖ້າຫາກເວົ້າເຖິງງານນິທັດສະການອັນດັບຕົ້ນໆ ຂອງໂລກທີ່ໄດ້ມີການສະແດງນະວັດຕະກຳຕ່າງໆ  ເຊື່ອວ່າຫຼາຍຄົນອາດຈະເຄີຍໄດ້ຍິນ ຫຼື ຜ່ານຕາມາແລ້ວສຳລັບ ງານ World Expo ເຊິ່ງເປັນງານນິທັດສະການທີ່ຍິ່ງໃຫຍ່ທີ່ສຸດໃນໂລກ ຈັດຂຶ້ນທຸກໆ 5 ປີ.

ໂດຍງານ World Expo ນັ້ນແມ່ນມີຈຸດປະສົງເພື່ອໃຫ້ມີການແລກປ່ຽນວັດທະນະທຳ  ເຊິ່ງຫົວຂໍ້ຂອງງານນັ້ນ ໃນແຕ່ລະປີຈະແຕກຕ່າງກັນໄປ ແຕ່ຫົວຂໍ້ເຫຼົ່ານັ້ນກໍມັກຈະກ່ຽວຂ້ອງກັບເທັກໂນໂລຢີເປັນຫຼັກ.

ງານນິທັດສະການໂລກຄັ້ງຕໍ່ໄປ ຫຼື World Expo 2025 ໄດ້ມີການກໍານົດອອກມາແລ້ວວ່າຈະຈັດຂຶ້ນທີ່ເມືອງ ໂອຊາກ້າ (Osaka) ປະເທດຍີ່ປຸ່ນ ພາຍໃຕ້ຕີມ “ການອອກແບບສັງຄົມແຫ່ງອະນາຄົດເພື່ອຊີວິດຂອງເຮົາ”

ດັ່ງນັ້ນ ເພື່ອທີ່ຈະເປີດຢ່າງຍິ່ງໃຫຍ່ ຍີ່ປຸ່ນຜູ້ທີ່ເປັນເຈົ້າພາບຂອງງານທີ່ຈະມາຮອດໃນ ອີກ 3 ປີຂ້າງໜ້າ ຈຶ່ງໄດ້ວາງແຜນທີ່ຈະນຳ “ແທັກຊີ່ບິນໄດ້” ມາໃຊ້ໃນງານ.

ການປະກາດກ່ອນໜ້ານີ້ແມ່ນເກີດຂຶ້ນຕັ້ງແຕ່ໃນໄລຍະເດືອນຕຸລາປີ 2021 ທີ່ຜ່ານມາ ຢ່າງໃດກໍຕາມເມື່ອຫຼ້າສຸດນີ້ເອງເຮົາກໍໄດ້ເຫັນຄວາມກ້າວໜ້າຄັ້ງໃຫຍ່ຂອງແຜນການດັ່ງກ່າວແລ້ວ.

ເພື່ອໃຫ້ແທັກຊີ່ບິນໄດ້ ໄດ້ສັນຈອນຢ່າງປອດໄພ ແລະ ບໍ່ໃຫ້ເກີດຂໍ້ຂັດຂ້ອງ ຍີ່ປຸ່ນກໍໄດ້ເລີ່ມກຳນົດເສັ້ນທາງບິນແທັກຊີ່ 8 ສາຍດ້ວຍຖ້ຽວບິນປະມານ 20 ຖ້ຽວບິນຕໍ່ 1 ຊົ່ວໂມງ.

ໂດຍຈຸດໝາຍຫຼັກໆທີ່ເປັນໄປໄດ້ຂອງແທັກຊີ່ບິນໄດ້ເຫຼົ່ານີ້ ທີ່ຈະໃຊ້ບິນ ມືຄື ຕົວເມືອງຂອງໂຊາກ້າ, ອ່າວໂອຊາກ້າ, ສະໜາມບິນນານາຊາດ ອິຕາມິ (Itami International Airport), ສະໜາມບິນນານາຊາດຄັນໄຊ (Kansai International Airport) ຫຼື ສະຖານໃກ້ຄຽງຢ່າງເມືອງໂກເບ, ສະໜາມບິນໂກເບ ແລະ ເກາະອາວາຈິ.

ຕາມລາຍງານຂອງ Nikkei Asia ບັນດາຜູ້ຜະລິດ ແລະ ຜູ້ປະກອບການອື່ນໆ ທີ່ມີສິດເຂົ້າຮ່ວມແຜນງານນີ້ຈະໄດ້ຮັບການຄັດເລືອກທັນທີໃນງົບປະມານ ປີ 2022.

ສ່ວນສັນຍາຈະຖືກສົ່ງມອບໃຫ້ກັບຜູ້ສະໝັກຫຼາຍລາຍ ທັງກຸ່ມທີ່ເປັນຜູ້ຜະລິດແທັກຊີ່ບິນໄດ້ ແລະ ກຸ່ມຈັດການພື້ນທີ່ບິນຂຶ້ນ ແລະ ລົງຈອດ.

ສ່ວນເລື່ອງເສັ້ນທາງການບິນທີ່ແນ່ນອນ ແລະ ຄ່າໂດຍສານນັ້ນ ແມ່ນຈະຖືກກຳນົດແລະປະກາດຢ່າງເປັນທາງການຫຼັງຈາກໄດ້ມີການໂອ້ລົມລະຫວ່າງຜູ້ປະກອບການ ແລະ ທາງສະມາຄົມທີ່ກ່ຽວຂ້ອງສິ້ນສຸດລົງ.

ງານນີ້ເອີ້ນໄດ້ວ່າເປັນງານໜຶ່ງທີ່ເປັນຈຸດສູນລວມຂອງເທັກໂນໂລຢີທີ່ທັນສະໄໝ ບາງເທື່ອງານ World Expo ໃນປີຕໍ່ໆໄປ ອາດຈະບໍ່ແມ່ນພຽງແທັກຊີ່ບິນໄດ້ທີ່ເຮົາຈະໄດ້ເຫັນ ອາດເປັນສິ່ງປະດິດໃໝ່ທີ່ເຮັດໃຫ້ເຮົາເຄື່ອນຍ້າຍໄປສະຖານທີ່ອື່ນພາຍໃນ1 ນາທີ ກໍເປັນໄດ້.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/