Elon Musk ມະຫາເສດຖີຊາວອາເມຣິກາ ກຽມເປີດ Social Media ຂອງຕົນເອງ ຫຼັງຕຳໜິ Twitter ບໍ່ເປີດໃຫ້ມີເສລີພາບໃນການເວົ້າ


Elon Musk ມະຫາເສດຖີຊາວອາເມຣິກາ ເຈົ້າຂອງ Tesla ບໍລິສັດຜະລິດລົດໄຟຟ້າອັນດັບຕົ້ນໆຂອງໂລກ ໄດ້ໂພສຂໍ້ຄວາມລົງໃນ Twitter ວ່າ ລາວຄິດຢ່າງຈິງຈັງໃນການສ້າງແພລັດຟອມ Social Media ເປັນຂອງຕົນເອງເພາະວ່າ Twitter ນັ້ນ ບໍ່ປະສົບຄວາມສຳເລັດໃນການອະນຸຍາດໃຫ້ມີເສລີພາບໃນການສະແດງຄວາມຄິດເຫັນ.

ໂດຍລາວກ່າວວ່າ: “Twitter ໃຫ້ບໍລິການພື້ນທີ່ສາທາລະນະ ແຕ່ວ່າລົ້ມເຫຼວໃນການຍຶດໝັ້ນຫຼັກການພື້ນຖານຂອງເສລີພາບໃນການປາກເວົ້າ ທີ່ທໍາລາຍລະບອບປະຊາທິປະໄຕ”.

ປັດຈຸບັນ, ການໂພສຂໍ້ຄວາມຜ່ານ Twitter ແຕ່ລະເທື່ອຂອງ Elon Musk ແມ່ນຈະຕ້ອງໄດ້ຮັບການອະນຸມັດຈາກຄະນະກໍາມະການບໍລິຫານ ຕາມຄຳສັ່ງຂອງຄະນະກໍາມະການຫຼັກຊັບ ແລະ ຕະຫຼາດຫຼັກຊັບແຫ່ງສະຫະລັດເມື່ອ 2018 ເພື່ອປ້ອງກັນການເປີດເຜີຍຂໍ້ມູນ ເພື່ອຫວັງປັ່ນລາຄາຮຸ້ນ.

ເຊິ່ງກໍລະນີແບບນີ້ແມ່ນເຄີຍເກີດຂຶ້ນແລ້ວ ເຊັ່ນ: ອະດີດປະທານາທິບໍດີ Donald Trump ຖືກແບນຈາກ Twitter ຕັ້ງແຕ່ເດືອນມັງກອນ 2021 ແລະ ໄດ້ເປີດ Social Media ຂອງຕົນເອງຂຶ້ນ ຊື່ວ່າ Truth Social ໃນເດືອນກຸມພາ ໂດຍເປັນສ່ວນໜຶ່ງຂອງ Trump Media and Technology Group.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/