ປິດຕຳນານ ນັກມວຍປໍ້າ Triple H ເຈົ້າຂອງທ່າພົ່ນນໍ້າສຸດເທ້ ປະກາດອຳລາວົງການຍ້ອນບັນຫາສຸຂະພາບ


ສຳລັບແຟນໆມວຍປໍ້າຍຸກ 2000 ຕົ້ນໆ ຕ້ອງຮູ້ຈັກ Triple H ສາຍາ THE GAME ຢ່າງແນ່ນອນ ເນື່ອງຈາກເອກະລັກທີ່ໂດດເດັ່ນ ແລະ ທ່າປໍ້າສຸດເທ້ ພ້ອມກັບຊື່ທ່າໄມ້ຕາຍທີ່ຄ້າຍຄືກັບອາຫານໝາຢ່າງ Pedigree ເພັດດີກີຣ ແລະ ທ່າເປີດຕົວທີ່ໂດດເດັ່ນທີ່ສຸດ ດ້ວຍທ່າພົ່ນນໍ້າຂຶ້ນຟ້າ ເຮັດໃຫ້ເດັກນ້ອຍໃນຍຸກນັ້ນ ເຮັດທ່ານີ້ໄປຕາມໆກັນໝົດບ້ານໝົດເມືອງ. ຫຼ້າສຸດ ລາວໄດ້ປະກາດອຳລາເວທີມວຍເປັນທີ່ຮຽບຮ້ອຍແລ້ວ ຫຼັງຈາກຮ່ວມປໍ້າ ແລະ ສ້າງຄວາມບັນເທີງໃຫ້ແຟນໆມາດົນກວ່າ 30 ປີ.

Triple H ຫຼືຊື່ແທ້ Paul Levesque, ກ່ອນໜ້ານີ້ຕ້ອງໄດ້ເຂົ້າໂຮງໝໍເພື່ອຮັບການປິ່ນປົວອາການຫົວໃຈລົ້ມເຫຼວຢ່າງຮຸນແຮງ ແລະ ສຸດທ້າຍການຜ່າຕັດກໍຜ່ານໄປດ້ວຍດີ ເມື່ອເດືອນກັນຍາປີທີ່ຜ່ານມານີ້.

ເຖິງແມ່ນວ່າລາວບໍ່ໄດ້ຂຶ້ນປໍ້າທຸກໆອາທິດຄືກັບຕອນທີ່ລາວຍັງໜຸ່ມ, ແຕ່ Triple H ກໍຍັງປາກົດຕົວ ເພື່ອສ້າງສີສັນໃຫ້ກັບ WWE ຢູ່ຕະຫຼອດ ຕາມໂອກາດຕ່າງໆ. ລວມທັງເຮັດວຽກຢູ່ເບື້ອງຫຼັງຂອງສະມາຄົມ ພ້ອມກັບພັດທະນາແບຣນ NXT ເຊິ່ງເປັນແບຣນລູກຂອງ WWE ໃຫ້ກາຍເປັນບ່ອນອົບຮົມຂອງນັກມວຍປ້ຳຫຼາຍຄົນໃນຍຸກໃໝ່ໆນີ້, ແລ້ວຄ່ອຍໆລົດບົດບາດຂອງຕົນເອງລົງໃນຍຸກປັດຈຸບັນ.

ຢ່າງໃດກໍຕາມ, ດ້ວຍອາຍຸທີ່ເພີ່ມຂຶ້ນຂອງລາວ ແລະ ບັນຫາສຸຂະພາບທີ່ມີຢູ່, Triple H ກັບອາຍຸ 52 ປີ ໃຫ້ສຳພາດກັບ ສື່ຊື່ດັງຢ່າງ ESPN+ ວ່າລາວຈະບໍ່ຂຶ້ນເວທີມວຍປໍ້າໃນຖານະນັກມວຍອີກແລ້ວ ເພື່ອຮັກສາສຸຂະພາບຂອງຕົນ ແລະ ຈະຂໍຖິ້ມຜົນງານອະດີດແຊັ້ມໂລກ WWE 14 ສະໄໝ ໄວ້ເປັນພຽງຕຳນານໃນວົງການມວຍປໍ້າ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/