Apple ໃຈປ້ຳ! ມອບໂບນັສພິເສດ 1-2 ແສນໂດລາ ໃຫ້ກັບພະນັກງານໃນອົງກອນ ເພື່ອບໍ່ໃຫ້ລາອອກໄປເຮັດວຽກກັບບໍລິສັດອື່ນ


ມັນໜ້າຈະເປັນເລື່ອງດີບໍ່ໜ້ອຍ ເມື່ອບໍລິສັດ ຫຼື ອົງກອນທີ່ເຮົາເຮັດວຽກນຳຢູ່ນັ້ນ ໄດ້ມອບໂບນັສພິເສດໃຫ້ເຮົາເປັນເງິນມູນຄ່າມະຫາສານ ເຊິ່ງມັນສາມາດເຮັດໃຫ້ການເປັນຢູ່ເຮົາດີຂຶ້ນ ເຊັ່ນດຽວກັນກັບ Apple ບໍລິສັດເທັກໂນໂລຢີລະດັບໂລກ ທີ່ມີຂ່າວລືວ່າທາງບໍລິສັດໄດ້ມອບເງິນໂບນັສພິເສດທີ່ມີມູນຄ່າສູງເຖິງ 1–2 ແສນໂດລາ ໃຫ້ກັບພະນັກງານ ເພື່ອປ້ອງກັນບໍ່ໃຫ້ລາອອກໄປເຮັດວຽກກັບບໍລິສັດອື່ນ.

ເມື່ອບໍ່ດົນມານີ້ສຳນັກຂ່າວ Bloomberg ລາຍງານວ່າ ທາງ Apple ໄດ້ມີການແຈກໂບນັສພິເສດໃຫ້ກັບພະນັກງານທີ່ໄດ້ຮັບການຄັດເລືອກຈາກພະແນກວິສະວະກຳ software ແລະ hardware.

ໂດຍມູນຄ່າຂອງໂບນັສພິເສດມີຕັ້ງແຕ່ 1-2 ແສນໂດລາ ຫຼື ປະມານ 1,200-2,400 ລ້ານກີບ (ຕາມມູນຄ່າການແລກປ່ຽນຂອງເງິນໃນຂະນະນີ້).

ສຳລັບໂບນັສພິເສດດັ່ງກ່າວນີ້ ທາງບໍລິສັດຈະແຈກໃຫ້ກັບພະນັກງານບາງສ່ວນ ເພື່ອບໍ່ໃຫ້ລາອອກໄປເຮັດວຽກກັບບໍລິສັດອື່ນ ເຊັ່ນ Meta ໂດຍຈ່າຍເປັນຮຸ້ນຈຳກັດສິດ (Restricted Stock) ໃຫ້ກັບພະນັກງານທີ່ເຮັດວຽກກັບບໍລິສັດເປັນເວລາຫຼາຍປີ ແລະ ກໍອາດຈະໃຫ້ເພີ່ມຂຶ້ນອີກ ຫາກລາຄາຮຸ້ນຂອງ Apple ເພີ່ມສູງຂຶ້ນ.

ເຊິ່ງກ່ອນໜ້ານີ້ທາງ Apple ເຄີຍຈ່າຍໂບນັສພິເສດຮູບແບບດຽວກັນໃຫ້ກັບວິສະວະກອນບາງສ່ວນເມື່ອເດືອນທັນວາທີ່ຜ່ານມາ ວົງເງິນສູງສຸດເຖິງ 180,000 ໂດລາ ດ້ວຍຈຸດປະສົງດຽວກັນຄື ເພື່ອບໍ່ຢາກໃຫ້ວິສະວະກອນເຫຼົ່ານັ້ນຍ້າຍໄປເຮັດວຽກກັບບໍລິສັດອື່ນ.

ສ່ວນທີ່ມາຂອງໂບນັສພິເສດນີ້ ເກີດຈາກການທີ່ທາງບໍລິສັເພົບວ່າມີວິສະວະກອນຂອງ Apple ກວ່າ 100 ຄົນລາອອກ ແລະ ໄປເຮັດວຽກກັບ Meta ແທນ.

ດ້ວຍເຫດນີ້ Apple ຈຶ່ງຕັດສິນໃຈອອກນະໂຍບາຍດັ່ງກ່າວເພື່ອຮັກສາພະນັກງານເອົາໄວ້ ເຊິ່ງເປັນໂບນັສພິເສດທີ່ນອກເໜືອຈາກສະຫວັດດີການ ແລະ ຜົນປະໂຫຍດທີ່ໃຫ້ພະນັກງານປົກກະຕິ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/