ສະຖານທີ່ເກັບນ້ຳມັນໃນຊາອຸດິອາຣະເບຍຖືກກຸ່ມກະບົດຮູຕີໂຈມຕີ ແລະ ເກີດໄຟໄໝ້


ວັນທີ 25 ມີນາ ຕາມເວລາທ້ອງຖິ່ນສໍານັກຂ່າວ Reuter ໄດ້ລາຍງານວ່າກຸ່ມພັນທະມິດທີ່ນຳໂດຍ ຊາອຸດິອາຣະເບຍ ເຊິ່ງຕໍ່ສູ້ກັບກຸ່ມກະບົດຮູຕີ (Houthi) ລະບຸວ່າ ສະຖານີກະຈາຍຜະລິດຕະພັນປີໂຕຣລຽມໃນເມືອງ ເຈດດາຫ໌ (Jeddah) ຂອງ ບໍລິສັດນ້ຳມັນຍັກໃຫຍ່ ຢ່າງ Aramco ແມ່ນໄດ້ຖືກໂຈມຕີເຮັດໃຫ້ເກີດໄຟໄໝ້ໃນແທ້ງເກັບນ້ຳມັນ ຈຳນວນ 2 ແທ້ງ ແຕ່ບໍ່ມີລາຍງານວ່າຜູ້ໄດ້ຮັບບາດເຈັບ ຫຼື ເສຍຊີວິດ ແລະ ຖະແຫຼງການຈາກກຸ່ມພັນທະມິດດັງກ່າວຍັງບອກວ່າສາມາດຄວບຄຸມເພີງໄດ້ແລ້ວ.

ຕໍ່ມາ ຍາຫ໌ຍາ ຊາຣີ (Yayah Saree) ໂຄສົກຂອງກຸ່ມກະບົດຮູຕີ ໃນເຍເມນລະບຸວ່າ ທາງກຸ່ມໄດ້ຍິງລູກສອນໄຟໄປທີ່ໂຮງງານນ້ຳມັນຂອງ Aramco ໃນເມືອງເຈດດາຫ໌ ຕະຫຼອດຈົນຮອດໃຊ້ໂດຣນໂຈມຕີໂຮງກັ່ນນ້ຳມັນໃນອີກສອງເມືອງ ແລະ ຍັງໄດ້ກຳນົດເປົ້າໝາຍໄປຍັງໂຮງງານສຳຄັນໃນກຣຸງຣິຍາດ (Riyadh)  ເມືອງຫຼວງຂອງຊາອຸດິອາຣະເບຍ.

ດ້ານສື່ຂອງທາງການຊາອຸດິອາຣະເບຍກ່າວກ່ອນໜ້ານີ້ວ່າ ກຸ່ມພັນທະມິດໄດ້ສະກັດກັ້ນການໂຈມຕີຂອງໂດຣນ ແລະ ຈະຫຼວດຂອງກຸ່ມກະບົດຮູຕີ ຂະນະທີ່ການປ້ອງກັນໄພທາງອາກາດຂອງຊາອຸດິອາຣະເບຍຍັງໄດ້ທຳລາຍລູກສອນໄຟທີ່ຍິງໄປເມືອງຈາຊານ ເຊິ່ງເຮັດໃຫ້ເກີດໄຟໄໝ້ຢ່າງຈຳກັດທີ່ໂຮງງານຈ່າຍໄຟຟ້າແຫ່ງໜຶ່ງ.

ກຸ່ມກະບົດຮູຕີໄດ້ເພີ່ມຄວາມເຂັ້ມຂຸ້ນຂອງການໂຈມຕີໂຮງງານດ້ານພະລັງງານໃນຊາອຸດີອາຣະເບຍ ເຊິ່ງເປັນຜູ້ສົ່ງອອກນ້ຳມັນຂະໜາດໃຫຍ່ທີ່ສຸດຂອງໂລກ ຈາກການໂຈມຕີເມື່ອທ້າຍອາທິດກ່ອນເຮັດໃຫ້ຜົນຜະລິດຈາກໂຮງກັ່ນແຫ່ງໜຶ່ງລົດລົງຊົ່ວຄາວ ແລະ ເກີດເຫດໄຟໄໝ້ທີ່ສະຖານີກະຈາຍປີໂຕຣລຽມ ແລະ ເມື່ອວັນຈັນທີ່ຜ່ານມາ ກະຊວງການຕ່າງປະເທດຊາອຸດີອາຣະເບຍອອກຖະແຫຼງການວ່າຊາອຸດີອາຣະເບຍຈະບໍ່ຮັບຜິດຊອບຕໍ່ການຂາດແຄນນ້ຳມັນຈາກເຫດໂຈມຕີຂອງກຸ່ມກະບົດຮູຕີ.

ການຍົກລະດັບການໂຈມຕີຂອງກຸ່ມກະບົດຮູຕີເກີດຂຶ້ນໃນຂະນະທີ່ທູດພິເສດແຫ່ງສະຫະປະຊາຊາດພະຍາຍາມທີ່ຈະເຮັດໃຫ້ເກີດການສະຫງົບເສິກຊົ່ວຄາວສຳລັບເດືອນຣາມາດອນ (Ramadan month) ອັນສັກສິດຂອງຊາວມຸດສະລິມເຊິ່ງຈະເລີ່ມຕົ້ນຂຶ້ນໃນເດືອນເມສາ ແລະ ກ່ອນໜ້າທີ່ຈະມີການຫາລືຂອງພາກສ່ວນຕ່າງໆ ຂອງເຍເມນທີ່ກຣຸງຣິຍາດໃນປາຍເດືອນນີ້.

ທັງນີ້ Aramco ຫຼື ກະຊວງພະລັງງານຂອງຊາອຸດີອາຣະເບຍບັງບໍ່ໄດ້ສະແດງຄວາມຄິດເຫັນໃດໆ ກ່ຽວກັບເຫດການດັ່ງກ່າວໃນຂະນະນີ້.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/