Keanu Reeves ຖືກແບນຜົນງານໃນແພລັດຟອມສະຕຣີມມິ່ງຂອງຈີນເກືອບທັງໝົດ ຫຼັງຈາກເຂົ້າຮ່ວມຄອນເສີດສະໜັບສະໜູນທິເບດ


Keanu Reeves ນັ້ນເອີ້ນໄດ້ວ່າເປັນພະເອກດັງຄົນໜຶ່ງຂອງໂລກ ທີ່ຫຼາຍໆຄົນຍ້ອງຍໍໃຫ້ເປັນບຸກຄົນທີ່ດີທີ່ສຸດໃນວົງການ Hollywood ເນື່ອງດ້ວຍນິໄສ ແລະ ການກະທຳທີ່ສຸດແສນຈະດີຂອງລາວທີ່ມີຕໍ່ເພື່ອນຮ່ວມງານ ໄປຈົນຮອດບັນດາແຟນຄລັບ.

ເຖິງຈະດີປານໃດ ແຕ່ເບິ່ງຄືວ່າການກະທຳບາງຢ່າງຂອງ Keanu ແມ່ນບໍ່ເປັນທີ່ຖືກໃຈລັດຖະບານ ແລະ ຊາວຈີນຊາດນິຍົມພໍເທົ່າໃດ.

ເນື່ອງຈາກ Keanu ເຂົ້າໄປມີສ່ວນຮ່ວມໃນງານຄອນເສີດ Tibet House Benefit Concert ຄັ້ງທີ 35 ເຊິ່ງເປັນຄອນເສີດທີ່ຈັດຂຶ້ນເພື່ອສະໜັບສະໜູນ ທິເບດ ເຊິ່ງທິເບດນັ້ນເປັນເຂດປົກຄອງຕົນເອງໃນຈີນທີ່ພະຍາຍາມຮຽກຮ້ອງເອກະລາດມາຢ່າງຍາວນານ ແລະ ຕ້ອງການປົກຄອງຕົນເອງ.

ຫຼັງຈາກທີ່ມີຊື່ຂອງ Keanu ປາກົດຢູ່ໃນລາຍຊື່ຂອງແຂກທີ່ຈະເຂົ້າຮ່ວມງານນີ້ກໍມີຊາວຈີນຫຼາຍໆ ຄົນທີ່ອອກມາປະທ້ວງຂວ້ຳບາດເຂົາ ພ້ອມກັບເປັນໄລຍະທີ່ຮູບເງົາ The Matrix 4 ກໍາລັງຈະເປີດຕັວໃນຈີນພໍດີ ຈຶ່ງເຮັດໃຫ້ລາຍໄດ້ຂອງຮູບເງົາເລື່ອງນີ້ບໍ່ສູງເທົ່າທີ່ຫຼາຍຄົນຄິດ.

ແຕ່ຜົນກະທົບບໍ່ໄດ້ມີພຽງເທົ່ານີ້ ເພາະຕາມລາຍງານຈາກເວັບໄຊ Los Angeles Times ຍັງລະບຸອີກວ່າຜົນງານຮູບເງົາຫຼາຍກວ່າສິບເລື່ອງຂອງ Keanu ເຊັ່ນ: The Matrix, Speed, Bill & Ted’s Excellent Adventure ແລະ ອື່ນໆ ແມ່ນໄດ້ຖືກລຶບອອກຈາກບໍລິການສະຕຣີມມິ່ງເຈົ້າໃຫຍ່ໆ ຂອງຈີນ ຢ່າງ We TV, Youku, IQiyi ແລະ Migu Video.

ນອກຈາກນີ້ ແຟນຄລັບຂອງ Keanu ໄດ້ເຮັດການທົດລອງໂດຍພິມຊື່ຄົ້ນຫາ Keanu Reeve ລົງໃນ iQiyi ແຕ່ມີຂໍ້ຄວາມຂຶ້ນມາວ່າບໍ່ມີຂໍ້ມູນໃດໆ ກ່ຽວກັບ Keanu Reeves ຢູ່ໃນແພລັດຟອມ.

ຢ່າງໃດກໍຕາມ ຜົນງານການພາກຕົວລະຄອນໃນຮູບເງົາຊື່ດັງຢ່າງ Toy Story 3 ຂອງ Keanu Reeves ຍັງປາກົດຢູ່ໃນແພລັດຟອມ Bilibili ແລະ  Xigua Video ແຕ່ວ່າຊື່ຂອງພະເອກດັງ ແມ່ນຖືກລຶບຊື່ເຄຣດິດອອກໃນຕອນທ້າຍຂອງຮູບເງົາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/