“ຂ້ອຍຢາກດື່ມເບຍ” ປະໂຫຍກຂອງຊາຍປ່ວຍເປັນອຳມະພາດທີ່ເວົ້າກັບທ່ານໝໍຫຼັງຈາກລາວກັບມາສື່ສານໄດ້ດ້ວຍການໃຊ້ສະໝອງທຽມ


ຖ້າສົມມຸດເຈົ້າເປັນຜູ້ປ່ວຍອຳມະພາດນອນຕິດຕຽງບໍ່ສາມາດຊ່ວຍຕົນເອງຫຼືສື່ສານກັບຄົນອື່ນເປັນເວລາເກືອບປີ ແລະ ຖ້າມື້ໜຶ່ງມີເທັກໂນໂລຢີ-ວິທະຍາສາດທີ່ສາມາດຊ່ວຍໃຫ້ເຈົ້າກັບມາສື່ສານໄດ້ ປະໂຫຍກທຳອິດທີ່ເຈົ້າຈະເວົ້າແມ່ນຫຍັງ?

ແຕ່ສຳລັບຜູ້ປ່ວຍອຳມະພາດ ຊາຍຊາວເຢຍລະມັນຄົນນີ້ ເບຍອາດເປັນຄຳເວົ້າທຳອິດທີ່ລາວໄດ້ສື່ສານອອກມາ ເພາະວ່າລາວໄດ້ບອກກັບຜູ້ດູແລວ່າ “ຂ້ອຍຢາກໄດ້ເບຍ” ຫຼັງຈາກລາວໃຊ້ສະໝອງທຽມຈົນສາມາດກັບມາສື່ສານໄດ້ໃນຮອບຫຼາຍເດືອນ.

ຜູ້ປ່ວຍຄົນນີ້ເປັນຊາວເຢຍລະມັນ ອາຍຸ 36 ປີ (ບໍ່ປະສົງອອກຊື່) ລາວມີອາການປ່ວຍດ້ວຍໂຣກກ້າມຊີ້ນອ່ອນແຮງ (ALS) ໂດຍລາວຖືກບົ່ງມະຕິພະຍາດວ່າເປັນ ALS ຕັ້ງແຕ່ປີ 2015. ຕໍ່ມາລາວກໍຄ່ອຍໆ ສູນເສຍການຄວາມຄຸມກ້າມຊີ້ນມາເລື້ອຍໆຕັ້ງແຕ່ຕອນນັ້ນມາ ແລະ ສຸດທ້າຍລາວກໍເປັນອຳມະພາດແບບບໍ່ສາມາດເຄື່ອນເໜັງໄດ້ໝົດຕົວ.

ຜູ້ປ່ວຍໂຣກ ALS ຈະບໍ່ສາມາດສື່ສານດ້ວຍຄຳເວົ້າໄດ້ ເລີຍເຮັດໃຫ້ໂດຍປົກກະຕິແລ້ວຈະສື່ສານດ້ວຍລະບົບ Eye Tracking ເປັນການເຄື່ອນເໜັງໂດຍໃຊ້ຕາເລືອກຄຳສັບເທິງໜ້າຈໍໃນການສື່ສານດ້ວຍຄຳວ່າ ແມ່ນ ຫຼື ບໍ່.

ແຕ່ສຳລັບກໍລະນີນີ້ ຜູ້ປ່ວຍໄດ້ຍິນຍອມໃຫ້ທີມແພດແລະນັກວິໄຈ ທົດລອງຝັງໄມໂຄຣຊິບ (Microchip) ເຂົ້າໄປໃນເປືອກສະໝອງ (Metor cortex) ຂອງຕົວລາວເອງ ເຊິ່ງເປັນການຄວບຄຸມແລະສັ່ງການເຄື່ອນໄຫວຂອງກ້າມຊີ້ນເມື່ອປີ 2019 ເພື່ອຈະທົດລອງການສື່ສານໃຫ້ຜູ້ປ່ວຍ ALS ຄົນນີ້ ຈົນໃນທີ່ສຸດລາວກໍສາມາດສື່ສານເປັນປະໂຫຍກໄດ້.

ແລະການທົດລອງກໍໄດ້ເລີ່ມຕົ້ນຂຶ້ນຕັ້ງແຕ່ຕອນນັ້ນ ໂດຍໃນໄລຍະທຳອິດທີມວິໄຈບໍ່ປະສົບຄວາມສຳເລັດກັບການສື່ສານກັບຜູ້ປ່ວຍ ຈົນເວລາໄດ້ຜ່ານໄປ 3 ເດືອນ ຜູ້ປ່ວຍກໍສາມາດໃຊ້ສັນຍານສະໝອງຕອບກັບຜ່ານໂປຣແກຣມສະກົດຄຳຕອບເປັນ “ແມ່ນ” ກັບ “ບໍ່ແມ່ນ” ໄດ້.

3 ອາທິດຕໍ່ມາ (ໃນຂະນະນັ້ນ) ຜູ້ປ່ວຍແມ່ນສາມາດສ້າງປະໂຫຍກທໍາອິດຂຶ້ນມາໄດ້ ແລະ ປີຕໍ່ມາລາວກໍສາມາດສ້າງປະໂຫຍກທີ່ຫຼາຍຂຶ້ນກວ່າເກົ່າ.

Ujwal Chaudhary ໜຶ່ງໃນທີມແພດທີ່ວິຈັຍໂປຣເຈັກນີ້ໄດ້ອອກມາເປີດເຜີຍວ່າ “ຫຼາຍຄັ້ງທີ່ຂ້ອຍເຄີຍຢູ່ກັບລາວຈົນຮອດຕອນເດິກ ຄຳສຸດທ້າຍທີ່ລາວມັກສ້າງຂຶ້ນມາມັກຈະເປັນຄຳວ່າ ‘ເບຍ’ ສະເໝີ”.

ທັງນີ້ ມີການເຜີຍແຜ່ວ່ານອກຈາກຄຳວ່າ ເບຍ ກໍຍັງມີຄຳອື່ນທີ່ລາວສື່ສານອອກມາຄື: ຂໍໃຫ້ຫົວຂອງຕົວລາວເອງຕັ້ງຢູ່ສູງແລະຢູ່ໃນຕຳແໜ່ງທີ່ຊື່ຫາກມີຄົນມາຢາມ, ຢາກກິນແກງກະຫຼີ່, ບອກຮັກພັນລະຍາແລະລູກຊາຍຂອງຕົນເອງ.

ນອກນີ້ ມີລາຍງານລະບຸວ່າ ທີມວິໄຈກຳລັງຫາທຶນເພື່ອທົດລອງຝັງໄມໂຄຣຊິບກັບຜູ້ປ່ວຍ ALS ຄົນອື່ນອີກ ເຊິ່ງຄາດວ່າຈະຕ້ອງໃຊ້ທຶນຫຼາຍເຖິງ 500,000 ລ້ານໂດລາໄລຍະ 2 ປີທໍາອິດ.

ນັບເປັນຄວາມກ້າວໜ້າທາງວິທະຍາສາດ ແລະ ເທັກໂນໂລຢີທີ່ກ້າວໜ້າໄປພ້ອມກັນ. ຖ້າຫາກການທົດລອງນີ້ສຳເລັດແບບ 100% ໃນອະນາດຄົດເຮົາອາດຈະໄດ້ເຫັນຄົນທີ່ປ່ວຍເປັນ ALS ກັບມາສື່ສານຄືກັບຄົນປົກກະໄດ້ກໍເປັນໄດ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/