ອະນາຄົດປະເທດລາວ! ຈະຫັນເປັນເສດຖະກິດດິຈິຕອນ, ຄຸ້ມຄອງລາຍຈ່າຍເປັນດິຈິຕອນ ແລະ ຫັນເປັນລັດຖະບານດິຈິຕອນ


ໃນວັນທີ 25 ມີນາ 2022 ນີ້, ຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ) ຈັດກອງປະຊຸມສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານ ໃນໄລຍະ 5 ປີຜ່ານມາ (2016-2021) ແລະ ທິດທາງແຜນການ 5 ປີຕໍ່ໜ້າ (2021-2025) ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ປະທານ ຄຄອຊ, ມີບັນດາຮອງລັດຖະມົນຕີ, ຫົວໜ້າກົມ, ຮອງກົມ ຈາກທຸກພາກສ່ວນໃນຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດເຂົ້າຮ່ວມ.

ໃນກອງປະຊຸມ, ທ່ານ ແກ້ວວີສຸກ ໂສລະພົມ ຫົວໜ້າສູນອິນເຕີເນັດແຫ່ງຊາດ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທັງເປັນ ຫົວໜ້າກອງເລຂາ ຄຄອຊ ໄດ້ລາຍງານໃຫ້ຮູ້ວ່າ: ໃນໄລຍະ 5 ປີຜ່ານມາ ການຈັດຕັ້ງປະຕິບັດວຽກງານຂອງ ຄຄອຊ ມີຫຼາຍໜ້າວຽກໄດ້ຮັບການພັດທະນາ, ຫັນເປັນທັນສະໄໝ ແລະ ປະສົບຜົນສຳເລັດໃນຫຼາຍດ້ານ, ອັນພົ້ນເດັ່ນແມ່ນການຂຶ້ນທະບຽນເລກໝາຍໂທລະສັບ ເຊິ່ງໄດ້ກາຍເປັນພື້ນຖານໃຫ້ແກ່ຫຼາຍວຽກງານ ເປັນຕົ້ນແມ່ນ: ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານການທະນາຄານທັນສະໄໝ, ວຽກງານການຫັນເປັນດິຈິຕອນ. ນອກນັ້ນ, ຄະນະ ຄຄອຊ ຍັງໄດ້ເອົາໃຈໃສ່ພິເສດ ໃນວຽກງານຄຸ້ມຄອງຫາງສຽງໃນສື່ສັງຄົມອອນລາຍ ເພື່ອຮັບປະກັນໄດ້ຄວາມສະຫງົບສຸກຢູ່ໃນສັງຄົມ ໂດຍສະເພາະແມ່ນບັນດາຫາງສຽງທີ່ສ້າງຂຶ້ນໂດຍກຸ່ມຄົນທີ່ບໍ່ດີ ທີ່ຫວັງສ້າງຄວາມປັ່ນປ່ວນໃນສັງຄົມ ແລະ ໃສ່ຮ້າຍປ້າຍສີ ຕໍ່ຕ້ານການນຳພາຂອງພັກ-ລັດ ແລະ ບັນດາຂ່າວທີ່ບໍ່ມີມູນຄວາມຈິງ ເຜີຍແຜ່ລົງອິນເຕີເນັດ ເຊິ່ງມີຜົນກະທົບໂດຍກົງຕໍ່ວຽກງານການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງພວກເຮົາ.

ສຳລັບທິດທາງໃນຕໍ່ໜ້າ ຄຄອຊ ໄດ້ວາງທິດທາງແຜນການຕາມພາລະບົດບາດ, ສິດ ແລະ ໜ້າທີ່ໃນການຊີ້ນຳ ແລະ ປະສານງານກັບກະຊວງ ແລະ ອົງການຕ່າງໆ ກ່ຽວກັບວຽກງານອິນເຕີເນັດ, ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ເນື້ອໃນຂໍ້ມູນຂ່າວສານຜ່ານອິນເຕີເນັດ, ຄວາມປອດໄພດ້ານເຕັກໂນໂລຊີການສື່ສານ, ຂໍ້ມູນຂ່າວສານ ໃຫ້ມີຄວາມຮັບປະກັນຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ໂດຍຈະສຸມໃສ່ການສ້າງແລະປັບປຸງ ບັນດານິຕິກຳທີ່ຈຳເປັນ, ພັດທະນາບຸກຄະລາກອນ ໃຫ້ມີຄວາມຮູ້ຄວາມສາມາດ ເພື່ອສົ່ງເສີມແລະພັດທະນາ ໂຄງລ່າງພື້ນຖານທາງເຕັກໂນໂລຊີດິຈິຕອນ, ການຕິດຕາມກວດກາ ແລະ ຕອບຕ້ານຫາງສຽງໃນສື່ສັງຄົມອອນລາຍ, ການຫັນເປັນລັດຖະບານດິຈິຕອນ, ການຫັນເປັນເສດຖະກິດດິຈິຕອນ, ການຫັນການຈັດເກັບລາຍຮັບ, ຄຸ້ມຄອງລາຍຈ່າຍເປັນດິຈິຕອນ ແລະ ການຄຸ້ມຄອງຄວາມປອດໄພທາງດ້ານໄຊເບີ.

ຂອບໃຈຂໍ້ມູນຈາກ: https://bit.ly/3NnMkvE

ອ່ານຂໍ້ມູນເພີ່ມຕື່ມໄດ້ທີ່:
https://laox.la/business-economic/17819/

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/